ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄືອ​ຂ່າຍລັດອິສລາມ ຢູ່ອີຈິບ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມ​ຕີ ທີ່ແຫຼມ Sinai


ແຜນທີ່ປະເທດອີຈິບ ເຂດແຫຼມ Sinai
ແຜນທີ່ປະເທດອີຈິບ ເຂດແຫຼມ Sinai

ເຄືອ​ຂ່າຍຂອງກຸຸ່ມຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໃນ​ອີ​ຈິບ ກ່າວ​ວ່າ
ຕົນ​ເປັນ​ຜູ້​ຮັບຜິ​ດຊອບ​ ໃນການ​ໂຈມ​ຕີຫຼາຍໆ​ບັ້ນ ຕໍ່ເຈົ້າໜ້າທີ່
​ຮັກສາ​ຄວາມ​ປອດ​ໄພ ຢູ່​ໃນ​ແຫຼມ Sinia ​ເມື່ອ​ວັນ​ພະ​ຫັດວານນີ້
ທີ່​ໄດ້​ສັງຫານ​ຢ່າງ​ນ້ອຍ 26 ຄົນ.

​ກຸ່ມແຂວງ Sinia ​ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການ​ບຸກ​
ໂຈມ​ຕີຫຼາຍໆ​ບັ້ນ ທີ່ຫ່າງຈາກ​ກັນ ​ພຽງບໍ່ເທົ່າໃດ​ຊົ່ວ​ໂມງ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ອາວຸດ​ຂອງ​ພວກ​ກະບົດ ​ແມ່ນ​ໄດ້​ແນ
​ໃສ່​ຖານ​ທັບ​ແຫ່ງນຶ່ງ ​ແລະ ​ໂຮງ​ແຮມ ​ໃນ​ເມືອງ ​Al-Arish ຊຶ່ງ​
ເປັນບ່ອນ​ທີ່ພັກ​ອາ​ໄສ ​ຂອງ​ເຈົ້າໜ້າ​ທີ່​ຕຳຫລວດ ​ແລະ ທະຫານ.

ໜັງສືພິມ al-Ahram ທີ່ສຳຄັນຂອງລັດຖະບານອີ​ຈິບ ກ່າວ​ວ່າ ສຳນັກງານ​ຂອງ​ຕົນ ​ແມ່ນ ​ຢູ່​ກົງກັນຂ້າມ​ກັບ​ຖານ​ທັບ​ດັ່ງກ່າວທີ່​ໄດ້​ຖືກທຳລາຍ​ນັ້ນ. ໜັງສືພິມສະບັບນີ້​ ບໍ່​ໄດ້​ແຈ້ງໃຫ້ຊາບ ວ່າ ມີ​ຜູ້ເສຍ​ຊີວິດ ຫຼືໄດ້ຮັບ ບາດເຈັບໃດໆ ​ຢູ່ໃນ​ຕຶກອາຄານຫລືບໍ່.

ອີງ​ຕາ​ມ​ຖະ​ແຫລ​ງການຂອງທຳນຽບປະທານາທິບໍດີ​ໃນ​ວັນ​ສຸກ​ມື້​ນີ້ແລ້ວ ປະທານາ​ທິບໍດີ
ອີຈິບ ທ່ານ Abdel-Fattah el-Sissi ​ໄດ້​ຕັດ​ການ​ເດີນທາງ​ໄປ​ຢ້ຽມຢາມ ປະ​ເທດ
Ethiopia ໃຫ້ສັ້ນລົງ ເພື່ອເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ອາ​ຟຣິກາ ແລະ
ເດີນທາງກັບ​ຄືນ​ສູ່ ນະຄອນຫລວງ Cairo ເພື່ອຮັບ​ມື​ກັບ​ສະຖານະ​ການ​ ຫລ້າສຸດ ທີ່ໄດ້​
ເກີດ​ຂຶ້ນນັ້ນ.

XS
SM
MD
LG