ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຈິບ ແລະອີຣ່ານ ມີສາຍພົວພັນ ທີ່ດີຂຶ້ນ (ສະໄລດ໌)


ປະທານາທິບໍດີອີຈິບ ທ່ານ Morsi ໃຫ້ການຕ້ອນຮັບອັນອົບອຸ່ນ ຕໍ່ປະທານາທິບໍດີ Ahmadinejad ຂອງອີຣ່ານ ຊຶ່ງເປັນຜູ້ນໍາອີຣ່ານຄົນທໍາອິດ ທີ່ໄປຢ້ຽມຢາມອີຈິບ ນັບແຕ່ປີ 1979 ເປັນຕົ້ນມາ
ປະທານາທິບໍດີອີຈິບ ທ່ານ Morsi ໃຫ້ການຕ້ອນຮັບອັນອົບອຸ່ນ ຕໍ່ປະທານາທິບໍດີ Ahmadinejad ຂອງອີຣ່ານ ຊຶ່ງເປັນຜູ້ນໍາອີຣ່ານຄົນທໍາອິດ ທີ່ໄປຢ້ຽມຢາມອີຈິບ ນັບແຕ່ປີ 1979 ເປັນຕົ້ນມາ
ປະທານາທິບໍດີ Mahmoud Ahmadinejad ໄດ້ຮັບການ
ຕ້ອນຮັບຢ່າງອົບອຸ່ນ ທີ່ກຸງໄຄໂຣ ໃນວັນອັງຄານວານນີ້ ໃນ
ຖານະທີ່ເປັນຜູ້ນໍາອີຣ່ານ ທີ່ເດີນທາງໄປຢ້ຽມຢາມອີຈິບຄັ້ງ
ທໍາອິດ ນັບແຕ່ມີການປະຕິວັດທາງສາສະໜາອິສລາມຢູ່ອີຣ່ານ
ໃນປີ 1979.

ປະທານາທິບໍດີຄົນໃໝ່ຂອງອີຈິບ ທ່ານ Mohamed Morsi
ໄດ້ຕ້ອນຮັບຜູ້ນໍາອີຣ່ານ ໃນພິທີທີ່ປູພົມສີແດງ ຊຶ່ງເປັນຂີດ
ໝາຍອັນຈະແຈ້ງໃນການສິ້ນສຸດລົງຂອງສາຍພົວພັນທີ່ເຢັນ
ຊາ ລະຫວ່າງສອງປະເທດມະຫາອໍານາດໃນຂົງເຂດ. ຜູ້ນໍາ ອີຣ່ານມີກໍານົດທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດຂົງເຂດຊຶ່ງ
ເລີ້ມຕົ້ນຂຶ້ນທີ່ນະຄອນຫຼວງອີຈິບໃນວັນພຸດມື້ນີ້.

ອົງການຂ່າວ MENA ຂອງທາງການອີຈິບເວົ້າວ່າ ຜູ້ນໍາທັງສອງ ໄດ້ສົນທະນາຫາລືກັນ ກ່ຽວກັບ “ການຊອກຫາທາງແກ້ໄຂວິກິດການ ແລະການນອງເລືອດໃນຊີເຣຍ ໂດຍປາດ ສະຈາກການແຊກແຊງທາງທະຫານ” ຕະຫລອດທັງຊ່ອງທາງໃນການປັບປຸງສາຍສໍາພັນ ສອງຝ່າຍໃຫ້ດີຂຶ້ນ.

ອີຈິບໄດ້ຕັດຄວາມສຳພັນກັບອີຣ່ານ ໃນປີ 1979 ເວລາທີ່ກຸງໄຄໂຣສະເໜີໃຫ້ບ່ອນລີ້ໄພ ແກ່ພະເຈົ້າຊາທີ່ຖືກໂຄ່ນລົ້ມຂອງອີຣ່ານ. ສາຍສໍາພັນລະຫວ່າງປະເທດທັງສອງໄດ້ ເຊື່ອມໂຊມລົງໄປອີກ ຫລັງຈາກມີສັນຍາສັນຕິພາບລະຫວ່າງອີຈິບ ແລະອິສຣາແອລ ແລະ
ຈາກນັ້ນ ກໍຍັງສືບຕໍ່ເຢັນຊາມາຕະຫລອດ ໃນສາມທົດສະວັດທີ່ຢູ່ພາຍໃຕ້ການປົກຄອງ ຂອງອະດີດປະທານາທິບໍດີ Hosni Mubarak.

ເບິ່ງພາບການຢ້ຽມຢາມອີຈິບຂອງປະທານາທິບໍດີອີຣ່ານ:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG