ບັນດາເຈົ້າໜ້າທີ່ອີຈິບ ກ່າວວ່າ ໄດ້ເກີດເຫດລະເບີດຂື້ນໃນວັນ
ພະຫັດມື້ນີ້ ໃກ້ກັບເຮືອນຂອງລັດຖະມົນຕີກະຊວງພາຍໃນຂອງ
ປະເທດ ໃນກຸງໄຄໂຣ. ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍເຈັດຄົນ.
ພວກເຈົ້າໜ້າທີ່ຮັກສາຄວາມປອດໄພກ່າວວ່າ ລະເບີດໄດ້ແຕກ
ຂື້ນຢູ່ໃກ້ຂະບວນລົດຂອງ ລັດຖະມົນຕີກະຊວງພາຍໃນ ທ່ານ
Mohamed Ibrahim ຜູ້ທີ່ບໍ່ໄດ້ຮັບບາດເຈັບ ຈາກລະເບີດ.
ສື່ຂອງລັດອະທິບາຍວ່າ ການໂຈມຕີດັ່ງກ່າວແມ່ນການພະຍາຍາມ
ລອບສັງຫານ ທີ່ປະສົບຄວາມລົ້ມແຫລວ ແຕ່ຍັງບໍ່ມີຂ່າວໃດໆກ່ຽວ
ກັບວ່າ ໃຜເປັນຜູ້ຮັບຜິດຊອບ.
ລາຍງານຂັ້ນຕົ້ນ ເວົ້າວ່າ ພວກໂຈມຕີໄດ້ໃຊ້ລະເບີດລົດ ແຕ່ວ່າ
ໂທລະພາບລັດໄດ້ລາຍງານໃນພາຍຫລັງວ່າ ຄົນຮ້າຍໄດ້ແກວ່ງ
ລະເບີດມາຈາກຕຶກແຫ່ງນຶ່ງ ທີ່ຢູ່ໃກ້ໆນັ້ນ.
ການໂຈມຕີເກີດຂຶ້ນ ຢູ່ໃນຄຸ້ມ Nasr City ໃນເຂດກໍ້າຕາເວັນອອກສຽງເໜືອຂອງໄຄໂຣ ບ່ອນທີ່ ໃນເດືອນແລ້ວນີ້ ກໍາລັງຮັກສາຄວາມປອດໄພ ໄດ້ເຂົ້າທັບມ້າງການນັ່ງປະທ້ວງຂອງພວກຫົວສາສະໜາອິສລາມ ເຮັດໃຫ້ພວກສະໜັບສະໜຸນປະທານາທິບໍດີ Mohamed Morsi ທີ່ຖືກໂຄ່ນລົ້ມ ເສຍຊີວິດຫລາຍຮ້ອຍ