ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

9 ຄົນ ຂອງກຸ່ມ ຫົວຮຸນແຮງ ຖືກສັງຫານ ຢູ່ແຫຼມ ໄຊນາຍ (ວີດິໂອ)


ເຮືອບິນເຮລິຄອບເຕີຂອງກອງທະຫານອີຈິບ ທີ່​ໃຊ້​ໃນ​ການໂຈມຕີ ກຸ່ມຫົວຮຸນແຮງ
ເຮືອບິນເຮລິຄອບເຕີຂອງກອງທະຫານອີຈິບ ທີ່​ໃຊ້​ໃນ​ການໂຈມຕີ ກຸ່ມຫົວຮຸນແຮງ
​ຝູງເຮືອບິນເຮລິຄອບເຕີຂອງກອງທະຫານອີຈິບ ໄດ້ໂຈມຕີ
ກຸ່ມຕໍ່ສູ້ຫົວຮຸນແຮງ ໃນທາງພາກເໜືອແຫຼມ ໄຊນາຍ ເປັນມື້
ທີ 2 ຕິດຕໍ່ກັນໃນວັນອາທິດວານນີ້.

ທະຫານເອີ້ນການໂຈມຕີດັ່ງກ່າວນີ້ວ່າ ເປັນການໂຈມຕີ
ທາງທະຫານທີ່ໃຫຍ່ສຸດ ຕໍ່ພວກກຸ່ມກໍ່ການຮ້າຍໃນແຫຼມ
ໄຊນາຍໃນປີນີ້.

ມີຢ່າງນ້ອຍສະມາຊິກກຸ່ມຕໍ່ສູ້ຫົວຮຸນແຮງ 9 ຄົນໄດ້ຖືກ
ສັງຫານ ນັບຕັ້ງແຕ່ ວັນເສົາຜ່ານມານີ້​ ໃນຂະນະທີ່ຝູງ
ເຮືອບິນເຮລິຄອບເຕີ ຍິງປືນລົງໃສ່ສະຖານທີ່ ທີ່ສົງໄສວ່າ
ເປັນບ່ອນລີ້ຊ່ອນຂອງພວກກຸ່ມຕໍ່ສູ້ຫົວຮຸນແຮງນັ້ນ. ໄດ້ມີລາຍງານວ່າ ມີ​ການຍຶດເອົາ
ອາວຸດ​ໄດ້ຢ່າງຫຼວງຫຼາຍນໍາ.

ກຸ່ມຕໍ່ສູ້ຫົວຮຸນແຮງມຸສລິມ ໄດ້ຍາດເອົາໂອກາດຕອນທີ່ທາງການຮັກສາຄວາມປອດໄພ
ປ່ອຍປະລະ​ເລີຍ ຕອນທີ່ປະທານາທິບໍດີອີຈິບ ທ່ານ Hosni Mubarak ໄດ້ຕົກ​ຈາກ
ອຳນາດໃນປີ 2011 ນັ້ນ. ການໂຈມຕີຕໍ່ພວກຕໍາຫຼວດ ແລະພວກທະຫານນັ້ນໄດ້
ເພີ່ມທະວີຂຶ້ນ ນັບຕັ້ງແຕ່ກຸ່ມທະຫານ ໄດ້ໂຄ່ນລົ້ມປະທານາທິບໍດີອີຈິບ ຫົວອິສລາມ ເຖິງຖອງ ທ່ານ ມໍ​ຊີ ໃນເດືອນກໍລະກົດຜ່ານມານັ້ນ.

EGYPT MILITANTS VO.mov
please wait

No media source currently available

0:00 0:00:35 0:00
XS
SM
MD
LG