ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອີຈິບ ເອທິໂອເປຍ ແລະ ຊູດານ ເຊັນຂໍ້ຕົກລົງ ກ່ຽວກັບ ການສ້າງເຂື່ອນ ໃສ່ແມ່ນຳ້ Nile


ປະທານາທິບໍດີຊູດານ ທ່ານ Omar al-Bashir (ກາງ) ປະທານາທິບໍດີອີຈິບ ທ່ານ Abdel-Fattah el-Sissi (ຊ້າຍ) ແລະນາຍົກລົດຖະມົນຕີເອທິໂອເປຍ ທ່ານ Hailemariam Desalegn (ຂວາ).
ປະທານາທິບໍດີຊູດານ ທ່ານ Omar al-Bashir (ກາງ) ປະທານາທິບໍດີອີຈິບ ທ່ານ Abdel-Fattah el-Sissi (ຊ້າຍ) ແລະນາຍົກລົດຖະມົນຕີເອທິໂອເປຍ ທ່ານ Hailemariam Desalegn (ຂວາ).

ອີ​ຈິບ ເອທິ​ໂອ​ເປຍ ​ແລະ​ຊູ​ດານ ​ໄດ້​ລົງ​ນາມໃນຂໍ້​ຕົກລົງ​ຂັ້ນ​ຕົ້ນ
ທີ່​ຈະແບ່ງປັນ​ນຳ້ ຈາກ​ແມ່​ນຳ້ Nile ​ເພື່ອ​ອະນຸ​ຍາດ​ໃຫ້ ເອທິ​ໂອ​
ເປຍທຳ​ການ​ກໍ່​ສ້າງ​ເຂື່ອນ​ໄຟຟ້າ​ ຂະໜາດໃຫຍ່ແຫ່ງໃໝ່.

ບັນດາ​ຜູ້ນຳຂອງອີ​ຈິບ ​ເອທິ​ໂອ​ເປຍ ​ແລະ​ຊູ​ດານ ​ໄດ້​ລົງ​ນາມຂໍ້
​ຕົກລົງ​ຂັ້ນ​ຕົ້ນ ຢູ່ນະຄອນ Khartoum ​ໃນ​ວັນ​ຈັນ​ວານ​ນີ້.

ນາຍົກລັດຖະມົນຕີ​ເອທິ​ໂອ​ເປຍ ທ່ານ Hailemariam Desa-
legn ກ່າວ​ວ່າ ​ເຂື່ອນ​ໄຟຟ້າ​ ມູນ​ຄ່າ 4 ພັນ​ລ້ານ​ໂດ​ລາ ທີ່​ປະ
​ເທດ​ຂອງ​ທ່ານ​ກຳລັງ​ກໍ່ສ້າງ ຈະ​ບໍ່​ລົບ​ກວນ​ການ​ໄຫລ​ຂອງ​ແມ່​ນໍ້າ
Nile ທີ່​ມີຕົ້ນກຳເນີດເລີ້​ມມາ​ຈາກເອທິ​ໂອ​ເປຍ.

ເອທິໂອເປຍເລີ້ມກໍ່ສ້າງເຂື່ອນແຫ່ງນີ້ ມາໄດ້ຫລາຍປີແລ້ວ ໂດຍມີເປົ້າໝາຍທີ່ຈະຜະລິດ
ກະແສໄຟຟ້າ ເພື່ອຕົນເອງແລະບັນດາປະເທດໃກ້ຄຽງ.

ອີ​ຈິບ ທີ່​ໄດ້​ກາງຕໍ່ອາ​ໄສ​ແມ່​ນຳ້ນີ້ ​ໃນ​ການ​ກະ​ສິ​ກຳ ​ແລະໃຊ້ດື່ມນັ້ນ ມີ​ຄວາມ​ຢ້ານ​ກົວ​ວ່າ
​ເຂື່ອນດັ່ງກ່າວ​ອາດ​ຈະ​ເຮັດ​ໃຫ້​ປະລິມານ​ນຳ້ຫລຸດ​ລົງ.

Egypt Ethiopia Nile
please wait
Embed

No media source currently available

0:00 0:01:06 0:00

ບັນຫາ​ກ່ຽວ​ກັບ​ນຳ້​ຢູ່​ໃນ​ຂົງ​ເຂດ ໄດ້​ເກີດ​ມີ​ບັນຫາ​ມາ​ເປັນ​ເວລາ​ຫລາຍ​ສິບ​ປີແລ້ວ. ສົນທິສັນ
ຍາຕ່າງໆຢູ່​ໃນ​ສະ​ໄໝ​ການ​ເປັນ​ຫົວ​ເມືອງ​ຂື້ນໄດ້​ມອບ​ນຳ້​ຈາກ​ສ່ວນໃຫຍ່ ຈາກແມ່​ນຳ້ Nile
ໃຫ້​ແກ່ອີຈິບ ​ແລະ​ຊູ​ດານ​.

ລັດ​ຖະມົນ​ຕີກະຊວງ​ນຳ້ ຂອງ​ເອທິ​ໂອ​ເປຍ ທ່ານ Alemayehu Tegenu ​ໃນ​ວັນ​ຈັນ​ວານ
ນີ້ ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ພະແນກພາສາຂອງ​ແຫລມອາ​ຟຣິກາວ່າ ບັນດາ​ປະ​ເທດ​ໄດ້​ເຫັນ​ດີ
ນຳກັນວ່າ ​ນຳ້ຈາກ​ແມ່​ນຳ້ Nile ແມ່ນມີຄວາມຈຳເປັນ​ຕໍ່​ປະ​ເທດ​ທັງ​ສາມ ​ທັງສຳຫລັບການ
ນຳ​ໃຊ້​ແກ່​ມະນຸດ ​ແລະ​ກິດຈະການ​ພັດທະນາ​ຕ່າງໆ.

Trans-boundary Water Resources and Ways to Manage Disputes
please wait

No media source currently available

0:00 0:03:27 0:00

XS
SM
MD
LG