ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄົນໃນຫລາຍຫົວເມືອງຂອງໂລກ ໂຮມຊຸມນຸມກັນ ເພື່ອສະໜັບສະໜູນ ປະຊາທິປະໄຕໃນອີຈິບ.


ພວກເດີນຂະບວນປະທ້ວງໂຮມຊຸມນຸມກັນຢູ່ຕໍ່ໜ້າສະຖານທູດອີຈິບໃນນະຄອນຫລວງອຳມານຂອງຈໍແດນ ໄດ້ພາ
ກັນຮ້ອງໂຮເພື່ອຮຽກຮ້ອງໃຫ້ປະທານາທິບໍດີ Hosni Mubarak ກ້າວລົງຕໍາແໜ່ງແລະໃຫ້ມີການປະຕິຮູບໃນທົ່ວ ໂລກອາຫຣັບ ໃນວັນເສົາ, ທີ 29, 2011 (REUTERS/Majed Jaber).
ພວກເດີນຂະບວນປະທ້ວງໂຮມຊຸມນຸມກັນຢູ່ຕໍ່ໜ້າສະຖານທູດອີຈິບໃນນະຄອນຫລວງອຳມານຂອງຈໍແດນ ໄດ້ພາ ກັນຮ້ອງໂຮເພື່ອຮຽກຮ້ອງໃຫ້ປະທານາທິບໍດີ Hosni Mubarak ກ້າວລົງຕໍາແໜ່ງແລະໃຫ້ມີການປະຕິຮູບໃນທົ່ວ ໂລກອາຫຣັບ ໃນວັນເສົາ, ທີ 29, 2011 (REUTERS/Majed Jaber).

ພວກ​ປະ​ທ້ວງຈຳນວນ​ນຶ່ງ​ໄດ້ພາກັນ​ລົງ​ສູ່​ຖະໜົນຫົນທາງ​
ສາຍ​ຕ່າງໆ​ໃນນະຄອນຫລວງ​ວໍ​ຊິງ​ຕັນ ​ແລະ​ໃນ​ອີກ​
ຫລາຍໆຫົວ​ເມືອງ​ຂອງ​ໂລກ ​ເພື່ອ​ສະ​ແດງ​ການສະໜັບສະ
ໜູນ​ແກ່​ການ​ໂຮມຊຸມນຸມເພື່ອ​ປະຊາທິປະ​ໄຕ​ໃນ​ອີ​ຈິບ.

ພວກ​ປະ​ທ້ວງດັ່ງກ່າວໄດ້​ໄປໂຮມຊຸມນຸມ​ກັນຢູ່​ຕໍ່ໜ້າສະຖານ
ທູດ​ອີ​ຈິບ ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນໃນວັນ​ເສົາ​ວານ​ນີ້.
ຫລັງ​ຈາກ​ນັ້ນ ພວກ​ເຂົາ​ເຈົ້າກໍ​ໄດ້ ພາກັນ​ເດີນ​ຂະ​ບວນ​ໄປ
ໂຮມຊຸມນຸມ​ກັນຢູ່​ຕໍ່ໜ້າທຳນຽບຂາວ.

ໃນວັນ​ສຸກ​ຜ່ານ​ມານັ້ນ ກໍ​ໄດ້​ມີ​ການເດີນ​ຂະ​ບວນຄ້າຍຄື​ກັນນີ້
ຢູ່​ໃນ​ວໍ​ຊິງ​ຕັນ​ເຊ່ນ​ກັນ. ການເດີນ​ຂະ​ບວນຕ່າງໆນັ້ນ ​ແມ່ນ
ເປັນ​ໄປ​ຢ່າງ​ສັນຕິ​ວິທີ.

ເວັບ​ໄຊ໌ ​ໃນ​ອິນ​ເຕີ​ແນັດ Standtogethernow.org ໄດ້
ຮຽກຮ້ອງ​ໃຫ້​ມີ​ການ​ປະ​ທ້ວງເພື່ອ​ຄວາມ​ເປັນ​ເອກະ​ພາບກັນ​
ກັບຄົນອີ​ຈິບ ຢູ່​ຫລາຍໆ​ແຫ່ງ​ໃນ​ທົ່ວ​ສະຫະລັດ ​ແລະ​ຢູ​ໂຣບ.

ໄດ້ມີ​ການປະ​ທ້ວງ​ເຊ່ນ​ກັນ​ຢູ່​ຕໍ່ໜ້າສະຖານທູດ​ອີ​ຈິບ​ໃນນະຄອນຫລວງອຳ​ມານຂອງ​ຈໍ​ແດນ
ໃນວັນ​ເສົາ​ວານ​ນີ້ ​ເພື່ອຮຽກຮ້ອງ​ໃຫ້​ປະທານາທິບໍດີ Hosni Mubarak ກ້າວ​ລົງ​ຕໍາ​ແໜ່ງ
ແລະ​ໃຫ້​ມີ​ການ​ປະຕິຮູບ​ໃນ​ທົ່ວໂລກ​ອາຫຣັບ.

ໃນວັນ​ເສົາ​ວານ​ນີ້, ອົງການ​ຂ່າວເອພີ ລາຍ​ງານ​ວ່າ ພວກ​ນັກ​ສຶກສາ​ໃນ​ອີຣ່ານກໍ​ໄດ້​ພາກັນ
ໄປປະ​ທ້ວງຢູ່​ຕໍ່ໜ້າສະຖານທູດ​ອີ​ຈິບ​ໃນ​ນະຄອນຫລວງ​ເຕ​ເຮຣ່ານ ​ເຊັ່ນ​ກັນ.

XS
SM
MD
LG