ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກສຶກສາແລະ ຕໍາຫລວດປາບຈະລາຈົນ ປະທະກັນ ໃນກຸງໄຄໂຣ ປະເທດອີຈິບ (ວີດີໂອ)


ຜູ້ຊາຍຄົນນຶ່ງຢືນ ຢູ່ຕໍ່ໜ້າຕຶກຂອງອາຈານສອນ ທີ່ມະຫາວິທະຍາໄລ Al-Azha ໃນກຸງໄຄໂຣ ປະເທດອີຈິບ
ຜູ້ຊາຍຄົນນຶ່ງຢືນ ຢູ່ຕໍ່ໜ້າຕຶກຂອງອາຈານສອນ ທີ່ມະຫາວິທະຍາໄລ Al-Azha ໃນກຸງໄຄໂຣ ປະເທດອີຈິບ
ການ​ປະ​ທະ​ກັນ ລະຫວ່າງ​ພວກ​ນັກ​ສຶກສາ ​ແລະ​ຕໍາ​ຫລວດ​ປາບ
ຈະລາຈົນ ​ໄດ້​ດໍາ​ເນີນ​ຢູ່​ຕໍ່​ໄປ​ໃນ​ວັນ​ອາທິດ​ວານ​ນີ້ ​ເປັນ​ມື້​ທີ່​ສອງ
ຢູ່​ທີ່ມະຫາວິທະຍາ​ໄລ ອິສລາມ ທີ່ສໍາຄັນຂອງ ອີ​ຈິບ.

ລັດຖະບານ ​ໄດ້​ກ່າວ​ຫາ ພວກ​ນັກ​ສຶກສາ ທີ່​ສະໜັບສະ​ໜູນ ພັກ
ພະລາດອນ ພາບມຸສລິມ ວ່າ ຫາ​ທາງ​ກໍ່​ຄວາມ​ຮຸນ​ແຮງ ​ເພື່ອ​ຍຸດ
ຕິ​ປີ​ການ​ສຶກສາ​ ແລະ​ລົບ​ ລ້າ​ງການ​ສອບ​ເສັ​ງ.

ບັນດາ​ນັກສຶກ​ສາ​ທີ່ ມະຫາວິທະຍາ​ໄລ ​ໃນ​ກຸ​ງ​ໄຄ​ໂຣ ຊຶ່ງເປັນ​ທີ່​
ໝັ້ນ​ຂອງພວກ ທີ່ສະໜັບສະໜູນ​ ປະທານາທິບໍດີ ທີ່​ຖືກຂັບ​ໄລ່​
ອອກ ທ່ານ Mohammed Morsi ​ໄດ້​ພາກັນ​ປະ​ທ້ວງມາ​ເປັນ
​ເວລາ​ຫລາຍ​ອາທິດ ຕ້ານ​ການ​ຂັບ​ໄລ່​ທ່ານ ​ໂດຍ​ຝ່າຍທະຫານ ​ແລະ​ ການ​ກວດ​ລ້າງທີ່​ຕິດ
ຕາມ​ມາ ຂອງລັດຖະບານ.

ກຸ່ມ​ພະລາດອນພາບ​ມຸສລິ​ມ ຂອງ​ທ່ານ Morsi ​ໄດ້​ປະກາດ​ ​ໃຫ້​ເປັນອົງການ ຈັດ​ຕັ້ງຂອງ
ກຸ່ມ​ກໍ່​ການ​ຮ້າຍ​ໃນ​ອາທິດ​ແລ້ວນີ້. ພວກ​ນັກ​ສຶກສາ ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງ​ພາກັນ​ຈັດ​ຕັ້ງ
​ບໍ່ເຂົ້າຮ່ວມການ​ສອບ​ເສັງ​ເພື່ອ​ປະ​ທ້ວງ ຕໍ່ການ​ຈັບ​ກຸມ ​ແລະ​ສັງ​ຫານ​ເພື່ອນ​ຂອງ​ເຂົາ​ເຈົ້າ.

egypt
please wait
Embed

No media source currently available

0:00 0:00:34 0:00
XS
SM
MD
LG