ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

4 ຄົນ ເສຍຊີວິດ ໃນການປະທະກັນ ທີ່ກຸງໄຄໂຣ ປະເທດ ອີຈິບ (ສະໄລດ໌/ວີດີໂອ)


Para anggota Organisasi Keamanan dan Kerja Sama Eropa menyaksikan pengumpulan puing-puing pesawat Malaysia Airlines MH17 di lokasi jatuh di Hrabove, Ukraina timur (16/11).  (AP/Mstyslav Chernov)
Para anggota Organisasi Keamanan dan Kerja Sama Eropa menyaksikan pengumpulan puing-puing pesawat Malaysia Airlines MH17 di lokasi jatuh di Hrabove, Ukraina timur (16/11).  (AP/Mstyslav Chernov)
ການປະທະກັນໄດ້ລະເບີດຂຶ້ນໃນທົ່ວປະເທດອີຈິບ ລຸນຫຼັງພິທີ
ສວດມົນພາວະນາໃນມື້ວັນສຸກວານນີ້ ຂະນະທີ່ພວກສະໜັບສະ
ໜຸນອະດີດປະທານາທິບໍດີ ທີ່ຖືກໂຄ່ນລົ້ມ ທ່ານ Mohamed
Morsi ພະຍາຍາມ ທີ່ຈະເດີນຂະບວນ ປະທ້ວງລັດຖະບານທະ
ຫານ ທີ່ໂຄ່ນລົ້ມທ່ານ.

ເຈົ້າໜ້າທີ່ກະຊວງສາທາລະນະສຸກກ່າວວ່າ ມີ 4 ຄົນເສຍຊີວິດ ໃນການປະທະກັນຢູ່ທີ່ກຸງໄຄໂຣລະຫວ່າງພວກສະໜັບສະໜຸນ
ທ່ານ Morsi ແລະກຳລັງຮັກສາຄວາມສະຫງົບ.​

ການຕໍ່ສູ້ກັນ ເລີ້ມຂຶ້ນເວລາພວກສະໜັບສະໜຸນ ທ່ານ Morsi ພະຍາຍາມທີ່ຈະໄປເຕົ້າໂຮມກັນຢູ່ທີ່ຈະຕຸລັດ Tahrir ຊຶ່ງເປັນຈຸດສຳຄັນໃນການສະແດງ ອອກເຖິງຄວາມບໍ່ພໍໃຈ ແລະຮຽກຮ້ອງເພື່ອໃຫ້ມີການປ່ຽນແປງທາງດ້ານການເມືອງ ແລະ ສັງຄົມ ໃນໄລຍະ 3 ປີທີ່ຜ່ານມານີ້.



ນອກນັ້ນ ຍັງມີອີກ 40 ຄົນ ໄດ້ຮັບບາດເຈັບ ຢູ່ໃນທົ່ວປະເທດ.

ເປັນທີ່ຄາດກັນວ່າ ໃນວັນອາທິດມື້ອື່ນນີ້ຈະມີການປະທ້ວງຕື່ມອີກ ເວລາອີຈິບລະລຶກເຖິງ ວັນຄົບຮອບ ການເຮັດສົງຄາມກັບອິສຣາແອລໃນປີ 1973.

ລັດຖະບານທະຫານຊົ່ວຄາວອີຈິບ ກ່າວວ່າ ການປາບປາມພວກປະທ້ວງ ແມ່ນເພື່ອປ້ອງ ກັນພວກກໍ່ການຮ້າຍ.
Egypt Clashes
please wait
Embed

No media source currently available

0:00 0:00:32 0:00
XS
SM
MD
LG