ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການປະທ້ວງທົ່ວອີຈິບ ເພື່ອຕໍ່ຕ້ານລັດຖະບານ (ວີດິໂອ)


ການປະທ້ວງຢູ່ອີຈິບ, ວັນທີ 6 ເມສາ 2013.
please wait

No media source currently available

0:00 0:00:30 0:00

ເບິ່ງວີດິໂອ ກ່ຽວກັບ ການປະທ້ວງຢູ່ອີຈິບ, ວັນທີ 6 ເມສາ 2013.

ຕໍາຫຼວດອີ​ຈິບ​ໄດ້​ໃຊ້​ລະ​ເບີດ​ນໍ້າຕາ ​ຂັບ​ໄລ່​ພວກ​ປະ​ທ້ວງຕໍ່ຕ້ານ
​ລັດຖະບານຫຼາຍຮ້ອຍ​ຄົນ ​ໃຫ້​ສະຫຼາຍຕົວ​ຢູ່​ໃນໄຄ​ໂຣ ​ເມືອງ
ຫຼວງຂອງ​ອີ​ຈິບ.

ການ​ປະ​ທ້ວງ​ໄດ້​ມີ​ຂຶ້ນຢູ່​ທົ່ວ​ອີ​ຈິບ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເພື່ອເປັນ​
ຂີດ​ໝາຍ​ວັນຄົບ​ຮອບ​ປີ​ທີ່​ຫ້າ​ ຂອງ​ການຈັດ​ຕັ້ງກຸ່ມ​ທີ່​ຊື່ວ່າ ​
ຂະ​ບວນການ​ຊາວ​ໜຸ່ມ​ ວັນ​ທີ 6 ​ເມສາ.

ຂະ​ບວນການດັ່ງກ່າວ ຊຶ່ງ​ມີ​ບົດບາດ​ສໍາຄັນ​ໃນ​ການ​ໂຄ່ນ​ລົ້ມ
ປະທານາທິບໍດີ Hosni Mubarak ທີ່​ປົກຄອງ​ປະ​ເທດມາເປັນ
ເວລາ​ດົນ​ນານ​ໃນ​ປີ 2011 ນັ້ນ ໃນ​ເບື້ອງ​ຕົ້ນ​ແມ່ນໄດ້ໜຸນຫຼັງ
ປະທານາ​ທິບໍດີ Mohamed Morsi ​ໃນ​ການ​ເລືອກຕັ້ງ​ປະທານາທິບໍດີ.

​ແຕ່​ພາຍຫຼັງຕໍ່​ມາ ​ກຸ່ມ​ດັ່ງກ່າວ​ເກີດ​ຂັດໃຈກັບ​ທ່ານ Morsi ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ລາ​ອອກ.

ພວກ​ປະ​ທ້ວງ​ໄດ້​ກ່າວ​ຫາ​ທ່ານ Morsi ວ່າ​ວາງ​ຕົນ​ເປັນ​ແບບ​ດຽວກັນ​ກັບ​ປະທານາທິບໍດີ​ຄົນ​ກ່ອນ ​ແລະ​ບໍ່​ໄດ້​ດໍາເນີນ​ຂັ້ນ​ຕອນ​ທາງ​ການ​ເມືອງ​ທີ່ລວມ​ເອົາ​ໝົດ​ທຸກ​ກຸ່ມ.
XS
SM
MD
LG