ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຈົ້າໜ້າທີ່ ສຫລ ແລະ ອັງກິດ ກ່າວວ່າ “ເປັນໄປໄດ້ສູງ” ທີ່ລະເບີດ ເຮັດໃຫ້ເຮືອບິນຕົກ

ປະຊາຊົນ ເຕົ້າໂຮມກັນ ຢູ່ດ້ານລຸ່ມ ອານຸສາວະລີ ເສົາ Alexander ຢູ່ຈະຕຸລັດປະສາດ Dvortsovaya ໃນນະຄອນ St. Petersburg ເພື່ອ ເປັນກຽດໃຫ້ແກ່ ຜູ້ເຄາະຮ້າຍ 224 ຄົນທີ່ເສຍຊີວິດ ໃນເຫດການເຮືອບິນຕົກ ໃນອີ່ຈິບ ເມື່ອວັນເສົາຜ່ານມານັ້ນ, ປະເທດຣັດເຊຍ ວັນທີ 4 ພະຈິກ 2015.

ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ອັງກິດ ກຳລັງບອກສື່ມວນ
ຊົນວ່າ ມັນມີ “ຄວາມເປັນໄປໄດ້ສູງ” ທີ່ລະເບີດ ໄດ້ເຮັດໃຫ້
ເຮືອບິນໂດຍສານ ຣັດເຊຍຕົກ ຢູ່ທີ່ແຫລມ Sinai ຂອງອີ່ຈິບ
ເມື່ອອາທິດແລ້ວນີ້ ທີ່ໄດ້ສັງຫານ ທັງໝົດ 224 ຄົນຢູ່ເທິງເຮືອ
ບິນນັ້ນ.

ເຈົ້າໜ້າທີ່ສະຫະລັດທ່ານນຶ່ງ ໄດ້ບອກບາງສື່ມວນຊົນ ວ່າ ການ
ຕິດຕໍ່ສື່ສານ ທີ່ສະກັດເອົາມາໄດ້ນັ້ນ ເປັນໄປໄດ້ວ່າ ແມ່ນພວກ
ລັດອິສລາມ ເປັນຜູ້ຮັບຜິດຊອບ. ແລະ ລັດຖະມົນຕີຕ່າງປະເທດ
ອັງກິດ ທ່ານ Philip Hammond ກໍກ່າວວ່າ “ມັນມີຄວາມສຳ
ຄັນ ທີ່ເປັນໄປໄດ້ ວ່າ ການຕົກຂອງເຮືອບິນນັ້ນ ແມ່ນເປັນ
ຍ້ອນ ການວາງລະເບີດໃສ່ເຮືອບິນດັ່ງກ່າວ.”

ບັນດານັກຊ່ຽວຊານ ແມ່ນກຳລັງສຳຫລວດເບິ່ງ ຊາກຫັກພັງ ຫາຮ່ອງຮອຍໃດໆ ຂອງ
ການກໍ່ການຮ້າຍ ໃນຂະນະທີ່ບາງລາຍງານ ກ່າວວ່າ ການກວດສອບທາງນິຕິເວດ ໄດ້
ເປີດເຜີຍວ່າ ມີສະເກດຢູ່ໃນຮ່າງກາຍຂອງຜູ້ເຄາະຮ້າຍບາງສ່ວນ. ບັນດານັກຊ່ຽວຊານ
ຍັງໄດ້ນຳເອົາຫີບດຳບັນທຶກການບິນ ທັງສອງໜ່ວຍ ອອກມາໄດ້.

ຜູ້ຍິງຄົນນຶ່ງ ວາງດອກໄມ້ ຢູ່ທີ່ສະຖານທີ່ໄວ້ອາໄລ ຊົ່ວຄາມ ຢູ່ນອກ ສະໜາມບິນ Pulkovo ໃນນະຄອນ St. Petersburg ສຳຫລັບບັນດາຜູ້ເຄາະຮ້າຍ ຂອງເຮືອບິນໂດຍສານ ຣັດເຊຍ ທີ່ຕົກລົງໃນອີ່ຈິບ, ວັນທີ 4 ພະຈິກ 2015.
ຜູ້ຍິງຄົນນຶ່ງ ວາງດອກໄມ້ ຢູ່ທີ່ສະຖານທີ່ໄວ້ອາໄລ ຊົ່ວຄາມ ຢູ່ນອກ ສະໜາມບິນ Pulkovo ໃນນະຄອນ St. Petersburg ສຳຫລັບບັນດາຜູ້ເຄາະຮ້າຍ ຂອງເຮືອບິນໂດຍສານ ຣັດເຊຍ ທີ່ຕົກລົງໃນອີ່ຈິບ, ວັນທີ 4 ພະຈິກ 2015.

ສ່ວນພວກລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳຫລັບຄວາມຫາຍະນະນັ້ນ
ແຕ່ມາເຖິງຕອນນີ້ ບໍ່ໄດ້ສະເໜີ ຫລັກຖານໃດໆ ທີ່ຢັ້ງຢືນການກ່າວອ້າງທ່ີວ່ານັ້ນ.

ປະທານາທິບໍດີ ອີ່ຈິບ ທ່ານ Abdel Fattah el-Sissi ໄດ້ປະຕິເສດການກ່າວອ້າງ ຂອງ
ພວກລັດອິສລາມນັ້ນ ໂດຍເວົ້າວ່າ “​ເປັນ​ການ​ໂຄສະນາ​ຊວນ​ເຊຶຶ່ອ” ແລະ ເປັນຄວາມ
ພະຍາຍາມ ທຳລາຍ ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຂອງອີ່ຈິບ. ທ່ານພວມຢູ່ໃນ
ນະຄອນຫຼວງ London ເພື່ອພົບປະກັບນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ໃນວັນພະຫັດມື້ນີ້.

ແຜນທີ່ຂົງເຂດ Sharm El-Sheikh ຂອງອີ່ຈິບ
ແຜນທີ່ຂົງເຂດ Sharm El-Sheikh ຂອງອີ່ຈິບ

ດ້ວຍການສະເໜີ ໃຫ້ຄຳເຫັນ ໂດຍອັງກິດ ແລະ ອີ່ຈິບ ທີ່ແຕກຕ່າງກັນ ກ່ຽວກັບສາເຫດ
ທີ່ເຮັດໃຫ້ເຮືອບິນໂດຍສານຕົກ ຊຶ່ງເຫດການນີ້ ແມ່ນແນ່ນອນແລ້ວວ່າ ຈະເປັນເລື່ອງ
ອັນດັບສູງ ໃນລາຍການປະຊຸມ ຂອງທັງສອງທ່ານ. ກອງປະຊຸມນີ້ ແມ່ນໄດ້ຖືກກຳນົດ
ໄວ້ແລ້ວ ຢູ່ທີ່ ບ້ານເລກທີ 10 ຖະໜົນ Downing ກ່ອນໜ້າເຫດການເຮືອບິນຕົກໄດ້
ເກີດຂຶ້ນ.

ພາບຖ່າຍຂອງຜູ້ເຄາະຮ້າຍສອງຄົນ ນາງ Natalia Soldatulina ແລະ Alexandra Pilip ໄດ້ຖືກຕິດໄວ້ ຢູ່ໃກ້ກອງດອກໄມ້ ແລະຕຸກກະຕາ ຢູ່ທາງເຂົ້າສະໜາມບິນ Pulkovo ທີ່ຕັ້ງຢູ່ນອກ ນະຄອນ St. Petersburg, ປະເທດຣັດເຊຍ ວັນທີ 4 ພະຈິກ 2015.

ອົງການຂ່າວ Associated Press ຫຼື AP ລາຍງານວ່າ ຫົວໜ້າຂອງ ສະໜາມບິນ
Sharm El-Sheikh ທ່ານ Abdel-Wahab Ali ໄດ້ຖືກເລື່ອນຕຳແໜ່ງຂຶ້ນ ໃຫ້ເປັນ
ຜູ້ຊ່ວຍປະທານ ຂອງບໍລິສັດລັດວິສາຫະກິດ ທີ່ບໍລິຫານສະໜາມບິນ ພົນລະເຮືອນ
ຂອງອີ່ຈິບ ເມື່ອວັນພຸດວານນີ້. ມັນບໍ່ຈະແຈ້ງວ່າ ການໄດ້ຂຶ້ນຕຳແໜ່ງນັ້ນ ຈະມີຜົນອັນ
ໃດ ຕໍ່ຖານະຂອງຜູ້ກ່ຽວ ຢູ່ທີ່ສະໜາມບິນຫຼືບໍ່.

ທ່ານ David Schenker ນັກຊ່ຽວຊານດ້ານຕາເວັນອອກກາງ ຈາກສະຖາບັນ ວໍຊິງຕັນ
ເພື່ອນະໂຍບາຍ ເຂດຕາເວັນອອກໃກ້ ບອກວີໂອເອວ່າ “ມັນອາດບໍ່ເປັນການ ທີ່ໜ້າ
ແປກໃຈ”
ຖ້າ ພວກລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳຫລັບ ການທຳລາຍ
ເຮືອບິນດັ່ງກ່າວນັ້ນ.

ເຮືອບິນໂດຍສານ ລຸ້ນ Airbus A321 ຂອງສາຍການບິນ Metrojet ມີຖະບຽນໝາຍເລກ EI-ETJ ທີ່ຕົກໃນເຂດແຫຼມ Sinia ຂອງອີ່ຈິບ, ກຳລັງບິນຂຶ້ນຈາກສະໜາມບິນ Domodedovo ຂອງມົສກູ, ປະເທດຣັດເຊຍ, ວັນທີ 20 ຕຸລາ 2015.
ເຮືອບິນໂດຍສານ ລຸ້ນ Airbus A321 ຂອງສາຍການບິນ Metrojet ມີຖະບຽນໝາຍເລກ EI-ETJ ທີ່ຕົກໃນເຂດແຫຼມ Sinia ຂອງອີ່ຈິບ, ກຳລັງບິນຂຶ້ນຈາກສະໜາມບິນ Domodedovo ຂອງມົສກູ, ປະເທດຣັດເຊຍ, ວັນທີ 20 ຕຸລາ 2015.

Egypt Russia Plane
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG