ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຈິບ ຕັດສິນພົ້ນໂທດຄົນ ອີຈິບ ສັນຊາດ ອາເມຣິກັນ ທີ່ຖືກຕັ້ງຂໍ້ຫາໃສ່ວ່າ ຄ້າມະນຸດ


ນາງ Aya Hijazi, ກາງ, ໄດ້ຮັບການຕັດສິນພົ້ນໂທດ ໂດຍ
ສານ ອີຈິບ ຫຼັງຈາກຖືກກັກຂັງມາເກືອບ 3 ປີ ຍ້ອນການ
ກ່າວຫາ ວ່າກ່ຽວຂ້ອງກັບການດຳເນີນມູນນິທິເພື່ອຊ່ວຍ
ເຫຼືອເດັກນ້ອຍຂ້າງຖະໜົນ, ນະຄອນຫຼວງ ໄຄໂຣ, ອີຈິບ. 16 ເມສາ, 2017.
ນາງ Aya Hijazi, ກາງ, ໄດ້ຮັບການຕັດສິນພົ້ນໂທດ ໂດຍ ສານ ອີຈິບ ຫຼັງຈາກຖືກກັກຂັງມາເກືອບ 3 ປີ ຍ້ອນການ ກ່າວຫາ ວ່າກ່ຽວຂ້ອງກັບການດຳເນີນມູນນິທິເພື່ອຊ່ວຍ ເຫຼືອເດັກນ້ອຍຂ້າງຖະໜົນ, ນະຄອນຫຼວງ ໄຄໂຣ, ອີຈິບ. 16 ເມສາ, 2017.

ສານແຫ່ງໜຶ່ງຂອງປະເທດ ອີຈິບ ໄດ້ຕັດສິນພົ້ນໂທດແມ່ຍິງ ອາເມຣິ ກັນ ຄົນໜຶ່ງ ແລະ
ອີກ 7 ຄົນ, ຫຼັງຈາກໄດ້ຖືກກັກຂັງມາເປັນເວລາເກືອບ 3 ປີ ກ່ຽວກັບ ຂໍ້ຫາການຄ້າມະນຸດ
ທີ່ກ່ຽວຂ້ອງກັບມູນນິທິຂອງລາວ ເຊິ່ງຊ່ວຍເຫຼືອເດັກນ້ອຍຂ້າງຖະໜົນຂອງນະຄອນຫຼວງ
ໄຄໂຣ.

ຈຳເລີຍຜູ້ທີໜຶ່ງ ນາງ Aya Hijazim, ຜົວຂອງລາວ ແລະ ອີກ 6 ຄົນ ໄດ້ຖືກຄວບຄຸມຕົວ
ມາ ຕັ້ງແຕ່ເດືອນພຶດສະພາປີ 2014 ເມື່ອຕຳຫຼວດນະຄອນຫຼວງ ໄຄໂຣ ໄດ້ບຸກເຂົ້າໄປ
ໃນມູນນິທິຂອງ

ລາວ ໂດຍບໍ່ມີໃບອະນຸຍາດຈາກສານ, ພວກເຂົາເຈົ້າໄດ້ຍຶດເອົາຄອມພິວເຕີແລັບທັອບ
ແລະ ອຸປະກອນອື່ນໆໄປ.

ທັງໝົດເຈັດຄົນໄດ້ຖືກຕັ້ງຂໍ້ຫາຄ້າມະນຸດ, ການຂູດຮີດທາງເພດຂອງເດັກນ້ອຍ, ແລະ
ໃຊ້ເດັກນ້ອຍໃນການປະທ້ວງຕໍ່ຕ້ານລັດຖະບານ. ການຈັບກຸມໄດ້ກໍ່ໃຫ້ເກີດຄວາມບໍ່ພໍ
ໃຈຈາກພວກກຸ່ມນັກເຄື່ອນໄຫວທີ່ໄດ້ອ້າງວ່າ ຂໍ້ກ່າວຫາດັ່ງກ່າວແມ່ນຖືກເສກສັນປັ້ນ
ແຕ່ງຂຶ້ນມາ ແລະ ເປັນສ່ວນໜຶ່ງຂອງການປາບປາມສັງຄົມພົນລະເຮືອນໂດຍລັດຖະ
ບານ.

ກ່ອນການຕັດສິນພົ້ນໂທດໃນວັນອາທິດວານນີ້, ການດຳເນີນການຂອງສານໄດ້ຖືກ
ເລື່ອນເວລາຫຼາຍຄັ້ງ ກ່ຽວກັບ ສິ່ງທີ່ກຸ່ມສິດທິມະນຸດກ່າວວ່າ ເປັນຂໍ້ອ້າງທີ່ບໍ່ສົມເຫດສົມ
ຜົນຄື ພວກເຂົາເຈົ້າບໍ່ສາມາດ ທີ່ຈະເປີດຄອມພິວເຕີຢູ່ການພິຈາລະນາຂອງສານໄດ້.

ເຈົ້າໜ້າທີ່ອາວຸໂສຄົນໜຶ່ງຈາກອົງການສິ້ງຊອມສິດທິມະນຸດສາກົນ ໃນເດືອນແລ້ວນີ້ ໄດ້ເອີ້ນຄະດີຕໍ່ນາງ Hijazi ແລະ ພວກຈຳເລີຍຮ່ວມກັບ

ລາວວ່າ “ບໍ່ມີຫຍັງທີ່ນ້ອຍໄປກວ່າການດູຖືກລະບົບກົດໝາຍ.” ທ່ານ Joe Stork ຈາກ ອົງການສິ້ງຊອມສິດທິມະນຸດກໍໄດ້ປະທ້ວງເຊັ່ນກັນວ່າ ຈຳເລີຍໄດ້ຖືກຫ້າມຈາກການພົບ
ປະກັບທະນາຍຄວາມ ເປັນສ່ວນຕົວ ແລະ ໄດ້ປະຕິເສດການປະກັນຕົວຢ່າງຊໍ້າແລ້ວຊໍ້າ
ອີກ.

ສະມາຊິກລັດຖະສະພາ ສະຫະລັດ ຫຼາຍຄົນ ແລະ ອະດີດຜູ້ລົງແຂ່ງຂັນເອົາຕຳແໜ່ງປະ
ທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ກໍໄດ້ຮຽກຮ້ອງໃຫ້ປ່ອຍ
ຕົວນາງ Hijazi ເຊັ່ນກັນ.

ການຕັດສິນພົ້ນໂທດໃນວັນອາທິດວານນີ້ ໄດ້ເກີດຂຶ້ນສອງອາທິດຫຼັງຈາກປະທານາທິ
ບໍດີ ອີຈິບ ທ່ານ Abdel Fattah al-Sissi ໄດ້ພົບປະກັບປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ໃນນະຄອນຫຼວງ ວໍຊິງຕັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG