ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

20 ຄົນເສຍຊີວິດ ຍ້ອນຄວາມວຸ້ນວາຍ ໃນກຸງໄຄໂຣ ອີຈິບ (ເບິ່ງສະໄລດ໌/ວີດີໂອ)


ພວກປະທ້ວງທີ່ໄດ້ຮັບບາດເຈັບຍ້ອນຄວາມວຸ້ນວາຍທີ່ຈະຕຸລັດ Tahrir ໃນໃຈກາງກຸງໄຄໂຣ, ອີຈິບ.
ວັນທີ 21 ພະຈິກ 2011.
ພວກປະທ້ວງທີ່ໄດ້ຮັບບາດເຈັບຍ້ອນຄວາມວຸ້ນວາຍທີ່ຈະຕຸລັດ Tahrir ໃນໃຈກາງກຸງໄຄໂຣ, ອີຈິບ. ວັນທີ 21 ພະຈິກ 2011.

ວີດີໂອລາຍງານພາສາອັງກິດ - ການປະທ້ວງລ່ວງໜ້າການເລືອກຕັ້ງສັ່ນສະເທືອນ
ອີຈິບ ເປັນມື້ມີສາມ:

ກະຊວງ​ສາທາລະນະ​ສຸກ​ອີ​ຈິບ​ກ່າວ​ວ່າ ປະຊາຊົນ 20 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ
1700 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ເປັນ​ເວລາ ​3 ມື້ ລະຫວ່າງ​ຕໍາຫລວດ​ແລະ
ພວກ​ປະ​ທ້ວງ ​ໃນ​ຂະນະ​ທີ່ພວກ​ກໍາລັງ​ຮັກສາ​ຄວາມ​ປອດໄພ​ສືບ​ຕໍ່​ທໍາ​ການ​ຕໍ່ສູ້ກັບພວກ​
ນັກ​ເຄື່ອນ​ໄຫວ​ທີ່ນິຍົມ​ປະຊາທິປະໄຕ​ໃນ​ການ​ເດີນ​ຂະ​ບວນປະ​ທ້ວງ​ທົ່ວ​ປະ​ເທດ​ນັ້ນ.

ຜູ້​ສື່​ຂ່າວ​ວີ​ໂອ​ເອລາຍ​ງານ​ມາ​ຈາກ​ນະຄອນຫລວງ​ໄຄ​ໂຣ ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ປະ​ທ້ວງ​
ຍັງສືບ​ຕໍ່​ຍຶດຄອງ​ຈະຕຸ​ລັດ Tahrir ​ໃນ​ໃຈກາງເມືອງຫລວງໃນ​ຂະນະ​ທີ່​ພວກ​ຕໍາຫລວດ​
ຍິງ​ແກ​ສນໍ້າຕາ​ໃສ່​ພວກ​ປະ​ທ້ວງ​ທີ່​ແກວ່ງ​ກ້ອນ​ຫິນ​ໃສ່​ພວກ​ເຂົາ​ເຈົ້າ. ຕໍາຫລວດ​ກໍາລັງ​
ພະຍາຍາມ​ຂັບ​ໄລ່ພວກ​ປະ​ທ້ວງ ໃຫ້​ອອກໄປຈາກ​ຈະຕຸ​ລັດ​ແຫ່ງນັ້ນ​ ບ່ອນ​ທີ່​ພວກ​ນັກ​
ເຄື່ອນ​ໄຫວ​ໄດ້​ພາກັນ​ພັກ​ຄ້າງ​ຄືນ​ມາ​ຕັ້ງ​ແຕ່​ວັນ​ສຸກ ເປັນ​ຄືນ​ທີ​ສາມ​ລຽນຕິດ​. ພວກ​ປະ
ທ້ວງ​ກ່າວ​ຫາ​ພວກທະຫານ​ທີ່ປົກຄອງ​ປະ​ເທດວ່າ ບໍ່ດໍາ​ເນີ​ນການໄວ​ພໍ ​ເພື່ອ​ນໍາພາ​ປະ
ເທດ​ກັບຄືນ​ໄປຢູ່​ພາຍ​ໃຕ້ການ​ປົກຄອງ​ຂອງ​ພົນລະ​ເຮືອນ​ນັ້ນ.

ຕໍາຫລວດ​ແລະ​ທະຫານ​ອີ​ຈິບ​ໄດ້​ຂັບ​ໄລ່​ພວກ​ປະ​ທ້ວງ ອອກ​ໄ​ປ​ຈາກຈະຕຸ​ລັດ​ເປັນ​ເວລາ​
ສັ້ນໆ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ​ຍິງ​ແກ​ສນໍ້າຕາ ລູກປືນ​ຍິງ​ນົກ​ແລະ​ລູກປືນ​ຢາງ​ໃສ່​ເຂົາ
ເຈົ້າ ​ແຕ່​ພວກ​ປະ​ທ້ວງ​ໄດ້​ກັບ​ໄປຍຶດ​ເອົາ​ຈະຕຸ​ລັດ​ດັ່ງກ່າວ​ຄືນ​ໃນ​ຕອນ​ແລງ​ວານ​ນີ້. ນັບ
ແຕ່​ນັ້ນ​ມາ ການປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ກໍໄດ້ແຜ່​ລາມ​ໄປຍັງ​ຫລາຍ​ຫົວ​ເມືອງຂອງ​
ອີ​ຈິບ ຮວມທັງ​ເມືອງ Alexandria ​ແລະ​ເມືອງ Suez ນໍາ.

ພວກ​ນັກ​ເຄື່ອນ​ໄຫວ​ນິຍົມ​ປະຊາທິປະ​ໄຕ ​ໄດ້​ກ່າວ​ຕໍາ​ໜິຕິຕຽນ​ສະພາປົກຄອງ​ທະຫານ
ທີ່ໄດ້ວາງ​ຫລັກ​ຊີ້​ນໍາ​ຕ່າງໆ​ສໍາ​ລັບ​ຮ່າງ​ກົດໝາຍ​ລັດຖະທໍາ​ມະນູນ​ສະບັບໃໝ່ ທີ່​ຈະ​ຮັກ
ສາ​ກິດຈະ​ກໍາ​ທາງ​ດ້ານ​ທະຫານ​ບາງ​ຢ່າງ​ໄວ້​ ບໍ່​ໃຫ້​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ພົນ
ລະ​ເຮືອນ. ນອກ​ນີ້ ພວກ​ນັກ​ເຄື່ອນ​ໄຫວຍັງ​ຢາກ​ໃຫ້​ອໍານາດປົກຄອງ​ທະຫານ​ຢຸດ​ເຊົາ​
ດໍາ​ເນີນ​ຄະດີພວກ​ພົນລະ​ເຮືອນໃນ​ສານ​ທະຫານ​ນັ້ນນໍາ.

XS
SM
MD
LG