ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອະດີດຜູ້ນໍາອີຈິບ ຢູ່ໃນອາການໂຄມ່າ (ສະໄລດ໌)


 ທ່ານໂຮສນີ ມູບາຣັກ ອະດີດປະທານາທິບໍດີອີຈິບ.
ທ່ານໂຮສນີ ມູບາຣັກ ອະດີດປະທານາທິບໍດີອີຈິບ.

​ແຫຼ່ງຂ່າວ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອີ​ຈິບ ກ່າວ​ວ່າ ອະດີດ​ປະທານາທິບໍດີ ​ໂຮ​ສນີ ມູບາຣັກທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕໍາ​ແໜ່​ງ​ ເວລາ​ນີ້​ຢູ່​ໃນ​ອາການ​ບໍ່​ຮູ້​ເມື່ອຄີງ ​ແລະ​ອາ​ໄສ​ເຄື່ອງ​ຊ່ອຍຫາຍ​ໃຈ ຫຼັງ​ຈາກ​ຖືກສົ່ງ​ອອກ​ຈາກ​ຄຸກ​ຢ່າງ​ຮີບ​ດ່ວນ ​ໄປ​ຍັງ​ໂຮງໝໍ​ທະຫານ​ແຫ່ງ​ນຶ່ງ ລຸນ​ຫຼັງທ່ານ​ໄດ້ເປັນ​ລົມ​ສາລະ​ບາດ​ຫຼື stroke.

ບັນດາເຈົ້າ​ໜ້າ​ທີ່​ກອງທັບ ກ່າວ​ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ​ມູບາຣັກ ຊຶ່ງໄດ້​ຖືກ​ສົ່ງ​ໄປ​ຍັງ​ໂຮງໝໍ Maadi ​ໃນ​ພາກ​ໃຕ້​ຂອງ​ກຸງ​ໄຄ​ໂຣ ​ໄດ້​ໃຊ້ເຄື່ອງ​ຊ່ອຍ​ຫາຍ​ໃຈ​.

ລາຍ​ງານ​ຂ່າວ​ກ່ອນ​ໜ້າ​ນີ້​ ຂອງ​ອົງການ​ຂ່າວ​ MENA ຂອງທາງ​ການ ອີ​ຈິບ​ກ່າວ​ວ່າ ພວກ​ນາຍ​ແພດ​ຂອງ​ທ່ານ​ມູບາຣັກ ​ໄດ້​ປະກາດ​ວ່າ ອະດີດ​ຜູ້​ນໍາ​ໄດ້ເຖິງ​ແກ່ມໍລະນະ​ກໍາ​ໄປ​ແລ້ວ ​ໃນ​ແງ່​ຂອງ​ພວກ​ໝໍ ​ແຕ່ທາງ​ກອງທັບ​ກ່າວ​ວ່າ ຍັງເປັນ​ການ​ໄວ​ໂພດ​ທີ່​ຈະ​ເວົ້າ​ວ່າ ທ່ານ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ນັ້ນ.

ພວກ​ສະໜັບສະໜຸນ​ທ່ານ​ມູບາຣັກ ບາງ​ຄົນ​ໄດ້ພາກັນ​ໄປ​ໂຮມ​ຊຸມນຸມກັນ​ຢູ່​ນອກ​ໂຮງໝໍ​ໃນ​ວັນ​ພຸດ​ມື້​ນີ້ ຮວມທັງ​ທ່ານ Mahmoud Abdel-lah ທີ່​ກ່າວ​ເຖິງຜູ້​ນໍາ​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕໍາ​ແໜ່​ງນັ້ນ ມີ​ມູນ​ເຊື້ອໃນ​ທາງ​ດີ​ແລະ​ບໍ່​ດີ ຊຶ່ງ​ທ່ານ Abdellah ກ່າ​ວວ່າ:

“ພວກ​ເຮົາ​ມາ​ຢູ່​ນີ້​ແມ່ນ​ເພື່ອ​ທ່ານ​ມູບາ​ຣັກ ພວກ​ເຮົາ​ກໍາລັງ​ທໍາ​ການໄຫວ້​ວອນພາວະນາ​ໃຫ້​ທ່ານ ບໍ່​ວ່າ​ທ່ານ​ຍັງ​ມີ​ຊີວິດ​ຢູ່ ​ແລະ​ຖ້າ​ຫາກ​ທ່ານ​ເສຍ​ຊີວິດໄປ​ແລ້ວ ພວກ​ເຮົາກໍ​ຈະ​ໄຫວ້​ວອນໃຫ້​ພະ​ເຈົ້າມີຄວາມ​ເມດ​ຕາ​ຕໍ່ ທ່ານ. ພວກ​ເຮົາ​ຍັງ​ຈື່​ຈໍາ​ສິ່ງ​ທີ່​ດີ​ທີ່​ທ່ານ​ໄດ້​ກະທໍາ​ໄປ ນອກຈາກ​ສິ່ງ​ບໍ່​ດີ​ແລ້ວ.

​ແຕ່​ຢູ່​ທີ່​ຈະຕຸ​ລັດ Tahrir ຊຶ່ງ​ເປັນ​ໃຈກາງ​ຂອງ​ການ​ກໍ່​ການ​ປະ​ທ້ວງ​ທີ່ພາ​ໃຫ້​ທ່ານ​ມູບາຣັກ ​ໄວ 84 ປີ ຕົກ​ຈາກ​ອໍານາດ​ໃນ​ປີ​ແລ້ວ​ນີ້. ທ່ານ Ali Mohamed Ali ກໍ​ເປັນ​ຜູ້​ນຶ່ງ​ຢູ່​ໃນ​ຈໍານວນ​ພວກ​ຊາວ​ອີ​ຈິບ ​ທີ່​ຫາທາງເດີນ​ກ້າວໜ້າ​ຕໍ່​ໄປ​ຈາກ​ຍຸກສະ​ໄໝ​ຂອງ​ທ່ານ​ມູບາຣັກ.

ສ່ວນ​ໃຫຍ່​ແລ້ວຈະຕຸ​ລັດ Tahrir ​ໄດ້​ຢູ່​ໃນ​ສະພາບ​ງຽບ​ສະຫງົບໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ລຸນ​ຫຼັງ​ການ​ປະ​ທ້ວງ​ໃນ​ຄືນ​ວັນອັງຄານ​ວານ​ນີ້ ທີ່​ໄດ້​ນໍາ​ເອົາ​ປະຊາຊົນຫຼາຍ​ໝື່ນ​ຄົນ​ຈາກທຸກ​ມຸມມ​ອງດ້ານ​ການ​ເມືອງ​ມາ​ທໍາ​ການ​ປະ​ທ້ວງ​ຕໍ່ຕ້ານ​ຄໍາ​ປະກາດ​ໂດຍ​ພວກ​ນາຍ​ພົນ​ກອງທັບ​ອີ​ຈິບແລະ​ຂະຫຍາຍການ​ຄວບ​ຄຸມ​ອໍານາດ​ຂອງ​ພວກ​ເຂົາ​ເຈົ້າ​ຂຶ້ນ​ອີກ​ນັ້ນ.

​ໃນ​ວັນ​ອັງຄານ​ວານ​ນີ້​ເຊ່ນ​ກັນ ຄະນະ​ກໍາມະການ​ກໍາກັບ​ການ​ເລືອກ​ຕັ້ງອີ​ຈິ​ບ ກ່າວ​ວ່າ ພວກ​ຕົນ​ກໍາລັງ​ຊັ່ງຊາ​ຕີ​ລາຄາ​ເບິ່ງ​ຄຳ​ຮ້ອງທຸກ​ກ່ຽວ​ກັບການລະ​ເມີດກົດ​ລະບຽບ​ຕ່າງໆ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີຮອບ​ຊີ້​ຂາດ ລະຫວ່າງ​ທ່ານ Mohammad Morsi ທີ່ສັງກັດ​ພັກ​ພາລາ​ກອນ​ພາບ​ມຸສລິ​ມ ​ແລະ​ອະດີດ​ນາຍົກລັດຖະມົນຕີ Ahmed Shafiq ນັ້ນ.

XS
SM
MD
LG