ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຈິບຊັບຊ້ອນລັດຖະບານ


ທີ່ຈະຕຸຣັດ Tahrir ໃນໃຈກາງ ກຸງໄຄໂຣ
ວັນທີ 16 ກໍລະກົດ 2011
ທີ່ຈະຕຸຣັດ Tahrir ໃນໃຈກາງ ກຸງໄຄໂຣ ວັນທີ 16 ກໍລະກົດ 2011

ລັດຖະມົນຕີ​ຕ່າງປະ​ເທດ​ອີ​ຈິບ​ລາ​ອອກ​ຈາກ​ຕໍາ​ແໜ່​ງ ​ແລະ​ນາຍົກ​ລັດຖະມົນຕີໄດ້ແຕ່ງ​ຕັ້ງ​ຮອງ​
ນາຍົກລັດຖະມົນຕີ 2 ທ່ານ​ ໃນ​ການ​ເອົາ​ບາດກ້າວ​ທໍາ​ອິດ​ໄປ​ສູ່​ການ​ຊັບຊ້ອນ​ຄະນະ​ລັດຖະ
ບານ​ຂັ້ນ​ກ້ວາງ​ຂວາງ ທີ່​ມີ​ວັດຖຸປະສົງ​ເພື່ອ​ເອົາໃຈ​ພວກ​ປະ​ທ້ວງ.

ໃນ​ວັນ​ເສົາ​ວານ​ນີ້ ນາຍົກລັດຖະມົນຕີ Essam Sharaf ຮັບ​ເອົາ​ການ ລາ​ອອກ​ຈາກ​ຕໍາ​
ແໜ່​ງຂອງລັດຖະມົນຕີ​ຕ່າງປະ​ເທດ Mohammed al-Orabi ທີ່​ຖືກ​ເບິ່ງເຫັນ​ວ່າ ​ໃກ້ຊິດ​
ເກີນ​ໄປ​ກັບອະດີດ​ຄະນະ​ລັດຖະບານ​ຂອງ​ປະທານາທິບໍດີ Hosni Mubarak ທີ່​ໄດ້​ຖືກ
ປົດ​ອອກ​ຈາກ​ຕໍາແໜ່​ງ​ໄປ​ນັ້ນ.

ພ້ອມ​ດຽວ​ກັນ ​ທ່ານ Sharaf ໄດ້​ແຕ່ງ​ຕັ້ງ​ຜູ້​ນໍາພັກການ​ເມືອງ​ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງ​ອີ​ຈິບ
ທ່ານ Ali al-Silmi ​ແລະນັກເສດຖະສາດ​ Hazem Beblawi ໃຫ້ເປັນ​ຮອງ​ທ່ານ​. ຄາດ
ວ່າ​ ນາຍົກລັດຖະມົນຕີຈະ​ປະກາດ ​ຄະນະ​ລັດຖະບານ​ໃໝ່​ຂອງ​ທ່ານ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ອື່ນ.

ພວກ​ປະ​ທ້ວງ​ໄດ້​ພາກັນ​ພັກ​ແຮມ​ຄືນ​ຢູ​ໃນ​ຈt​ຕຸ​ລັດ Tahrir ​ໃນ​ໃຈກາງກຸງ​ໄຄ​ໂຣ ມາ​ໄດ້​ດົນ
ກວ່າ 1 ສັບປະດາ​ແລ້​ວ ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບໄວ​ຂຶ້ນ.

ຈt​ຕຸ​ລັດ Tahrir ແມ່ນເປັນ​ຈຸດ​ໃຈກາງ​ຂອງ​ການ​ປະ​ທ້ວງ​ທີ່ໄດ້​ສົ່ງ​ຜົນ​ໃຫ້​ທ່ານມູບາຣັກ ຕ້ອງ
ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໄປ​ໃນ​ເດືອນ​ກຸມພາ​ຜ່ານ​ມາ​ນັ້ນ.

XS
SM
MD
LG