ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໄອຍະການອິຈິບ ເອີ້ນທ່ານ Hosni Mubarak ໄປສອບສວນ


ພວກປະທ້ວງຫຼາຍໆຮ້ອຍຄົນໄປໂຮມຊຸມນຸມກັນຢູ່ຈະຕຸລັດ Tahrir ທວງໃຫ້ເປີດການດຳເນີນຄະດີທ່ານ Mubarak
ພວກປະທ້ວງຫຼາຍໆຮ້ອຍຄົນໄປໂຮມຊຸມນຸມກັນຢູ່ຈະຕຸລັດ Tahrir ທວງໃຫ້ເປີດການດຳເນີນຄະດີທ່ານ Mubarak

ໃນວັນອາທິດວານນີ້ໄອຍະການຂອງອິຢິບ ໄດ້ຮຽກໃຫ້ທ່ານ
Hosni Mubarak ຜູ້ນຳທີ່ຖືກຂັບໄລ່ໃຫ້ອອກຈາກອຳນາດ
ໄປສອບປາກຄໍາ ກ່ຽວກັບເຂັນຂ້າພວກປະທ້ວງແລະຍັກ
ຍອກເອົາເງິນຂອງຫຼວງ ຂະນະທີ່ພວກປະທ້ວງຫຼາຍຮ້ອຍ
ຄົນ ທີ່ໂຮມຊຸມນຸມກັນຢູ່ຈະຕຸລັດ Tahrir ທວງໃຫ້ເປີດການ
ດຳເນີນຄະດີທ່ານ. ຖະແຫຼງຂ່າວສະບັບນຶ່ງຂອງໄອຍະການ
ແຈ້ງວ່າ ລູກຊາຍທາງສອງຂອງທ່ານ Mubarak ຄືທ້າວ
Gama ແລະ Alla ກໍໄດ້ຖືກຮຽກໂຕໄປສອບຖາມ ໃນການ
ສືບສວນກ່ຽວກັບການສໍ້ລາດບັງຫຼວງດັ່ງກ່າວ.

ການປະກາດດັ່ງກ່າວນີ້ໄດ້ມີຂຶ້ນຫຼັງຈາກທ່ານ Mubarak ປະກາດວ່າ ຂໍ້ກ່າວຫາຕ່າງໆ
ຕໍ່ທ່ານນັ້ນແມ່ນບໍ່ມີມູນຄວາມຈິງ ແລະທ່ານກໍມີສິດທີ່ຈະປົກປ້ອງຊື່ສຽງຂອງທ່ານແລະ
ຄອບຄົວ.

ການໃຫ້ຄວາມເຫັນດັ່ງກ່າວຂອງທ່ານ Mubarak ໄດ້ມີການອອກອາກາດໃນ ວັນອາທິດ
ວານນີ້ ໂດຍຊ່ອງຂ່າວ Al-Arabiya ແລະນັ້ນແມ່ນການໃຫ້ຄວາມເຫັນຢ່າງເປັນການ
ເປີດເຜີຍເທື່ອທຳອິດ ຫຼັງຈາກທີ່ໄດ້ມີການປະທ້ວງຂະໜາດໃຫຍ່ ທີ່ບີບບັງຄັບໃຫ້ທ່ານ
ອອກຈາກຕຳແໜ່ງໃນເດືອນກຸມພາແລ້ວນີ້.

ອະດີດຜູ້ນໍາອີຈິບກ່າວວ່າ ທ່ານເຕັມໃຈທີ່ຈະໃຫ້ຄວາມຮ່ວມມືແກ່ພວກເຈົ້າໜ້າທີ່ໃນການ
ສືບສວນເບິ່ງຊັບສັບສົມບັດຂອງທ່ານແລະວ່າທ່ານບໍ່ມີບັນຊີເງິນຝາກໃນທະນາຄານ
ຫຼືອະສັງຫາລິມມະສັບຂະໜາດໃຫຍ່ຢູ່ໃນຕ່າງປະເທດ.

ໄອຍະການຍັງປະກາດໃນວັນອາທິດມື້ວານນີ້ອີກວ່າ ທາງພວກເຈົ້າໜ້າທີ່ແມ່ນໄດ້ກັກຂັງ
ອະດີດນາຍົກລັດຖະມົນຕີທ່ານ Ahmed Nazif ​ເປັນ​ເວລາ 15 ມື້​ເພື່ອ​ອັນເປັນພາກສ່ວນ
ນຶ່ງໃນການສືບສວນກ່ຽວກັບ​ການ​ສໍ້​ລາດ​ບັງ​ຫຼວງ.

ພວກປະ​ທ້ວງ​ໄດ້​ທຳການກົດດັນເພີ່ມຂຶ້ນໃຫ້ພວກທະຫານທີ່ປົກຄອງປະເທດ ຢູ່ໃນເວລານີ້
ດຳເນີນຄະດີອະດີດປະ​ທາ​ນາ​ທິບໍດີ​ທີ່ຖືກຂັບໄລ່ອອກຈາກອຳນາດແລະ​ບັນດາ​ສະມາຊິກ​ໃນຄະນະລັດຖະບານຂອງທ່ານ ໃນຂໍ້ຫາສໍ້ລາດບັງ ຫຼວງແລະອາດຊະຍາກຳອື່ນໆອີກ.



XS
SM
MD
LG