ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກສະພາສູງສະຫະລັດ ເຕືອນອີຈິບ


ທ່ານ Sam Lahood ຢືນເບິ່ງບິດາ ທ່ານ Ray Lahood ສາບານໂຕເຂົ້າຮັບຕໍາແໜ່ງລັດຖະມົນຕີກະຊວງຂົນສົ່ງຂອງສຫະຫະລັດ (ຮູບຈາກກະຊວງຂົນສົ່ງ)
ທ່ານ Sam Lahood ຢືນເບິ່ງບິດາ ທ່ານ Ray Lahood ສາບານໂຕເຂົ້າຮັບຕໍາແໜ່ງລັດຖະມົນຕີກະຊວງຂົນສົ່ງຂອງສຫະຫະລັດ (ຮູບຈາກກະຊວງຂົນສົ່ງ)

ສະມາຊິກ​ສະພາ​ສູງ​ສະຫະລັດ​ສາມ​ທ່ານ​ກໍາລັງ​ເຕືອນ​ວ່າ ຄວາມ​ສໍາພັນຕ່າງໆ​ຂອງ​ສະຫະ
ລັດ​ກັບ​ອີ​ຈິບ​ນັ້ນ ອາດ​ເກີດ​ແຕກ​ສະບັ້ນ​ຢ່າງ​ຮ້າຍ​ແຮງ​ໄດ້ ຖ້າຫາກກໍລະນີ​ຂອງ​ຊາວ​ອະ​ເມ
ຣິກັນ 19 ຄົນ​ທີ່ຖືກ​ອີ​ຈິບ​ຕັ້ງ​ຂໍ້​ຫາ​ວ່າ ຫາເງິນ​ຢ່າງ​ຜິດ​ກົດໝາຍ​ນັ້ນ ບໍ່​ຖືກ​ແກ້​ໄຂ​ໃຫ້​ໄດ້​ໃນ​
ໄວໆ​ນີ້​ແລ້ວ.

ທ່ານ ຈອນ ​ແມັ​ກ​ເຄນ ແລະ ທ່ານ Kelly Ayotte ສະມາຊິກ​ສະພາ​ສູງ​ສະຫະລັດສັງກັດ
ພັກຣີພັບ​ບລິ​ກັນ ​ແລະ​ທ່ານ Joe Lieberman ສັງກັດ​ພັກ​ອິດສະຫຼະ ກ່າວ​ເມື່ອ​ວັນ​ອັງ
ຄານ​ວານ​ນີ້​ວ່າ ການ​ສະໜັບສະໜຸນ​ໃດໆ​ຂອງ​ສະຄອງ​ແກຣສສະຫະລັດ ​ໂຮມ​ທັງ​ການ
ຊ່ວຍ​ເຫລືອ​ດ້ານ​ການ​ເງິນ​ແກ່​ອີ​ຈິ​ບນັ້ນ ​ແມ່ນ​ຈະ​ຕົກ​ຢູ່​ໃນ​ຂັ້ນ​ອັນຕະລາຍ​ໄດ້.

ພວກ​ສະມາຊິກ​ສະພາ​ສູງ​ສະຫະລັດ​ດັ່ງກ່າວ​ເວົ້າວ່າ ພວກ​ທີ່ຢູ່​ວົງ​ໃນ​ຂອງລັດ​ຖະບານ​ອີ​ຈິບ
ທີ່​ຄັດຄ້ານ​ຕໍ່ຄວາມ​ສໍາພັນ​ກັບສະຫະລັດ​ນັ້ນ ​ແມ່ນ​ຈະ​ກໍ່ໃຫ້​ເກີດ​ຄວາມ​ຕຶງ​ຄຽດຮຸນ​ແຮງ​
ຫລາຍ​ຂຶ້ນ ​ແລະຍຸຍົງ​ໃຫ້ມະຫາຊົນ​ມີ​ຄວາມ​ໂກດ​ແຄ້ນ​ນັ້ນ. ​ແຕ່​ພວກ​ສະມາຊິກ​ສະພາ​ສູງ
ສະຫະລັດ​ກ່າວ​ວ່າ ມັນ​ມີ​ປະ ຊາຊົນ​ທີ່​ມີ​ຄວາມ​ຫວັງ​ດີ​ຢູ່ໃນ​ທັງສອງ​ປະ​ເທດທີ່​ກໍາລັງ​ທໍາ​ງານ
ຢ່າງ​ໜັກ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ນີ້.

ອີ​ຈິບ​ກ່າວ​ວ່າ ພວກ​ນັກ​ເຄຶ່ອນ​ໄຫວ 43 ຄົນ ​ໂຮມ​ທັງ​ຊາວ​ອ​າ​ເມ​ຣິ​ກັນ 19 ຄົນ ທີ່​ປະຕິບັດ
ງານ​ກັບ​ພວກ​ອົງການ​ຕ່າງໆ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ​ນັ້ນ ​ແມ່ນ​ຈະ​ຖືກ​ດໍາ​ເນີນ​ຄະດີ ​ໃນ​ຂໍ້​ຫາ
ໃຫ້​ເງິນ​ສະໜັບສະໜຸນ​ຢ່າງ​ຜິດ​ກົດໝາຍ ຕໍ່​ກຸ່ມ​ນິຍົມ​ປະຊາ​ທິປະ​ໄຕ​ນັ້ນ. ຊາວ​ອາ​ເມຣິກັນ​ຜູ້
ນຶ່ງ​ໃນ​ຈໍານວນ​ 19 ຄົນ​ນັ້ນຄື​ທ່ານ Sam LaHood ລູກ​ຊາຍ​ຂອງ​ທ່ານ Ray LaHood
ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ​ສະຫະລັດ.

ກະ​ຊວງ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ຊາວ​ອາ​ເມຣິກັນ​ຈໍານວນດັ່ງກ່າວ ພ້ອມ​ກັບ​ພວກ
ອື່ນໆ ​ແມ່ນ​ປະຕິບັດ​ງານ​ເພື່ອ​ສະໜັບສະໜຸນ​ການ​ເລືອກຕັ້ງບັ້ນ​ຕ່າງໆ​ຂອງ​ອີ​ຈິບ ຊຶ່ງກະ
ຊວງ​ຕ່າງປະ​ເທດ​ກ່າວ​ອີກ​ວ່າ ພວກ​ເຂົາ​ເຈົ້າ ບໍ່​ໄດ້​ສັງກັດ​ຢູ່​ໃນ​ພັກ​ໃດ​ພັກ​ນຶ່ງ​ຢ່າງ​ເດັດຂາດ
ແລະ​ກໍ​ບໍ່​ໄດ້​ຫາ​ລາຍ​ໄດ້​ເພື່ອມາສະ​ໜັບສະ​ໜຸນ​ຜູ້​ສະມັກ​ເລືອກ​ຕັ້ງ​ຜູ້​ໃດ​ຜູ້​ນຶ່ງແຕ່​ຢ່າງໃດ.

ເວລາ​ນີ້​ອີ​ຈິບ ກໍາລັງ​ກະ​ຕຽມ​ການ​ເລືອກຕັ້ງ​ປະທານາ​ທິບໍດີ ທີ່​ແນ​ເປົ້າໝາຍ​ໃສ່​ຜູ້​ມາ​ແທນ
ລັດຖະບານ​ທະຫານ​ທີ່​ປົກຄອງ​ປະ​ເທດ​ຊົ່ວ​ຄາວດ້ວຍ​ລັດຖະບານ​ພົນລະ​ເຮືອນ ທີ່​ຖືກ​ເລືອກ
ຕັ້ງ​ຢ່າງ​ເປັນ​ປະຊາ​ທິປະ​ໄຕ​ນັ້ນ. ການ​ເລືອກ​ຕັ້ງ​ບັ້ນ​ຕ່າງໆ ສໍາ​ຫຼັບສະພາ​ແຫ່​ງຊາດ​ນັ້ນ
ໄດ້​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ເດືອນ​ຜ່ານ​ມາ​ນີ້​ແລ້ວ.

XS
SM
MD
LG