ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຈີບລະນຶກເຖິງວັນຄົບຮອບ ໃນການລຸກຮືຂຶ້ນ (ເບິ່ງວີດີໂອກັບສະໄລດ໌)


ເຈົ້າໜ້າທີຕໍາຫລວດ ພາກັນຍູ້ ຕີ ແລະເຕະພວກປະທ້ວງ ບັນດາຜຸ້ເຫັນເຫນການໄດ້ລາຍງານວ່າຫລັງຈາກເຈົ້າ ໜ້າທີຕໍາຫລວດບໍ່ສາມາດໄຫ່ລພວກປະທ້ວງໜີໃນວັນພຸດ ເດືອນມັງກອນ ທີ 11, 2012.
ເຈົ້າໜ້າທີຕໍາຫລວດ ພາກັນຍູ້ ຕີ ແລະເຕະພວກປະທ້ວງ ບັນດາຜຸ້ເຫັນເຫນການໄດ້ລາຍງານວ່າຫລັງຈາກເຈົ້າ ໜ້າທີຕໍາຫລວດບໍ່ສາມາດໄຫ່ລພວກປະທ້ວງໜີໃນວັນພຸດ ເດືອນມັງກອນ ທີ 11, 2012.

ບັນດາ​ນັກ​ເຄື່ອນ​ໄຫ​ວຂອງ​ອີ​ຈິບ ພາກັນ​ເຕົ້າ​ໂຮ​ມກັນ​ຢູ່ທີ່​ຈະຕຸ​ລັດ Tahir ​ໃນ​ກຸງ Cairo ​
ໃນ​ມື້​ວັນ​ສຸກມື້​ນີ້​ໃນ​ຂະນະ​ທີ່​ປະ​ເທດ​ດັ່ງກ່າວ ສືບ​ຕໍ່ລະນຶກ​ເຖິງ​ວັນຄົບຮອບປີ​ທຳ​ອິດໃນ
ການ​ລຸກ​ຮື​ຂຶ້ນທີ່​ ໂຄ່ນ​ລົ້​ມອະດີດປະທານາທິບໍດີ Hosni Mubarak.

ພວກປະ​ທ້ວງ​ຈຸນ້ອຍໆກຸ່ມ​ນຶ່ງໄດ້​ພາກັນຕັ້ງ​ຄ້າຍ​ນອນ​ຢູ່ທີ່​ຈະຕຸ​ລັດ​ດັ່ງກ່າວ ຕັ້ງ​ແຕ່​ວັນ​ພຸດ​
ເປັນ​ຕົ້ນ​ມາ ​ເວລາຝູງ​ຊົນ​ຊາວ​ອີຈິບ​ເປັນ​ຈຳນວນ​ຫຼວງຫຼາຍພາກັນໄປ​ສົມທົບ​ຢູ່​ຕາມຖະນົນ
ຫົນທາງ ຊຶ່ງຈໍານວນ​ນຶ່ງ​ພາກັນ​ສະຫລອງ​ວັນ​ຄົບຮອບ​ໃນ​ການ​ເລີ້ມ​ຕົ້ນ​ການ​ປະ​ທ້ວງແລະ
ອີກ​ກຸ່ມນຶ່ງ​ພາກັນ​ຮຽກຮ້ອງ​ໃຫ້​ສີ້​ນສຸດ​ການ​ປົກຄອງ​ຂອງ​ພວກທະຫານ.

ການ​ປະ​ທ້ວງ​ໃນ​ວັນ​ສຸກມື້​ນີ້​ມີ​ການ​ເອີ້ນກັນ​ວ່າ “ວັນ​ສຸກ​ທີ​ສອງແຫ່ງ​ຄວາມ​ໂກດ​ແຄ້ນ​” ຊຶ່ງ
ໝາຍ​ເຖິງຈຸດ​ສຸດ​ຍອດໃນ​ການ​ກໍ່​ຄວາມ​ວຸ້ນວາຍ​ເປັນ ​ເວລາ 18 ມື້ ​ໃນ​ປີ​ກາຍ​ນີ້. ເປັນ​ທີ່​ຄາ​ດ
ກັນ​ວ່າ ຢ່າງ​ນ້ອຍຈະ​ມີ 27 ກຸ່ມ​ນິຍົມ​ປະຊາທິປະ​ໄຕ​ເຂົ້າ​ຮ່ວມໃນ​ການປະ​ທ້ວງຄັ້ງ​ນີ້. ພວກ​
ປະ​ທ້ວງ​ຫຼາຍໆ​ຄົນ​ເຊັ່ນ​ວ່າ ທ່ານ Mohamed Gerisha ​ໄດ້​ຮຽກຮ້ອງ​ໃຫ້​ຍຸຕິການ​ປົກ​ຄອງ​
ຂອງ​ທະຫານ​ທັນ​ທີ ​ແລະ​ມອບ​ອໍານາດ​ການ​ປົກ​ຄອງ​ໃຫ້​ແກ່​ລັດຖະບານ​ພົນລະ​ເຮືອນ.

ການ​ເລືອກ​ຕັ້ງ​ໃໝ່ເອົາສະມາຊິກ​ສະພາ​ຕໍ່າຊຸດ​ໃໝ່ ​ບໍ່ໄດ້ສ້າງ​ຄວາມ​ພໍ​ໃຈໃຫ້​ແກ່ບັນ​ດານັກ
ການເມືອງ ​ແລະນັກ​ເຄື່ອນ​ໄຫວຫົວ​ເສລີ ຊຶ່ງ​ເຂົາ​ເຈົ້າ​ກ່າ​ວວ່າ ສະພາປົກຄອງ​ສູງ​ສຸດ​ຂອງ​
ທະ​ຫານ​ໄດ້ໄຊ້ວິ​ທີການທີ່​ໂຫດ ຮ້າຍ​ທາລຸນ ດັ່ງ​ດຽວ​ກັນ​ກັບ​ທີ່ອ​ະດີດ​ປະທານາທິບໍດີ
Mubarak ​ເຄີຍ​ໃຊ້​ມາ​ແລ້ວ​ໃນ​ການ​ປາບ​ປາມ​ພວກ​ປະ​ທ້ວງ.

ສະພາ​ປົກຄອງທະຫານ ທີ່ນໍາ​ໂດຍ​ຈອມພົນ Mohamed Hussein Tantawi ​ໄດ້​ໃຫ້​ຄໍາ​
ໝັ້ນ​ສັນຍາ ທີ່​ຈະ​ມອບ​ອໍານາດ​ໃຫ້​ແກ່​ປະທານາທິບໍດີ ຜູ້​ຈະຖືກຮັບ​ເລຶອກໃນ​ທ້າຍເດືອນ​
ມິ​ຖຸນາ​ຈະ​ມານີ້.

XS
SM
MD
LG