ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ ພະລາດອນພາບ ມຸສລິມ ຮຽກຮ້ອງໃຫ້ ປະທ້ວງຕື່ມ (ສະໄລດ໌/ວີດີໂອ)


EGYPT SOTVO 1st UPD
please wait
Embed

No media source currently available

0:00 0:00:46 0:00

ວີດີໂອຂອງຄວາມຄືບໜ້າໃນອິຈິບ

ກຸ່ມພາລາດອນ​ພາບ​ມຸສລິ​ມ ​ໄດ້​ຮຽກຮ້ອງ​ໃຫ້​ທໍາ​ການ​ປະ​ທ້ວງ​
ຕື່ມອີກ​ ໃນ​ວັນ​ອັງ​ຄານມື້​ນີ້ ນຶ່ງ​ມື້ຫຼັງຈາກ​ໄດ້​ມີ​ການ​ປະ​ທະ​ກັນ​
ລະຫວ່າງ​ກໍາລັງ​ທະຫານ ​ແລະພວກ​ສະໜັບສະໜູນ​ປະທານາ
ທິບໍດີ Mohamed Morsi ທີ່​ຫາ​ກໍ​ຖືກ​ໂຄ່ນ​ລົ້ມ ທີ່​ຍັງ​ຜົນ​ໃຫ້​ມີ
51 ຄົນ ເສຍ​ຊີວິດ.

ທັງ​ສອງ​ຝ່າຍ​ໄດ້​ຖິ້ມ​ໂທດ​ໃສ່ກັນ​ແລະ​ກັນ ວ່າ​ເປັນ​ຝ່າຍ​ເລີ່​ມຄວາມ
​ຮຸນ​ແຮງ​ນັ້ນ​ຂຶ້ນກ່ອນ ​ໂດຍ​ທີ່​ທາງກຸ່ມພາລາດອນ​ພາບ​ມຸສລິ​ມ
ກ່າວ​ຫາ​ຝ່າຍທະຫານ ວ່າ​ເປີດ​ສາກ​ຍິງໃສ່ພວກ​ ທີ່​ສະໜັບສະໜູນ
​ທ່ານ Morsi ​ໂດຍ​ບໍ່​ມີ​ເຫດຜົນ​ໃດໆ​ທັງ​ສິ້ນ. ທາງກອງທັບ​ກ່າວ​ວ່າ
ທະຫານ​ຂອງ​ຕົນ​ໄດ້​ເປີດ​ສາກ​ຍິງ​ ກໍ​ຕໍ່​ເມື່ອ​ຖືກຍິງ​ມາ​ໃສ່ຢ່າງ​ໜັກ
ຈາກ​ພວກ​ກໍ່​ການ​ຮ້າຍ​ທີ່​ພະຍາຍາມຈະ​ບຸກ​ເຂົ້າໄປ​ໃນ ກອງ​ບັນຊາ​ການ​ທະຫານ​ແຫ່ງ​ນຶ່ງ
​ໃນ​ກຸງ​ໄຄ​ໂຣ.


ປະທານາທິບໍດີ​ຊົ່ວຄາວ​ຂອງອີ​ຍິບ ທ່ານ Adly Mansour ​ໄດ້​ຮຽກຮ້ອງໃຫ້ທັງ​ສອງ​ຝ່າຍ ​
ມີຄວາມຍັບ​ຍັ້ງ​ຊັ່ງ​ໃຈ ​ແລະ​ໃຫ້ແຕ່ງ​ຕັ້ງຄະນະ​ສື​ບສວນອິດ​ສະລະ​ ສອບ​ສວນ​ເບິ່ງຄວາມ
​ວຸ້ນວາຍ​ຄັ້ງ​ນີ້.

ທ່ານໄດ້​ອອກ​ດໍາລັດ​ໃນ​ວັນຈັນ​ວານ​ນີ້​ເຊັ່ນກັນ ວ່າຈະ​ຈັດ​ໃຫ້​ມີການ​ລົງ​ປະຊາ​ມະຕິ​ ພາຍ​ໃນ
5 ​ເດືອນ ​ເພື່ອໃຫ້​ສັດຕະຍາບັນ​ແກ່​ຂໍ້ດັດ​ແປງ​ແກ້​ໄຂ​ຕໍ່ລັດຖະທໍາ​ມະນູນ​ຂອງ​ປະ​ເທດ​
​ແລະການເລື​ອກຕັ້ງສະພາ​ຈະ​ມີ​ຂຶ້ນ​ ພາຍໃນ​ 2 ​ເດືອນຫລັງ​ຈາກ​ນັ້ນ ​ແລະ​ຫຼັງຈາກ​ທີ່​
ສະພາຊຸດ​ໃໝ່​ໄຂ​ກອງ​ປະຊຸມ​ແລ້ວ​ ກໍ​ຈະ​ມີ​ການ​ກໍານົດວັນ​ເລືອກ​ຕັ້ງ​ປະທານາທິບໍດີ.

ກອງ​ທັບ​ຂອງ​ອີຈິບ ໄດ້​ໂຈະລັດຖະທໍາ​ມະນູນ​ທີ່​ຮ່າງໂດຍ​ພວກ​ນັບຖື​ສາສະໜາ​ອິສລາມ​
ຫົວ​ແຂງ​ກະດ້າງ​ນັ້ນ​ ແລະ​ກໍ​ໄດ້​ໂຄ່ນ​ລົ້ມທ່ານ Morsi ​ໃນ​ອາທິດ​ແລ້ວນີ້​ ຫຼັງຈາກ​ທີ່​ໄດ້​ມີ
​ການ​ປະ​ທ້ວງຂອງ​ມະຫາຊົນ​ຕໍ່ຕ້ານ​ການ​ປົກຄອງ​ຂອງ​ທ່ານ​.

Cairo Merchants Seek Calm after Violence
please wait

No media source currently available

0:00 0:02:29 0:00
ລິງໂດຍກົງ
XS
SM
MD
LG