ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຮຸນແຮງ ພາຍໃນຄອບຄົວ ຕໍ່ເພດຍິງໃນໄທ ຍັງເປັນບັນຫາໃຫຍ່


ແມຍິງໄທຈຸນຶ່ງ ໃນເມືອງຫຼວງບາງກອກ
ແມຍິງໄທຈຸນຶ່ງ ໃນເມືອງຫຼວງບາງກອກ
ໃນ​ປະ​ເທດ​ໄທ ສະຖິຕິຂອງ​ທາງ​ການ ສະ​ແດງ​ໃຫ້​ເຫັນ​ ອັດຕາ​
ຄວາມ​ຮຸນແຮງ​ ພາຍ​ໃນ​ຄອບຄົວ​ກໍາ​ລັງ​ເພີ່ມ​ທະວີ​ຂຶ້ນ​ໄປ​ນັບ​ມື້
​ເຖິງ​ແມ່ນໄດ້​ມີ​ການ​ອອກ​ກົດໝາຍ ​ເມື່ອປີ 2007 ​ເພື່ອ​ພິທັກ​ປົກ​
ປ້ອງ​ພວກ​ເຄາະ​ຮ້າຍ​ກໍ​ຕາມ. Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອ
ລາຍ​ງານ​ຈາກ​ບາງກອກ ວ່າ​ແມ່ຍິງ​ຫຼາຍໆຄົນຍັງ​ຄົງ​ລັງ​ເລ​ໃຈ​ບໍ່
​ກ້າ​ຮ້ອງ​ຂໍ ຄວາມ​ຊ່ວຍ​ເຫຼືອ ຍ້ອນ​ພວກ​ເຂົາ​ເຈົ້າ ບໍ່​ຮູ້​ວ່າ​ ມີ​ກົດ
ໝາຍ​ປ້ອງ​ກັນ​ພວກ​ເຂົາ​ເຈົ້າ ຊຶ່ງ​ທອງ​ປານຈະ​ນໍາ​ລາຍ​ລະອຽດ
ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ພວກ​ນັກວິ​ໄຈ​ ປະ​ຈໍາ​ສະ​ຖາ​ບັນ​ ​ພັດທະນາ​ເດັກ​ແລະ​ຄອບຄົວ
ແຫ່ງ​ຊາດ ຂອງ​ມະຫາວິທະຍາ​ໄລ​ມະຫິ​ດົນ ​ເວົ້າ​ວ່າ ຜົນ​ການ​
ສໍາຫຼວດປະ​ຈໍາປີ​ຂອງເຂົາ​ເຈົ້າຊີ້​ແນະ​ວ່າ ​ເມື່ອ​ປີຜ່າ​ນມາ​ນີ້ ມີ​ນຶ່ງ​ໃນ​ເກືອບ​ສາມຄອບຄົວ​ໃດ
ທີ່​ລາຍ​ງານ​ວ່າ ​ເກີດ​ກໍລະນີ​ຄວາມ​ຮຸນ​ແຮງ​ພາຍ​ໃນ​ຄອບຄົວ.

ນາງ ສຸພາກອນ ຜູ້​ເຄາະ​ຮ້າຍ​ຄົນ​ນຶ່ງທີ່ຂໍ​ໃຊ້ພຽງ​ຊື່​ຕົ້ນ ໄດ້​ເຂົ້າຫາ​ມູນ​ນິທິ ​ຂະບວນການ ກ້າວໜ້າ​ຂອງ​ຜູ້​ຊາຍ​ແລະ​ແມ່ຍິງ ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ ຫຼັງ​ຈາກ​ທີ່​ນາງຈະພະຍາຍາມ​
ແຍກ​ທາງ​ກັບແຟນຂອງນາງ ​ຊຶ່ງຜູ້​ເປັນແຟນ​ໄດ້ໃຊ້ຄວາມ​ຮຸນ​ແຮງ​ກັບ​ນາງຍ້ອນ​ຂໍ​ແຍກ​ທາງ​ກັນ.

ນາງ ສຸພາ​ກອນ ​ບອກ​ວ່າ ລາວ​ຢ້ານຫຼາຍ ​ເວລາ​ແຟນລາວ​ຂູ່​ຈະ​ເອົາ​ປືນ​ຍິງ ຢູ່​ທີ່​ຫ້ອງການ​
ຂອງ​ນາງ ​ແລະ​ບອກ​ໃຫ້​ນາງ​ກັບ​ຄືນ​ໄປ​ບ້ານພ້ອມ​ກັບ​ລາວ. ນາງ​ບອກ​ວ່າ ນາງ​ໄດ້​ຂໍຮ້ອງ
ໃຫ້ເຂົາໄວ້​ຊີວິດ​ນາງ​ ​ໃນ​ຕອນ​ທີ່​ເຂົາ​ທໍາຮ້າຍຮ່າງກາຍ​ນາງຢູ່​ບ້ານ ​ໃນ​ເວລາ​ຕໍ່​ມາ ໂດຍ
ຊຸກ​ຫົວ​ນາງ​ໃສ່​ຝາ ແລະ​ພະຍາຍາມ​ເອົາ​ມີດ​ແທງ​ນາງ.

ເຖິງ​ແ​ມ່ນ​ເລຶ່ອງລາວແບບ​ນີ້​ມີ​ຂຶ້ນ​ເປັນ​ປະ​ຈໍາ​ຢ່າງ​ແຜ່​ຫຼາຍກໍ​ຈິງ ​ແຕ່ທ່ານ ຈະ​ເດັດ ຊູ​ວິໄລ ​
ຫົວໜ້າ​ມູນ​ນິທິ ເວົ້າ​ວ່າ ​ແມ່ຍິງ​ຫຼາຍ​ໆ​ຄົນ ທີ່​ຕົກ​ຢູ່​ໃນ​ສະພາບ​ການທໍານອງ​ດຽວ​ກັນນີ້ ກໍ​
ພາກັນ​ມິດ​ງຽບ​ຢູ່ ເວລາເຂົາ​ເຈົ້າ​ຖືກ​ກະທໍາ​ຮຸນ​ແຮງ​ ຍ້ອນ​ເຂົ​າ​ເຈົ້າ​ບໍ່​ຮູ້​ວ່າຈະສາມາດ​ໄປ​

ຂໍ​ຄວາມ​ຊ່ວຍ​ເຫຼືອ​ຢູ່​ບ່ອນ​ໃດໄດ້​.

ທ່ານ ຈະ​ເດັດ ​ເວົ້າ​ວ່າ : “​ເວລາ​ພ​ວກ​ແມ່ຍິງ​ມີ​ບັນຫາ​ໃນ​ຄອບຄົວ ປະສົບ​ກັບ
ຄວາມຮຸນ​ແຮງ​ໃນ​ຄອບຄົວ ​ແມ່ຍິງ​ສ່ວນ​ຫຼາຍ​ປາກ​ເວົ້າ​ຫຍັງ​ບໍ່​ໄດ້ ພວກ​ເຂົ​າ​
ເຈົ້າມີລູກ ພວກ​ເຂົາ​ເຈົ້າຢ້ານ ​ແລະ​ບໍ່​ມີ​ຂໍ້​ມູນ​ໃດໆ. ​ແມ່ຍິງ​ສ່ວນ​ຫຼາຍ​ບໍ່​ຮູ້​ວ່າ
ມີ​ກົດໝາຍຄຸ້ມ​ຄອງ ​ແລະ​ບໍ່​ມີຂໍ້​ມູນ​ທີ່​ຈະ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າໄດ້.”


​ໃນ​ປີ 2007 ​ໄທ​ໄດ້​ຮັບ​ຜ່ານກົດໝາຍ​ຄຸ້ມ​ຄອງ ​ພວກ​ເຄາະ​ຮ້າຍ​ຈາກ​ຄວາມ​ຮຸນ​ແຮງ​ໃນ
ຄອບຄົວ ຊຶ່ງ​ສະໜອງ​ການ​ບໍລິການ​ໂດຍ​ທັນ​ທີແກ່​ພວກ​ເຄາະ​ຮ້າຍ ອະນຸຍາດໃຫ້​ສານ
ອອກ​ຄໍາ​ສັ່ງ​ປ້ອງ​ກັນ ​ແລະ​ປັບປຸງ​ການ​ດໍາ​ເນີນຄະດີ​ໃນ​ສານ​ທີ່​ສະດວກ​ວ່ອງ​ໄວ ສໍາລັບ​
ກໍລະນີ​ຄວາມ​ຮຸນ​ແຮງ​ພາຍ​ໃນ​ຄອບຄົວ. ນອກ​ນີ້​ແລ້ວ ກະຊວງ​ສາທາລະນະ​ສຸກ​ໄທຍັງ​
ໄດ້​ຈັດ​ຕັ້ງ ສູນ​ວິ​ກິດ​ການ​ ປະຕູ​ດຽວ​ສຸກ​ເສີນ ຫຼື OSCC ທີ່​ລາຍ​ງານ​ວ່າ ມີພວກ​ເຄາະ​
ຮ້າຍ​ຫຼາຍ​ເຖິງ 23,000 ຄົນ ​ໃນ​ແຕ່ລະ​ປີ ຄືເພີ້ມຂຶ້ນຈາກ 11,500 ຄົນ​ ໃນ​ປີ 2005.

ການເຂົ້າ​ໄປ​ເຖິງ​ພວກ​ແມ່ຍິງ​ເຄາະ​ຮ້າຍ​ນັ້ນ ​ແມ່ນ​ໄດ້​ຊ່ວຍ​ແຈ້ງ​ໃຫ້​ພວກເຂົາ​ເຈົ້າ​ຊາບ​
ກ່ຽວ​ກັບຕາ​ໜ່າງສະ​ໜັບສະ​ໜຸນ​ທີ່ມີ​ໄວ້​ຊ່ວຍ​ເຫຼືອ​ພວກ​ເຂົາ​ເຈົ້າ ​ແຕ່​ພວກ​ນັກ​ຄົ້ນຄວ້າ ​
ເວົ້າ​ວ່າ ການ​ແກ້​ໄຂ​ບັນຫາ​ສາ​ເຫດ​ຕົ້ນຕໍນັ້ນ ​ແມ່ນ​ຕ້ອງ​ໃຫ້ພວກ​ຜູ້​ຊາຍປ່ຽນ​ແປງ​ທ່າ​ທີ​
ຂອງ​ເຂົາ​ເຈົ້າ.

ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ສະບັບ​ນຶ່ງ ກ່ຽວ​ກັບ​ຜູ້​ຊາຍແລະ​ຄວາມ​ຮຸນ​ແຮງ​
ພາຍ​ໃນ​ຄອບຄົວ ຢູ່​ທົ່ວ​ຂົງ​ເຂດ​ເອ​ເຊຍ ທີ່​ນໍາ​ອອກ​ເຜີຍ​ແຜ່ ​ເມື່ອ​ເດືອນ​ກັນຍາ​ຜ່ານ​ມາ
ພົບ​ວ່າ ມີ 25 ​ເປີ​ເຊັນ​ຂອງ​ພວກ​ທີ່​ຖືກ​ສໍາ​ພາດ ຍອມຮັບ​ວ່າ ​ເຂົາ​ເຈົ້າ​ໄດ້​ທໍາ​ການ​ລ່ວງ
​ລະ​ເມີດທາງ​ເພດ​ຕໍ່ແມ່ຍິງ ຫຼື​ເດັກ​ຍິງ.

James Lang ຜູ້​ຮ່ວມ​ຂຽນ​ລາຍ​ງານ​ສະບັບ​ດັ່ງກ່າວ ຈາກ​ກຸ່ມປ້ອງ​ກັນຄວາມ​ຮຸ​ນ​ແຮງ
ທີ່​ຊື່ວ່າ Partners for Prevention ຫຼື​ພາຄີສໍ​າລັບ​ການປ້ອງ​ກັນ ​ເວົ້າ​ວ່າ ການ​ສຶກສາ
​ຄົ້ນຄວ້ານີ້ ​ໄດ້​ເນັ້ນເຖິງ​ບົດບາດ​ຂອງຄວາມ​ບໍ່​ເທົ່າ​ທຽມ​ກັນ​ທາງ​ເພດ ​ແລະຄ່າ​ນິຍົມ​ດັ້ງ​
ເດີມ ທີ່​ໃຫ້​ຄວາມ​ສໍາຄັນ​ແກ່​ຜູ້​ຊາຍ​ຫຼາຍກ່ວາ​ແມ່​ຍິງ.

ທ່ານ ​ແລງ ​ເວົ້າ​ວ່າ: “ ສິ່ງ​ທີ່​ເອື້ອ​ອໍານວຍ​ໃຫ້ມີການ​ກໍ່​ຄວາມ​ຮຸນ​ແຮງ​ຂອງ​ຜູ້​ຊາຍ
ສືບ​ຕໍ່ມາ​ເທົ່າ​ທຸກ​ມື້​ນີ້ ກໍ​ຄື​ ວິທີ​ທີ່​ພວກ​ເຮົາ​ຖືກ​ອົບ​ລົມ​ສັ່ງສອນ​ໃຫ້​ເປັນຜູ້​ຊາຍ ຊຶ່ງ​
ມັນໝາຍ​ເຖິງ​ການ​ມີ​ອໍານາດ​ເໜືອ​ພວກ​ແມ່ຍິງ ​ເຊັ່ນ​ຄວາມ​ຄິດ​ທີ່​ວ່າ ​ໃນ​ຖານະ​
ເປັນ​ຜູ້​ຊາຍ​ນັ້ນ ພວກ​ເຂົາ​ເຈົ້າຍ່ອມ​ມີ​ສິດ​ບັງຄັບ​ແມ່ຍິງ​ແລະ​ຮ່າງກາຍ​ຂອງແມ່
ຍິງໄດ້ ຄື​ໂດຍ​ທົ່ວ​ໄປ​ແລ້ວ ຜູ້​ຊາຍ​ຈະ​ມອງ​ເຫັນ​ແມ່ຍິງ​ວ່າ ​ເປັນ​ສິ່ງ​ບໍາ​ເລີຄວາມ​
ຢາກ​ທາງເພດ​ສໍາພັນຂອງ​ຕົນ​ເທົ່າ​ນັ້ນ.”


ການ​ສຶກສາ​ຄົ້ນຄວ້າ​ຂອງ​ຢູ​ເອັນ ພົບ​ວ່າ ຄວາມ​ຮຸນ​ແຮງ​ພາຍ​ໃນ​ຄອບຄົວ​ແມ່ນ​ມີຜົນກະ
ທົບ​ ຕໍ່​ທຸກໆກຸ່ມ​ສັງຄົມ​ເສດຖະກິດ. ຢູ​ເອັນລະບຸ​ວ່າ ການ​ກໍ່ຄວາມ​ຮຸນ​ແຮງ ອາດ​ມີ​ສູງ​
ຂຶ້ນ​ໃນ​ກຸ່ມ​ຜູ້​ຊາຍ ​ທີ່​ມີ​ອໍານາດ​ໜ້ອຍ​ກວ່າເມື່ອສົມທຽບກັບ​ກຸ່ມ​ຜູ້​ຊາຍ​ອື່ນໆ ຫຼື​ມີ​ຄວາມ​
ອຸກ​ອັ່ງ​ໃຈ​ ຍ້ອນ​ຕິດ​ຢາ​ເສບ​ຕິດ ​ແລະ​ຍ້ອນຄວາ​ມຍາກຈົນ.

ຢູ່​ຊຸມ​ຊົນ​ສະຫຼໍາຄອງ​ເຄີຍ ຂອງ​ບາງກອກ ຄຸນ​ພໍ່​ຄາ​ທໍ​ລິກ Joe Maier ທີ່​ທໍາ​ງານ​ຢູ່​ໃນ​ກຸ່ມ​
ຄົນ​ທຸກ​ຈົນ​ມາ​ໄດ້​ຫຼາຍ​ສິບ​ປີ ​ເວົ້າ​ວ່າ ຄວາມທຸກ​ຈົນ​ຄື​ຕົວສ້າງ​ບັນຫາ​ຂອງ​ຄວາມ​ຮຸນ​ແຮງ​
ຕ່າງໆ​ໃນ​ຄອບຄົວ ​ໂດຍ​ສະ​ເພາະ​ຖ້າ​ມີ​ລູກໆ ກ່ຽວຂ້ອງ​ນໍາ.

ຄຸນ​ພໍ່ Joe Mailer ​ເວົ້າ​ວ່າ: “ມັນ​ເປັນຄວາມ​ຮຸນ​ແຮງ​ຂອງ​ເດັກ​ທີ່​ຖືກ​ທອດຖິ້ມ ​
ແລະ​ແມ່ຍິງ​ບໍ່​ສາມາດ​ລ້ຽງ​ດູ​ ຕາມລໍາພັງ​ຕົນ​ເອງ​ໄດ້ ພວກ​ເຂົາ​ເຈົ້າຕ້ອງໄດ້​ເອົາ
ລູກໃຫ້​ຄົນ​ອື່ນ ເພາະວ່າເຂົາ​ເຈົ້າບໍ່​ສາມາ​ດປັກ​ຫຼັກ​ເປັນ​ປຶກ​ແຜ່ນ​ ບໍ່​ສາມາດເປັນ
​ແມ່​ໄດ້. ຜູ້ເປັນ​ພໍ່​ຂອງ​ເດັກ ບໍ່ເອົາເງິນ​ຄໍາ​ໃຫ້ ມີ​ແຕ່ທ່ຽວ​ຫຼິ້ນ ​ແລະ​ກໍ​ຫຼິ້ນ​ການ​ພະ
ນັນ ​ເປັນ​ຕົ້ນ. ພວກ​ຜູ້​ຊາຍ​ຈະ​ໃຊ້ເງິນ​ຫຼິ້ນ​ທ່ຽວ​ເພຶ່ອຕົນ​ເອງ ສ່ວນ​ແມ່ຍິງແມ່ນ
ໃຊ້​ເງິນຂອງ​ຕົນ​ທີ່​ມີ​ ເພື່ອ​ລ້ຽງ​ດູລູກ.”


ນັບ​ຕັ້ງ​ແຕ່​ລັດຖະບານໄທ​ ໄດ້​ປັບປຸງແລະ​ຂະຫຍາຍວຽກ​ງານ​ການ​ຊ່ວຍ​ເຫຼືອໄປ​ໃຫ້ຮອດ​
ໃຫ້​ເຖິງ ພວກ​ແມ່ຍິງ​ເຄາະ​ຮ້າຍ​ຈາກ​ຄວາມ​ຮຸນ​ແຮງ​ພາຍ​ໃນຄອບຄົວທັງຫຼາຍ ພວກສະ
ໜັບສະໜຸນ​ເວົ້າ​ວ່າ ບັດ​ນີ້​ມັນ​ເຖິງ​ເວລາ​ແລ້ວທີ່​ຈະຫັນ​ເຫ​ຄວາມ​ສົນ​ໃຈໄປ​ໃສ່​ການ​ປ່ຽນ
ແປງທ່າ​ທີຂອງ​ພວກ​ຜູ້​ຊາຍ ​ໃນ​ເລຶ່ອງນີ້. ພວກ​ນັກ​ຄົ້ນຄວ້າ​ຢູ​ເອັນ​ເວົ້າ​ວ່າ ຄວາມ​ພະຍາ
ຍ​າມ​ແບບ​ນັ້ນ ໜ້າ​ຈະ​ເລີ່​ມຕົ້ນ ​ດ້ວຍ​ການ​ຍົກ​ສະຖານະ​ພາບ​ຂອງ​ພວກ​ແມ່ຍິງ​ຂຶ້ນ​ອີກ ​
ແລະ​ສ້າງ​ຕັ້ງຕົວແບບໃໝ່ຂອງ​ຄວາມ​ເປັນ​ລູກ​ຜູ້​ຊາຍ ທີ່​ອິງ​ໃສ່​ຄວາມ​ສະ​ເໝີ​ພາບ ​ແລະ​
ຄວາມ​ເຄົາລົບນັບຖື​ຊຶ່ງກັນແລະ​ກັນ ຫຼາຍ​ຂຶ້ນ.
XS
SM
MD
LG