ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

"ຫ້ອງສະໝຸດຂອງພໍ່ແມ່” ຊ່ວຍປັບປຸງການສຶກສາ ຂອງນັກຮຽນຊົນນະບົດ ໃນຫວຽດນາມ


ນັກຮຽນ 3 ຄົນ ຢືມປຶ້ມຈາກ “ຫ້ອງສະໝຸດຂອງພໍ່ແມ່” ແຫ່ງນຶ່ງ ທີ່ສ້າງຂຶນໂດຍທ່ານຫງວຽນ ກວັ່ງ ແທັກ ທີ່ໂຮງຮຽນມັດທະຍົມ AnDuc ແຂວງທ້ານບິງ ຂອງຫວຽດນາມ, ວັນທີ 24 ພະຈິກ 2012. (M. Brown/VOA)
ນັກຮຽນ 3 ຄົນ ຢືມປຶ້ມຈາກ “ຫ້ອງສະໝຸດຂອງພໍ່ແມ່” ແຫ່ງນຶ່ງ ທີ່ສ້າງຂຶນໂດຍທ່ານຫງວຽນ ກວັ່ງ ແທັກ ທີ່ໂຮງຮຽນມັດທະຍົມ AnDuc ແຂວງທ້ານບິງ ຂອງຫວຽດນາມ, ວັນທີ 24 ພະຈິກ 2012. (M. Brown/VOA)
ໃນ​ສາລະຄະດີການສຶກສາ ຈາກລາຍການພາສາອັງກິດພິ
ເສດ ຫລື Special English ​ແລງ​ມື້ນີ້ ​ເຮົາ​ຈະ​ນຳ​ເອົາ​ເລື່ອງ
ທ່ານຫງວັຽນ ກວັ່ງ ແທັກ (Nguyen Quang Thach) ໄດ້
ສ້າງຫ້ອງສະໝຸດທີ່ມີປຶ້ມເຕັມ ໃຫ້ແກ່ບັນດາໂຮງຮຽນຕ່າງໆ ຢູ່ໃນເຂດຊົນນະບົດຂອງປະເທດຫວຽດນາມ. ບົວສະຫວັນ
ມີເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ:

ໜຸ່ມຫວຽດນາມຄົນນຶ່ງມີຄວາມຫວັງ ທີ່ຈະຍົກລະດັບການສຶກ
ສາປະເທດ ຂອງລາວໂດຍການສ້າງ “ຫ້ອງສະໝຸດຂອງພໍ່ແມ່”
ຢູ່ຕາມໂຮງຮຽນ ​ໃນ ເຂດຊົນນະບົດ. ທ່ານຫງວັຽນ ກວັ່ງ ແທັກ ສະໜອງຫ້ອງສະໝຸດໃຫ້ແກ່ ໂຮງຮຽນຕ່າງໆ ເພື່ອວ່າຈະມີປຶ້ມ
ໄວ້ ໃຫ້ແກ່ປະຊາຄົມຊາວໄຮ່ຊາວນາ​ໄດ້ອ່ານ​ກັນ. ລາວເຮັດວຽກ ພົວພັນກັບໂຮງພິມຫລາຍແຫ່ງ ຢູ່ໃນນະຄອນ ຫລວງຮ່າໂນ້ຍເພື່ອຈະເອົາປຶ້ມທີ່ຫລຸດ ລາຄາໄປໃຫ້ນາຍຄູ ແລະນັກຮຽນຂອງພວກເຂົາເຈົ້າ.

ທ່ານແທັກເວົ້າວ່າ ໂຮງຮຽນເກືອບໝົດທຸກແຫ່ງມີປຶ້ມອ່ານພຽງພໍ ແຕ່ ລາວກໍເວົ້າວ່າ ຄອບ ຄົວທີ່ທຸກຈົນຫລາຍຄອບຄົວ ມີປຶ້ມອ່ານບໍ່ພໍເທົ່າ ໃດຫົວຢູ່ເຮືອນ ແລະກໍບໍ່ໄປ​ໃຊ້ຫ້ອງສະ ໝຸດຂອງ​ໂຮງຮຽນ. ລາວຮູ້ ເລື້ອງນີ້ໂດຍການໂອ້ລົມກັບພວກຊາວນາ, ກໍາມະກອນ ແລະ ນັກຮຽນ.

ປະຊາຊົນຫວຽດນາມຫລາຍກວ່າ 90% ສາມາດອ່ານອອກຂຽນໄດ້. ແຕ່ວ່າລະດັບການ ສຶກສາຢູ່ໃນໂຮງຮຽນຕ່າງໆ ຍັງຕໍ່າຢູ່ເມື່ອທຽບກັບ ບັນດາປະເທດໃນເຂດເອເຊຍຕາເວັນ ອອກສຽງໃຕ້ອື່ນໆ. ການສໍ້ລາດ ບັງຫລວງແມ່ນສາເຫດອັນໃຫຍ່ທີ່ພາໃຫ້ມີບັນຫາດັ່ງກ່າວ. ຂ່າວສານ ຂອງຫວຽດນາມມັກລາຍ​ງານ​ຂ່າວກ່ຽວກັບນາຍຄູເອົາຄະແນນສູງໃຫ້ແກ່ນັກ
ຮຽນ ເພື່ອແລກກັບເງິນ.

ພວກນັກຊ່ຽວຊານບາງ​ຄົນພາກັນຕໍາໜິວິທີການສິດສອນ ທີ່ມັກໃຊ້ວິທີອ່ານໃຫ້ກ່າຍ​ເອົາ ຫລາຍໂພດ. ພວກເຂົາເຈົ້າເວົ້າວ່າ ການບອກໃຫ້ນັກຮຽນເວົ້າລຶ້ມຄືນທຸກອັນທີ່ນາຍຄູ ເວົ້າຢູ່ໃນຫ້ອງນັ້ນແມ່ນພາໃຫ້ຄວາມສາມາດໃນການໃຊ້ຄວາມຄິດຂອງນັກຮຽນຖືກຈໍາກັດ.

ທ່ານຫງວັຽນ ກວັ່ງ ແທັກເວົ້າວ່າ ລາວຢາກໃຫ້ຄົນລົງທຶນຊື້ປຶ້ມເພື່ອໃຫ້ມີອະນາຄົດດີກວ່າ ເກົ່າ. ມາຮອດປັດຈຸບັນນີ້ ມີຫ້ອງສະໝຸດພໍ່ແມ່ເກືອບ ຮອດ 1 ພັນແຫ່ງແລ້ວທີ່ສ້າງຂຶ້ນຢູ່ ໃນແຂວງທາຍບິ໋ງ. ແຕ່ລະແຫ່ງມີປຶ້ມຫລາຍຮ້ອຍຫົວຢູ່ໃນຫັ້ນ. ມີຫລາຍແຂວງກໍາລັງ ຮຽນແບບວິທີການນີ້.

ແຕ່ລະໂຮງຮຽນນັ້ນ ທ່ານແທັກໄດ້ຊ່ວຍສ້າງຫ້ອງ​ສະໝຸດໃຫ້ຫຼາຍ​ເຖິງ 4 ລະດັບຊັ້ນ. ຄົນ ອື່ນໆຈາກນັ້ນກໍໄດ້ເອົາແບບຢ່າງຂອງລາວ. ພວກພໍ່ແມ່ ນັກຮຽນຈ່າຍ 3 ໂດລາໃຫ້ລູກ ແຕ່ລະຄົນຂອງພວກເຂົາເຈົ້າ ສໍາລັບຄ່າປຶ້ມໃນປີທໍາອິດ ແລະປີລະ 1 ໂດລາໃນປີຕໍ່ໆໄປ.

ຫົວໜ້າໂຮງຮຽນມັດທະຍົມ AnDuc ທ່ານ ຟາມ ດຶກເດື່ອງກ່າວຕໍ່ ນາງ Marianne
Brown ຜູ້ສື່ຂ່າວຂອງ​ວີ​ໂອ​ເອວ່າ ວຽກທີ່ທ່ານແທັກເຮັດແມ່ນຊ່ວຍປັບປຸງຄຸນນະພາບ ຂອງການສຶກສາ. ທ່ານເດື່ອງກ່າວວ່າ:

ທ່ານເດື່ອງເວົ້າວ່າ: “ນັກຮຽນພາກັນຮຽນໄດ້ດີຂຶ້ນໃນການແຂ່ງຂັນກັນຮຽນ ໂດຍ ສະເພາະແມ່ນດ້ານສັງຄົມສາດ.”

ທ່ານນາງ ເຊືອງເລ່ຫງ່າ ຫົວໜ້າກຸ່ມຊາວໜຸ່ມຂອງ​ໂຮງຮຽນ ເວົ້າວ່າ ລຸນຫລັງທີ່ຫ້ອງສະ ໝຸດໄດ້ສ້າງຂຶ້ນ ນັກຮຽນເລີ້ມຖາມນາຍຄູຢູ່ໃນຫ້ອງ ຫລາຍຂຶ້ນ. ນັກຮຽນກໍພາກັນຈັດຕັ້ງ ກຸ່ມສົນທະນາຖົກຖຽງກັນໃນເວລາ ຮຽນ. ທ່ານນາງກ່າວວ່າ ແບບຢ່າງຂອງທ່ານແທັກ ຊ່ວຍນັກຮຽນໃຫ້ໃຊ້ ຄວາມຄິດແບບສ້າງສັນຫລາຍຂຶ້ນ ຄືຄິດ “ອອກນອກຂອບ”.

ຮອງຫົວໜ້າໂຮງຮຽນ ເອືອງມິງແທັງ ເວົ້າວ່າ ນັກຮຽນຫລາຍຄົນຈະມີວຽກເຮັດຢູ່ຕາມ ໂຮງງານແຫ່ງຕ່າງໆ. ແຕ່ວ່າລຸນຫລັງທີ່ໄດ້ເຫັນອິດທິ ພົນຂອງຫ້ອງສະໝຸດໃໝ່ ທ່ານ ຫວັງຢ່າງຍິ່ງວ່າ ພວກ​ເດັກນ້ອຍຈະຕັ້ງ ເປົ້າໝາຍຊີວິດໃຫ້ຕົນເອງສູງ.
XS
SM
MD
LG