ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສອງນັກຕໍ່ສູ້ ເພື່ອສິດທິ ຂອງເດັກນ້ອຍ ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ


ນາງມາລາລາ
ນາງມາລາລາ

ນາງ​ Malala Yousafzai ​ໄວ​ລຸຸ້ນປາ​ກິ​ສຖານ ທີ່​ສົ່ງ​ເສີມ​ການ​
ສຶກສາແລະ​ສິດທິ​ແມ່ຍິງ ​ແລະ​ທ່ານ Kailash Satyarthi ນັກ
​ເຄື່ອນ​ໄຫວ​ເພື່ອ​ສິດທິ​ເດັກນ້ອຍໃນ​ອິນ​ເດຍ ​ໄດ້​ຮັບລາງວັນ
​ໂນ​ແບ​ລຂະ​ແໜງ​ສັນຕິພາບ​ປະຈຳ​ປີນີ້.​ ສິງ​ຈະ​ນຳ​ເອົາ​ລາຍ​
ງານ​ເລື້ອງ​ນີ້ ຈາກ​ນາຍ Al Pessin ນັກ​ຂ່າວ​ວີ​ໂອ​ເອ ທີ່​ລອນ
​ດອນ ມາສະ​ເໜີ​ທ່ານ​.


ເບິ່ງວີດີໂອ ພາສາລາວ ກ່ຽວກັບເລື້ອງນີ້:

ໃນ​ການ​ປະກາດ​ລາງວັນ ທີ່​ນະຄອນອອສ​ໂລ ​ເມື່ອ​ວັນ​ທີ 10 ຕຸລາ​ນັ້ນ ປະທານ​ຄະນະ​ກຳ
ມະການ​ໂນ​ແບ​ລນໍ​ເວ ​ໄດ້​ເວົ້າ​ເຖິງ​ຄວາມ​ກ້າຫານ​ແລະ​ຄວາມ​ເປັນ​ວີລະ​ບຸລຸດ​ແລະວີລະ
ສະຕີ​ຂອງ​ພວກ​ທີ່​ໄດ້​ຮັບລາງວັນ ​ແລະ​ພ້ອມ​ດຽວ​ກັນ ກໍໃຫ້​ຂໍ້​ສັງ​ເກດ​ວ່າ ພວກ​ເຂົາ​ເຈົ້າ​ໄດ້ຕໍ່ສູ້ເພື່ອ​ເປົ້າ​ໝາຍ​ອັນ​ດຽວ​ກັນ ​ເຖິງ​ແມ່ນພວກ​ເຂົາ​ເຈົ້າ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກໍ​ຕາມ.

ທ່ານ Thorbyoern Jagland ປະທານ​ຄະນະ​ກຳມະການ​ລາງວັນ​ໂນ​ແບ​ລຂອງ​ນໍ​ເວ
ກ່າວ​ວ່າ:

“ທາງຄະນະ​ກຳມະການ​ຖືວ່າ ​ເປັນຈຸດ​ສຳຄັນສຳລັບ​ຄົນ​ຮິນ​ດູ ​ແລະ​ຄົນ​ມຸສລິ​ມ ​
ຄົນ​ອິນ​ເດຍແລະ​ຄົນ​ປາ​ກິ​ສຖານ ທີ່​ມາຮວມ​ກັນຕໍ່ສູ້​ເພື່ອ​ການ​ສຶກສາ ​ແລະ​ຕໍ່ຕ້ານ
ລັດທິ​ຫົວ​ຮຸນ​ແຮງ.”

ຄຳ​ປະກາດ​ຢ່າງ​ເປັນ​ທາງ​ການ ມອບ​ລາງວັນ​ນີ້ ​ໃຫ້​ນາງ Malala Yousafzai ນັ້ນ ​ແມ່ນ
ເປັນ​ຄວາມ​ກ້າວໜ້າ​ແລະ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ ຂອງ​ການ​ຕໍ່ສູ້ຂອງນາງ ຢູ່​ໃນ​ປາ​ກິ​ສ
ຖານ ບ່ອນ​ທີ່​ນາງ​ຖືກພວກຕາ​ລີ​ບັນ ​ຍິງ​ໃສ່​ຫົວ ​ແລະ​ເກືອບ​ເສຍ​ຊີວິດ​ໄປ​ ເມື່ອ​ສອງ​ປີ​ກ່ອນ ​ ຍ້ອນ​ການສະໜັບສະໜຸນ​ໂຮງຮຽນໃນທ້ອງ​ຖິ່ນ​ຂອງ​ນາງ ​ແລະສົ່ງ​ເສີມໃຫ້​ເດັກນ້ອຍ​ທຸກໆ​ຄົນ ​ໄດ້​ຮຽນ​ໜັງສື​. ​ໃນ​ປີ​ຕໍ່​ມາ ຫຼັງຈາກ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ອັງກິດ ນາງ​ມາລາ​ລາ ​ໄດ້​ໄປ​ກ່າວ​ຄຳ​ປາ​ໄສຕໍ່​ກອງ​ປະຊຸມ​ເຍົາວະ​ຊົນ​ສະຫະ​ປະຊາ​ຊາດ​ວ່າ:

“ເດັກ​ຄົນ​ນຶ່ງ ນາຍຄູ​ຄົນ​ນຶ່ງ ປຶ້ມ​ຫົວ​ນຶ່ງ ​ແລະ​ປາກກາ​ຄັນ​ນຶ່ງ​ ສາມາດ​ປ່ຽນ​ແປງ​ໂລກ​ໄດ້.”

ທ່ານໄກລາດ ກ່າວຕໍ່ສືມວນຊົນ ທີ່ຫ້ອງການຂອງທ່ານ ຢູ່ນີວເດລີ
ທ່ານໄກລາດ ກ່າວຕໍ່ສືມວນຊົນ ທີ່ຫ້ອງການຂອງທ່ານ ຢູ່ນີວເດລີ

ຜູ້​ທີ່​ໄດ້​ຮັບ​ລາງວັນ​ຮ່ວມກັນ​ກັບ​ນາງ​ມາລາ​ລາ​ ໄດ້ແກ່​ທ່ານ ​ໄກລາດ (Kailash) Satyarthi ທີ່​ທຳ​ການ​ລົນ​ນະ​ລົງ ​ເພື່ອ​ສິດທິ​ຂອງ​ພວກ​ເດັກນ້ອຍ​ໃນ​ອິນ​ເດຍ ມາ​ເປັນ​ເວລາ​ຫຼາຍ​ປີ. ທ່ານ Satyarthi ພ້ອມ​ດ້ວຍນັກ​ເຄື່ອນ​ໄຫວຄົນ​ອື່ນໆ​ອີກ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ໂຮງ​ຈັກ​ໂຮງ
ງານ​ຫຼາຍໆແຫ່ງ​ ແລະ​ໃນ​ສະຖານ​ທີ່​ອື່ນໆ​ອີກ ​ເພື່ອ​ປົດ​ປ່ອຍ​ພວກ​ເດັກນ້ອຍ​ທີ່​ຖືກ​ກັກ​ຂັງ​ເປັນ​ແຮງ​ງານ​ຂ້າ​ທາດ. ນອກ​ນັ້ນ ພວກ​ເຂົາ​ເຈົ້າ​ຍັງໄດ້​ຈັດ​ຕັ້ງ​ອົງການ​ນຶ່ງ​ຂຶ້ນ ​ເພື່ອ​ສິດສອນ​ພວກ​ເດັກນ້ອຍ ​ແລະ​ຊ່ອຍ​ເຂົາ​ເຈົ້າ ໃຫ້ເຂົ້າຮ່ວມໃນ​ສັງຄົມ.

ທ່ານ ​ໄກລາດ ກ່າວ​ວ່າ “ມັນເປັນກຽດຢ່າງ​ສູງ ສຳລັບ​ພວກ​ເດັກ ນ້ອຍທັງ​ໝົດ ​ທີ່​ຖືກ
​ກີດ​ກັ້ນ ບໍ່​ໃຫ້​ໄດ້​ຊົມ​ໃຊ້​ຊີວິດຄວາມ​ເປັນ​ເດັກ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ທົ່ວ​ໂລກ. ມັນ​ເປັນ​ກຽດສຳລັບຊາວ​ອິນ​ເດຍ​ເພື່ອນ​ຮ່ວມ​ຊາດ​ຂອງ​ຂ້າພະ​ເຈົ້າ​ທັງ​ໝົດ ທີ່ໄດ້​ຮັບ​ກຽດ​ອັນ​ນີ້. ມັນ​ບໍ່ໄດ້​ເປັນ​ກຽດ​ ​ສຳລັບ​ແຕ່ຂ້າພະ​ເຈົ້າ​ຜູ້​ດຽວ ແຕ່​ເປັນ​ກຽດ​ສຳລັບໝົດ​ທຸກ​ຄົນ ທີ່​ທຳ​ການ​ຕໍ່ສູ້​ຕ້ານ​ການ​ໃຊ້​ແຮງ​ງານ​ເດັກ​ ຢູ່​ໃນ​ທົ່ວ​ໂລກ.”

Pakistan’s Malala, India’s Satyarthi Win Nobel Peace Prize
please wait

No media source currently available

0:00 0:02:36 0:00

ທ່ານ ​ໄກລາດ ​ແລະ​ນາງ​ ມາລາ​ລາ ທັງ​ສອງ​ເຮັດ​ວຽກ​ເພື່ອຜົນ​ປະ​ໂຫຍ​ດຂອງເດັກນ້ອຍ ​ແລະ​ພວກ​ເຂົາ​ເຈົ້າ​ເຮັດ​ວຽກ ຢູ່​ໃນສອງ​ປະ​ເທດ​ທີ່​ເປັນເພື່ອນ​ກັນ. ​ແຕ່​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ​ມີ​ຄວາມ​ບໍ່​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແລະ​ໄດ້​ມີ​ການ​ປະ​ທະ​ກັນ​ຫລາຍ​ຄັ້ງ ​ທີ່​ເຮັດ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ ​ຢູ່​ໃນ​ເຂດຊາຍ​ແດນ​ໃນອາທິດ​ແລ້ວ​ນີ້.

​ທ່ານ Mustafa Kadri ນັກ​ຊ່ຽວຊານ​ດ້ານ​ເອ​ເຊຍ​ໃຕ້ ທີ່​ອົງການ​ປົກ​ປ້ອງ​ສິດທິມະນຸດ Amnesty International ​ເຂົ້າ​ໃຈດີ ​ເຖິງ​ຄວາມ​ແຕກ​ຕ່າງ​ທີ່ຄຽງ​ຂ້າງ ​ໄປ​ກັບຄວາມ
​ຄ້າຍຄື​ກັນ ທີ່​ກ່າວ​ມານັ້ນ.

ນາງ Malala Yousafzai ກັບພໍ່ຂອງລາວທ່ານ Ziauddin Yousafzaiພົບປະກັບທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ
ນາງ Malala Yousafzai ກັບພໍ່ຂອງລາວທ່ານ Ziauddin Yousafzaiພົບປະກັບທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ

ທ່ານ Mustafa Kadri ກ່າວ​ວ່າ “ຄວາມ​ຮູ້ສຶກຂອງ​ຂ້າພະ​ເຈົ້າ ທາງ​ສ່ວນ​ຕົວ​ແລ້ວ
ກໍ​ແມ່ນ​ວ່າ ຄະນະ​ກຳມະການ​ລາງວັນ​ໂນ​ແບ​ລ ສົ່ງ​ສານ​ອັນ​ນຶ່ງອອກ​ມາ ທີ່​ເວົ້າ​ວ່າ
ປາ​ກິ​ສຖານ​ແລະ​ອິນ​ເດຍທັງ​ສອງ​ປະ​ເທດ ມີ​ ​ຊະ​ຕາ​ກຳ​ຮ່ວມ​ກັນ. ພວກ​ເຂົາ​ເຈົ້າ​
ມີການ​ທ້າ​ທາຍ​ຕ່າງໆ​ແບບ​ດຽວ​ກັນ. ພວກ​ເຂົາ​ເຈົ້າ​ມີ​ພວກ​ນັກ​ເຄື່ອນ​ໄຫວທີ່​ຄ້າຍ
ຄື​ກັນ ​ທີ່​ກຳລັງຕໍ່ສູ້​ເພື່ອ​ໃຫ້​ມີ​ອະນາຄົດ​ທີ່​ດີ​ຂຶ້ນ​ກວ່າ​ເກົ່າ ສຳລັບເດັກນ້ອຍ​ຂອງ​
ພວກ​ປະ​ເທດ​ເຫຼົ່າ​ນີ້.”

ທ່ານ Kadri ​ແລະ​ພວກ​ຊ່ຽວຊານ​ອື່ນໆ ຍັງ​ໄດ້ຊີ້​ອອກ​ເຊັ່ນ​ກັນວ່າ ​ເຖິງ​ແມ່ນການມອບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ​ ໃຫ້​ພວກ​ສົ່ງ​ເສີມ​ສິດທິ​ເດັກນ້ອຍ​ສອງ​ທ່ານ​ນີ້ ​ເປັນ​ການ​ສະດຸ​ດີ​ວຽກງານ ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ມາກໍ​ຕາມ ​ແຕ່ໃນ​ຂະນະດຽວ​ກັນ ​ມັນ​ກໍ​ເປັນ​ການ​ເນັ້ນ​ໃຫ້​ເຫັນ​ວ່າ ຍັງມີ​ວຽກ​ງານ​ທີ່​ຈະ​ຕ້ອງ​ໄດ້​ເຮັດ​ຕື່ມອີກ​ຢູ່ຫຼາຍ.

ON THE LINE: Nobel Peace Prize
please wait

No media source currently available

0:00 0:29:58 0:00

XS
SM
MD
LG