ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຢັ່ງຫາງສຽງ ພວກປ່ອນບັດ ໄດ້ສະແດງ ວ່າ ຜູ້ສະໝັກ ຈາກພັກຝ່າຍຊ້າຍ ນຳໜ້າໝູ່

ທ່ານ Lenin Moreno, ຜູ້ສະໝັກ ຈາກພັກພັນທະມິດ PAIS ທີ່ປົກຄອງປະເທດໃນປັດຈຸບັນ, ແລະພັນລະຍາຂອງທ່ານ ທ່ານນາງ Rocio Gonzalez ກ່ອນໜ້ານີ້ ໄດ້ສະເຫຼີມສະຫຼອງ ຜົນການເລືອກຕັ້ງພ້ອມກັບບັນດາຜູ້ສະໜັບສະໜູນ ໃນເມືອງ Quito ຂອງ Ecuador, ວັນທີ 19 ກຸມພາ 2017.

ການຢັ່ງຫາງສຽງ ພວກປ່ອນບັດຈຳນວນນຶ່ງ ໃນການເລືອກຕັ້ງປະທານາທິບໍດີ ໃນວັນ
ອາທິດວານນີ້ ຂອງເອກົວດໍ ໄດ້ສະແດງວ່າ ພັກປົກຄອງປະເທດໃນປັດຈຸບັນ ຂອງທ່ານ
Lenin Moreno ນຳໜ້າຄູ່ແຂ່ງທີ່ໃກ້ຄຽງທີ່ສຸດ ພາຍໃນຈຳນວນຜູ້ສະໝັກ 7 ທ່ານ ຈາກ
ພັກຝ່າຍຄ້ານ ເຖິງແມ່ນວ່າ ມັນບໍ່ຈະແຈ້ງວ່າ ທ່ານໄດ້ຮັບຄະແນນສຽງພຽງພໍ ທີ່ຈະຫຼີກ
ຈາກ ການເລືອກຕັ້ງຂັ້ນຊີ້ຂາດ ໃນເດືອນເມສາ ຫຼືບໍ່.

ດ້ວຍການລາຍງານ ກ່ຽວກັບການລົງຄະແນນສຽງ ຫຼາຍກວ່າ 80 ເປີເຊັນ ຢູ່ທີ່ໜ່ວຍ
ເລືອກຕັ້ງຕ່າງໆ ໃນຕອນເຊົ້າວັນຈັນມື້ນີ້ ທ່ານ Moreno ໄດ້ຮັບເກືອບ 39 ເປີເຊັນ
ຂອງຄະແນນສຽງ ເມື່ອທຽບໃສ່ກັບ ພຽງຕ່ຳກວ່າ 29 ເປີເຊັນ ຂອງທ່ານ Guillermo
Lasso ອະດີດເຈົ້າໜ້າທີ່ທະນາຄານ ຫົວອະນຸລັກນິຍົມ.

ພວກປ່ອນບັດ ຄອຍຖ້າໃນແຖວ ເພື່ອລົງຄະແນນສຽງເລື່ອກເອົາປະທານາທິບໍດີ ຂອງພວກເຂົາເຈົ້າ ຢູ່ທີ່ໂຮງຮຽນຫລວງ ທີ່ຖືກນຳໃຊ້ເປັນໜ່ວຍເລືອກຕັ້ງ ໃນເມືອງ Guayaquil ຂອງເອກົວດໍ, ວັນທີ 19 ກຸມພາ 2017.
ພວກປ່ອນບັດ ຄອຍຖ້າໃນແຖວ ເພື່ອລົງຄະແນນສຽງເລື່ອກເອົາປະທານາທິບໍດີ ຂອງພວກເຂົາເຈົ້າ ຢູ່ທີ່ໂຮງຮຽນຫລວງ ທີ່ຖືກນຳໃຊ້ເປັນໜ່ວຍເລືອກຕັ້ງ ໃນເມືອງ Guayaquil ຂອງເອກົວດໍ, ວັນທີ 19 ກຸມພາ 2017.

ເພື່ອທີ່ຈະຫລີກລ່ຽງ ການຄົງຄະແນນສຽງຊີ້ຂາດ ທ່ານ Moreno ຕ້ອງການ 40 ເປີເຊັນ
ຂອງຄະແນນສຽງທີ່ຖືກຕ້ອງ ແລະ ມີ 10 ຄະແນນນຳໜ້າ ທ່ານ Lasso.

ການຢັ່ງຫາງສຽງ ພວກປ່ອນບັດຈຳນວນນຶ່ງ ໂດຍ ກຸ່ມຢັ່ງຫາງສຽງ Cedatos ໄດ້ກະ
ປະມານ ວ່າ ທ່ານ Moreno ໄດ້ຮັບ ຈຳນວນ 39.4 ເປີເຊັນຂອງຄະແນນສຽງ ທີ່ຖືກ
ຕ້ອງ ເມື່ອທຽບກັບ ປະມານ 30.5 ເປີເຊັນ ສຳລັບ ທ່ານ Lasso. ຂອບເຂດຂອງ
ຄວາມຜິດພາດ ນັ້ນ ແມ່ນຢູ່ລະຫວ່າງ ບວກ 2 ຫຼື ລົບ 2 ເປີເຊັນຂອງຄະແນນສຽງ.

ທ່ານ Julian Assange ໄດ້ປາກົດໂຕອອກມາ ເພື່ອກ່າວຄຳປາໄສ ຈາກລະບຽງ ຂອງສະຖານທູດ ເອກົວດໍ ໃນນະຄອນຫຼວງລອນດອນ. ຫຼັງຈາກກ່າວຖະແຫລງແລ້ວ, ທ່ານໄດ້ກັບຄືນເຂົ້າໄປໃນສະຖານທູດ, ວັນທີ 5 ກຸມພາ 2016. (Photo: L. Ramirez / VOA)

ການຢັ່ງຫາງສຽງ ຂອງ OPECUDOR ອີກຕ່າງຫາກ ທີ່ຖືກພິມເຜີຍແຜ່ ໂດຍສື່ມວນ
ຊົນຂອງທາງການ ໄດ້ສະແດງໃຫ້ເຫັນວ່າ ທ່ານ Moreno ມີຄະແນນສຽງທີ່ຖືກຕ້ອງ
42.9 ເປີເຊັນ ເມື່ອທຽບກັບ 27.7 ເປີເຊັນ ສຳລັບ ທ່ານ Lasso.

ທັງໆທີ່ ກ່ອນໜ້າ ການປະກາດຜົນການລົງຄະແນນສຽງຄັ້ງທຳອິດ ທ່ານ Moreno
ກໍໄດ້ປະກາດຕົນເອງ ຢ່າງວ່ອງໄວ ວ່າເປັນຜູ້ໄດ້ຮັບໄຊຊະນະ ອີງຕາມການຢັ່ງຫາງ
ສຽງດັ່ງກ່າວ ທີ່ບໍ່ສາມາດພິສູດໄດ້ຢ່າງຄັກແນ່ ແລະ ໄດ້ຮຽກຮ້ອງໃຫ້ ທ່ານ Lasso
ຍອມຮັບການປະລາໄຊ. ແຕ່ທ່ານໄດ້ຫລຸດຜ່ອນ ນ້ຳສຽງຂອງທ່ານລົງ ໃນລະຫວ່າງ
ການກ່າວຄຳປາໄສ ຕໍ່ບັນດາຜູ້ສະໜັບສະໜູນ ໃນຕອນເດິກຂອງຄ່ຳຄືນວານນີ້.

ທ່ານ Moreno ທີ່ເປັນ ພັນທະມິດຂອງປະທານາທິບໍດີ ທີ່ກຳລັງຈະອອກຈາກຕຳແໜ່ງ
ທ່ານ Rafael Correa ທີ່ນິຍົມຝ່າຍຊ້າຍ ໄດ້ນຳໜ້າໝູ່ ໃນການຢັ່ງຫາງສຽງຄວາມ
ຄິດເຫັນ ແລະ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ປະທານາທິບໍດີ ຄົນປັດຈຸບັນວ່າ ທ່ານ ສືບຕໍ່
ໂຄງການຕ່າງໆ “ນະໂຍບາຍທັງຫຼາຍ ກ່ຽວກັບ ພາສີ ແລະ ການໃຊ້ຈ່າຍ” ຂອງທ່ານ.

ທ່ານ Lasso ໄດ້ປະຕິຍານວ່າ ຈະຕັດການໃຊ້ຈ່າຍ ແລະພາສີ ລົງ ໃນເວລາດຽວກັນ
ກໍຈະສ້າງວຽກເຮັດງານທຳ ນຶ່ງລ້ານໜ້າວຽກ. ທ່ານ Lasso ຕິດຕາມມາເປັນອັນດັບ
ທີສອງ ໃນການຢັ່ງຫາງສຽງ ກ່ອນໜ້າການເລືອກຕັ້ງ.

ເສດຖະກິດ ຂອງປະເທດທີ່ອຸດົມສົມບູນດ້ວຍນ້ຳມັນ ນີ້ ໄດ້ຮົດໂຕເຂົ້າ ໃນອັດຕາ 1.7
ເປີເຊັນ ໃນປີ 2016 ຍ້ອນລາຄານ້ຳມັນທີ່ຕົກຕ່ຳລົງນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG