ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈຳນວນ ຜູ້ເສຍຊີວິດ ຈາກແຜ່ນດິນໄຫວ ຢູ່ໃນ ເອກົວດໍ ເພີ້ມຂຶ້ນ ຮອດ 654 ຄົນ


ທ້າວ Roberto Ganchoso ໄດ້ຮັບກຳລັງໃຈ ຈາກເພືອນ ບ້ານໃກ້ເຮືອນຄຽງ ໃນຂະນະທີ່ກຳລັງນັ່ງຢູ່ເທິງ ອັນທີ່ຫລົງເຫຼືອຢູ່ ໃນຄຸ້ມບ້ານຂອງລາວ ເບິ່ງລົດດຸດ ກຳລັງດຸດໂຮງແຮງຫຼັງນຶ່ງລົງ ຢູ່ໃກ້ຄຽງ ໃນເມືອງ Pedernales ຂອງປະເທດເອກົວດໍ, ວັນທີ 23 ເມສາ 2016.
ທ້າວ Roberto Ganchoso ໄດ້ຮັບກຳລັງໃຈ ຈາກເພືອນ ບ້ານໃກ້ເຮືອນຄຽງ ໃນຂະນະທີ່ກຳລັງນັ່ງຢູ່ເທິງ ອັນທີ່ຫລົງເຫຼືອຢູ່ ໃນຄຸ້ມບ້ານຂອງລາວ ເບິ່ງລົດດຸດ ກຳລັງດຸດໂຮງແຮງຫຼັງນຶ່ງລົງ ຢູ່ໃກ້ຄຽງ ໃນເມືອງ Pedernales ຂອງປະເທດເອກົວດໍ, ວັນທີ 23 ເມສາ 2016.

ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວທີ່ມີຄວາມແຮງສູງໃນປະເທດ ເອກົວດໍ ໄດ້ເພີ່ມ ສູງຂຶ້ນເປັນ 654 ຄົນ, ອີງຕາມການກ່າວຂອງບັນ ດາເຈົ້າໜ້າທີ່.

ແຜ່ນດິນໄຫວດັ່ງກ່າວແມ່ນເປັນຄັ້ງທີ່ຮ້າຍແຮງທີ່ສຸດໃນຮອບເກືອບ 7 ທົດ ສະວັດ, ເຮັດ ໃຫ້ມີຄົນບາດເຈັບຢ່າງໜ້ອຍ 12,500 ຄົນ ແລະ 58 ຄົນທີ່ອາໄສຢູ່ແຄມຝັ່ງມະຫາສະໝຸດ ປາຊີ ຟິກຂອງປະເທດຫາຍສາບສູນ.

ປະທານາທິບໍດີ ທ່ານ Rafael Correa ໄດ້ກ່າວຢ່າງໂສກເສົ້າໃນ ລະຫວ່າງການອອກ ອາກາດທາງໂທລະພາບຕາມປົກກະຕິໃນວັນເສົາ ວານນີ້ວ່າ “ສິ່ງດັ່ງກ່າວນີ້ເປັນເລື່ອງ ທີ່ເສົ້າສະຫຼົດໃຈສຳລັບບ້ານເກີດ ຂອງພວກເຮົາ, ປະເທດຂອງພວກເຮົາ ແມ່ນກຳລັງ ຕົກຢູ່ໃນວິກິດການ.”

ພວກນັກດັບເພີງ ເອກົວດໍ ກວດເບິ່ງຊາກຫັກພັງ ຂອງອາຄານ ທີ່ຖືກທຳລາຍໂດຍ ແຜ່ນດິນໄຫວຄວາມແຮງ 7.8 ຢູ່ໃນເມືອງ Pedernales, ວັນທີ 22 ເມສາ 2016.
ພວກນັກດັບເພີງ ເອກົວດໍ ກວດເບິ່ງຊາກຫັກພັງ ຂອງອາຄານ ທີ່ຖືກທຳລາຍໂດຍ ແຜ່ນດິນໄຫວຄວາມແຮງ 7.8 ຢູ່ໃນເມືອງ Pedernales, ວັນທີ 22 ເມສາ 2016.

ທະຫານ ແລະ ຕຳຫຼວດຫຼາຍພັນຄົນ ໄດ້ຖືກລະດົມ ໄປທົ່ວປະເທດເອກົວດໍ ເພື່ອສະໜອງ ການຊ່ວຍເຫຼືອສຸກເສີນ, ອັນລວມທັງທີ່ຢູ່ຊົ່ວຄາວ ແລະ ອາຫານການກິນ. ພ້ອມກັນນັ້ນ, ບັນດາພະນັກງານຊ່ວຍເຫຼືອຫຼາຍພັນຄົນຈາກຫຼາຍສິບປະເທດ ລວມມີປະເທດ ສເປນ, ຄິວບາ, ໂບລີເວຍ ແລະ ເວເນຊູເອລາ ກໍໄດ້ເດີນທາງໄປຮອດປະເທດ ເອກົວດໍ ເພື່ອຊ່ວຍ ເຫຼືອໃນການຟື້ນຟູຊ່ວຍເຫຼືອຕ່າງໆ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ປະຊາຊົນ 113 ຄົນໄດ້ຖືກຊ່ວຍເຫຼືອ ລອດຊີວິດອອກມາ ຈາກຕຶກອາຄານແຫ່ງຕ່າງໆ ທີ່ຫັກພັງຈາກແຜ່ນ ດິນໄຫວ, ເຊິ່ງໄດ້ເກີດຂຶ້ນເມື່ອ 8 ວັນ ທີ່ຜ່ານມາ.

ໃນວັນສຸກສັບປະດາແລ້ວນີ້ອົງການສະຫະປະຊາຊາດ ໄດ້ຮ້ອງຂໍ ການຊ່ວຍເຫຼືອ 72.7 ລ້ານໂດລາ ເພື່ອຊ່ວຍເຫຼືອປະຊາຊົນ 350,000 ຄົນ ໃນ 3 ສັບປະດາຂ້າງໜ້າ, ເຊິ່ງ ປະຊາຊົນຈຳນວນເຄິ່ງໜຶ່ງຂອງຕົວເລກທີ່ໄດ້ຄາດເອົາໄວ້ນັ້ນ ແມ່ນມີຄວາມ ຕ້ອງການ ຊ່ວຍເຫຼືອເປັຍຢ່າງຍິ່ງ.

ອົງການ UNICEF ລາຍງານວ່າ ແຜ່ນດິນໄຫວໄດ້ສົ່ງຜົນກະທົບຕໍ່ ເດັກນ້ອຍຢ່າງໜ້ອຍ 150,000 ຄົນ, ເຊິ່ງມັນໄດ້ທຳລາຍໂຮງຮຽນເຖິງ 119 ແຫ່ງ.

ອົງການມະນຸດສະທຳໄດ້ເຕືອນວ່າ ປະເທດດັ່ງກ່າວຍັງຈະປະເຊີນ ໜ້າກັບຄວາມສ່ຽງອັນ ໃຫຍ່ຫຼວງອີກຫຼາຍ, ໃນຂະນະທີ່ພວກທີ່ບໍ່ມີ ບ່ອນຢູ່ອາໄສຕອນນີ້ ກຳລັງຕົກເປັນເຫຍື່ອ ຂອງໂຣກ ໄພທີ່ເກີດຈາກຍຸງ ແລະ ດື່ມນ້ຳທີ່ບໍ່ສະອາດ.

ການແຈກຢາຍໄຟຟ້າ ແລະ ນ້ຳ ແມ່ນກຳລັງຖືກຟື້ນຟູູຄືນຢ່າງຊ້າໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Ecuador Quake
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG