ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຣກ ລະບາດ MERS ໃນເກົາຫຼີໃຕ້ ເຮັດໃຫ້ ເສດຖະກິດ ຝືດເຄືອງ


ບັນດາຜູ້ໂດຍສານ ໃສ່ໜ້າກາກ ປິດປາກ ເພື່ອເປັນການປ້ອງກັນ ຕໍ່ເຊື້ອໄວຣັສ MERS ກຳລັງ ພາກັນຍ່າງອອກຈາກສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 18 ມິຖຸນາ 2015.
ບັນດາຜູ້ໂດຍສານ ໃສ່ໜ້າກາກ ປິດປາກ ເພື່ອເປັນການປ້ອງກັນ ຕໍ່ເຊື້ອໄວຣັສ MERS ກຳລັງ ພາກັນຍ່າງອອກຈາກສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 18 ມິຖຸນາ 2015.

ກະຊວງ​ສາທາລະນະ​ສຸກ ​ເກົາຫຼີ​ໃຕ້ ລາຍ​ງານ​ໃນ​ວັນ​ພະຫັດ​ມື້​ນີ້
ວ່າ ມີອີກ 2 ຄົນ ​ເສຍ​ຊີວິດ​ຍ້ອນພະຍາດ ລະບົບຫາຍ​ໃ​ຈອັກເສບ
ຮ້າຍແຮງ ຈາກພາກຕາເວັນອອກກາງ ຫລື MERS ​ໃນ​ຂະນະ​
ດຽວ​ກັນ ກະຊວງ​ການ​ເງິນ ກໍ​ໄດ້​ປະກາດ ມາດ​ຕະການ​ກະ​ຕຸ້ນ
​ເສດຖະກິດ ທ່າມ​ກາງ​ທີ່ມີຄວາມເປັນ​ຫ່ວງ​ຢ້ານວ່າ ການ​ລະບາດ
ນີ້​ ໄດ້​ເຮັດ​ໃຫ້​ເສດ ຖະກິດ​ຂອງ​ປະ​ເທດ​ປະສົບກັບຄວາມເສຍຫາຍ.

ການ​ເສຍ​ຊີວິດຄັ້ງຫຼ້າສຸດ​ນີ້ ​ໄດ້​ເຮັດ​ໃຫ້​ຕົວ​ເລກ​ຂອງ​ຜູ້ເສຍ​ຊີວິດ
ທັງໝົດ ຍ້ອນພະຍາດດັ່ງກ່າວ​ ເພີ້ມຂຶ້ນ​ເປັນ 29 ຄົນ​ແລ້ວ. ​ເຈັດ
​ສິບ​ເຈັດ​ຄົນ ​ແມ່ນ​ຍັງໄດ້ຮັບ​ການ​ຮັກສາ​ປິ່ນປົວ ຍ້ອນເຊື້ອ​ໄວຣັສ
​ນັ້ນຢູ່ ລວມທັງ 15 ຄົນ ທີ່​ຍັງຢູ່ໃນອາການ​ສາຫັດ.​

​ເຖິງ​ແມ່ນການ​ແຜ່​ລະບາດ​ຂອງ​ພະຍາດ​ດັ່ງກ່າວ ​ໄດ້​ຊັກ​ຊ້າ​ລົງແດ່ແລ້ວ ກໍຕາມ ແຕ່ການ
ລະບາດນີ້ ອາດ​ຈະ​ມີ​ຜົນ​ກະທົບ ອັນ​ຍາວນານຕໍ່​ເສດ ຖະກິດ​ຂອງ​ເກົາຫຼີ​ໃຕ້.

ກະຊວງ​ການ​ເງິນເກົາຫຼີ​ໃຕ້ ໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້​ຕັດການ​ຄາດ​ຄະ​ເນ ກ່ຽວກັບອັດຕາ
ການ​ຂະຫຍາຍ​ໂຕຂອງ​ປີ​ນີ້ ລົງຈາກ 3.8 ​ເປີ​ເຊັນ ​ເປັນ 3.1 ​ເປີ​ເຊັນ. ທ່ານ Choi Kyung-hwan ລັດຖະມົນຕີ​ການ​ເງິນ ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ວ່າ
“ຂ້າພະ​ເຈົ້າ ​ເປັນ​ຫ່ວງວ່າ ການ​ເຕີມ​ໂຕ ຈະ​ຕົກ​ຕ່ຳ ຢູ່ 1 ​ເປີ​ເຊັນ ເປັນໄຕ​ມາດ​ທີ
5 ລຽນຕິດ ​ເຂົ້າ​ສູ່ ໄຕ​ມາດທີ​ສອງ.”

ກະຊວງ​ດັ່ງກ່າວ ຍັງ​ໄດ້​ປະກາດ ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ ມູນ​ຄ່າ 13 ພັນ 5 ຮ້ອຍ​ລ້ານ​ໂ​ດລາ ​ເຊິ່ງ​ມັນຈະ​ລວມທັງງົບປະ​ມານພິ ເສດ ທີ່​ຈະ​ຊົດ​ເຊີຍ ຜົນ​ກະທົບ​ ຕໍ່ການ
ລະບາດ ຂອງພະຍາດ MERS ນັ້ນ ​ແຕ່​ເງິນຈຳນວນດັ່ງກ່າວ ​ຍັງ​ບໍ່​ໄດ້​ຖືກ​ກຳນົດ​ເທື່ອ.

ການ​ເຕີມ​ໂຕ​ດ້ານ​ເສດຖະກິດ ​ໄດ້​ປະສົບ​ກັບ​ບັນຫາ ​ໃນ​ຂະນະ​ທີ່ ຊາວ​ເກົາຫຼີ​ໃຕ້ຫຼາຍໆ​
ຄົນທີ່ມີຄວາມ​ຢ້ານກົວ​ວ່າ ຈະ​ຕິດ​ເຊື້ອ​ພະຍາດ MERS ​ບໍ່ພາກັນໄປຊື້ເຄື່ອງຊື້ຂອງຢູ່ຕາມ
​ຫ້າງ​ຮ້ານ ​ແລະ ຫລີກເວັ້ນຈາກສະ ຖານ​ທີ່​ສາທາລະນະ​ທີ່​ແອ​ອັດ​ຕ່າງໆ​.

ສ່ວນການທ່ອງ​ທ່ຽວ​ຂອງ​ຊາວຕ່າງ​ຊາດ ກໍ​ໄດ້​ປະສົບ​ກັບ​ບັນຫາ​ເຊັ່ນ​ດຽວ​ກັນ. ກະຊວງ​
ການ​ເງິນ ກ່າວ​ໃນ​ວັນ​ພະຫັດ​ມື້ນີ້ ວ່າ ຊາວ​ຕ່າງ​ຊາດ 120,000 ຄົນ ​ໄດ້​ຍົກ​ເລີກ ການ​ເດີນ
ທາງ​ໄປ​ຍັງ​ເກົາຫຼີ​ໃຕ້ ນັບ​ຕັ້ງ​ແຕ່​ການລະບາດ​ດັ່ງກ່າວ ​ໄດ້​ຖືກ​ພົບ​ເຫັນ ພຽງ​ສອງ​ເດືອນ​
ຜ່ານ​ມາ.

ທັງໆ​ທີ່ ກ່ອນ​ໜ້າການ​ລະບາດ​ນັ້ນ ​ເສດຖະກິດ​ຂອງ​ເກົາຫຼີ​ໃຕ້ ກໍ​ໄດ້​ສູ້​ຊົນ​ເພື່ອໃຫ້ມີ​ການ
ຂະຫຍາຍ​ໂຕ​ຂຶ້ນ ສ່ວນນຶ່ງກໍເປັນຍ້ອນ​ ບັນດາ​ຜູ້​ສົ່ງ​ອອກ ສິນຄ້າຂອງປະ​ເທດ ​ໄດ້​ໂຈະ
ການຜະລິດ ເນື່ອງຈາກບໍ່ມີຄວາມ​ຕ້ອງ ການ​ສິນຄ້າ ຈາກ​ຕ່າງປະ​ເທດ.

South Korea's health ministry reported two more deaths from Middle East Respiratory Syndrome (MERS) Thursday, while Seoul's finance ministry announced a stimulus package amid concerns the outbreak is hurting the country's economy.

The latest deaths bring the number of fatalities from the MERS outbreak to 29. Seventy-seven people are still being treated for the virus, include 15 in critical condition.

Though the spread of the disease has slowed, the outbreak could be having a much longer term impact on South Korea's economy.

Seoul's finance ministry on Thursday slashed its forecast for growth this year from 3.8 percent to 3.1 percent. "I am concerned growth will lag below 1 percent for a fifth straight quarter into the second quarter," said Finance Minister Choi Kyung-hwan at a press conference.

The ministry also announced a $13.5 billion economic stimulus package. It will include an extra budget to help offset the effects of the MERS outbreak, but the amount of that fund has not been determined.

Growth has suffered as many South Koreans who fear becoming infected by MERS have stayed away from stores and other crowded public places.

Foreign tourism has also taken a hit. The finance ministry said Thursday that 120,000 foreign tourists have canceled trips to South Korea since the outbreak was discovered just over a month ago.

Even before the outbreak, South Korea's economy had struggled to grow, in part because the country's exporters had been held back by lagging overseas demand.

XS
SM
MD
LG