ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ພວກພະນັກງານ​​ແພດ ທີ່ພະຍາຍາມ​ຈະ ​ຝັງສົບຄົນ​ຕາຍ ​ຍ້ອນອີ​ໂບລາ​ ຖືກໂຈມຕີ ໃນຊີ​ແອຣາ ລີອອນ (ສະໄລດ໌/ວີດີໂອ)


ເຈົ້າໜ້າ​ທີ່​ໃນ ຊີ​ແອຣາ ລີອອນ ກ່າວ​ວ່າ ຊາວໜຸ່ມກຸ່​ມນຶ່ງໄດ້​ໂຈມ​ຕີ
​ພວກພະນັກງານແພດ ທີ່ພະຍາຍາມ​ຈະ​ຝັງສົບຄົນ​ຕາຍ​ຍ້ອນ​
ອີ​ໂບລາ ​ໃກ້ໆກັບນະຄອນຫລວງ Freetown.

ການ​ປະ​ເຊີນ​ໜ້າ​ກັນ​ດັ່ງກ່າວ ​ເກີດ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງ​ເປັນ​
ມື້​ທີ 2 ທີ່​ລັດຖະບານ​ໄດ້​ອອກ​ມາດຕາ​ການ​ຫ້າມ​ອອກ​ນອກ​ເຮືອນ
​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ການ​ລະ​ບາດຂອງ​ເຊື້ອ​ໄວຣັສ ທີ່​ໄດ້​ເອົາ
​ຊີວິດຫຼາຍກວ່າ 2,600 ຄົນ​ໄປ​ແລ້ວ ​ຢູ່​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ.

ພວກໂຈມ​ຕີໄດ້​ສະຫລາຍ​ໂຕໄປ ຫຼັງຈາກຕຳຫລວດ​ກອງໜຸນ​ໄດ້​
ໄປ​ເຖິງ​ສະຖານ​ທີ່​ເກີດ​ເຫດ ​ເພື່ອ​ປົກ​ປ້ອງ​ທີ​ມຝັງ​ສົບ​ນັ້ນ.

ຊີ​ແອຣາ ລີອອນ ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ພົນລະ​ເມືອງ​ຂອງ​ຕົນ ຈຳນວນ​ເກືອບ 6 ລ້ານ​ຄົນ​ໃຫ້ຢູ່​
ໃນ​ເຮືອນ​ເປັນ​ເວລາ 3 ມື້ ​ເພື່ອ​ໃຫ້​ເຈົ້າໜ້າ​ທີ່​ແພດ​ບົ່ງ​ຕົວ​ພວກ​ທີ່​ຕິດ​ເຊື້ອໄວຣັສ ​ແລະ ສຶກສາ​ອົບຮົມ​ພວກ​ຄົນ​ອື່ນໆ ​ໃນ​ວິທີ​ການ​ປ້ອງ​ກັນຕົນ​ເອງ.

ຕະຫລາດໃນທ້ອງຖິ່ນ ເຫັນວ່າວ່າງເປົ່າ ໃນຂະນະທີ່ ລັດຖະບານ ຊີແອຣາ ລີອອນ ໄດ້ບັງຄັບໃຫ້້ປະຊາຊົນຢູ່ໃນເຮືອນເປັນເວລາ 3 ມື້ ໃນຄວາມ ພະຍາຍາມຕໍ່ສູ້ກັບ ເຊື້ອໄວຣັສ ອີໂບລາ ຢູ່ນະຄອນຫລວງ Freetown ວັນທີ 19 ກັນຍາ 2014.
ຕະຫລາດໃນທ້ອງຖິ່ນ ເຫັນວ່າວ່າງເປົ່າ ໃນຂະນະທີ່ ລັດຖະບານ ຊີແອຣາ ລີອອນ ໄດ້ບັງຄັບໃຫ້້ປະຊາຊົນຢູ່ໃນເຮືອນເປັນເວລາ 3 ມື້ ໃນຄວາມ ພະຍາຍາມຕໍ່ສູ້ກັບ ເຊື້ອໄວຣັສ ອີໂບລາ ຢູ່ນະຄອນຫລວງ Freetown ວັນທີ 19 ກັນຍາ 2014.

ອີ​ໂບລາ ​ໄດ້​ຕິດ​ແປດ ຫຼາຍກວ່າ 5,300 ຄົນ​ແລ້ວ ​ໂດຍ​ສ່ວນ​
ໃຫຍ່​ແລ້ວ​ແມ່ນຢູ່​ໃນ ​ໄລ​ບີ​ເຣຍ ຊີ​ແອຣາ ລີອອນ ​ແລະ ກີ​ນີ ​ແລະ​
ມັນສະ​ແດງ​ໃຫ້​ເຫັນ​ວ່າ ​ບໍ່​ມີ​ທ່າ​ທີ​ຈະ​ຜ່ອນຜັນ​ລົງ​ເລີຍ. ໄນຈີ​ເຣຍ
​ແລະ ​ເຊ​ເນ​ກາລ ກໍໄດ້​ຖືກ​ກະທົບເຊັ່ນ​ກັນ.

ໄລ​ບີ​ເຣຍ ​ໄດ້​ອອກ​ມາດຕາ​ການກັກ​ກັນ ​ແລະ ຫ້າມ​ອອກ​ນອກ​
ເຮືອນ ໃນ​ຍາມ​ຄ່ຳ​ຄືນເມື່ອ​ເດືອນ​ແລ້ວ​ນີ້ ​ແຕ່​ກໍ​ໄດ້​ຍົກ​ເລີກ ຫຼັງ
ຈາກ​ໄດ້​ມີ​ການ​ປະ​ທ້ວງເກີດ​ຂຶ້ນ.

ພວກນັກ​ວິຈານ​ກ່າວ​ວ່າ ມາດຕາ​ການ​ດັ່ງກ່າວ ​ເຮັດ​ໃຫ້​ປະຊາຊົນ
​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຫາ​ຢູ່​ຫາ​ກິນ ​ແລະ​ອາດ​ສາມາດ​ກະ​ຕຸ້ນ
ໃຫ້​ພວກ​ທີ່​ຕິດ​ເຊື້ອ​ອີ​ໂບລາ ຫລົບລີ້ຢູ່ ແທນ​ທີ່​ຈະ​ໄປ​ຊອກ​ຫາ​ການຊ່ວຍ​ເຫຼືອ.

ສະຫະ​ລັດ ​ໄດ້​ໝັ້ນ​ໝາຍເງິນ​ຈຳນວນ 175 ລ້ານ​ດອນ​ລ່າ ​ເພື່ອ​ຊ່ວຍ​ເຫຼືອ​ໃນ​ການ​ຕໍ່​ສູ້​ກັບ
ການລະບາດນີ້ ​ແລະກຳລັງ​ສົ່ງກອງ​ທະຫານ 3.​000 ຄົນ ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ​ເພື່ອ​ສ້າງຕັ້ງ​ໂຮງໝໍສະໜາມ ​ແລະ ສະໜອງການ​ຊ່ວຍ​ເຫລືອ ​ດ້ານພາລາທິການນຳ.


ເບິ່ງວີດີໂອກ່ຽວກັບ ການພະຍາຍາມ ຄວບຄຸມອີໂລບາ ໃນຊີແອຣາ ລີອອນ:

Ebola Burial Team Attacked in Sierre Leone

Officials in Sierra Leone say a group of young people attacked health workers trying to bury bodies of Ebola victims near the capital, Freetown.

The confrontation occurred Saturday, the second day of the government-imposed lockdown aimed at curbing the spread of the virus that has killed more than 2,600 people in West Africa.

The attackers dispersed after police reinforcements arrived to protect the burial team.

Sierra Leone has ordered nearly 6 million of its people to stay at home for three days to enable health workers to identify the infected people and educate others on how to protect themselves.

Ebola has infected more than 5,300 people, most of them in Liberia, Sierra Leone and Guinea, and it shows no signs of weakening. Nigeria and Senegal also have been affected.

Neighboring Liberia imposed quarantines and curfews last month, but lifted them after street protests.

Critics say such measures make it difficult for people to get food and could prompt those infected to hide themselves instead of seeking help.

The United States has committed $175 million to help combat the outbreak, and is sending 3,000 troops to the region to build field hospitals and provide logistical aid.

XS
SM
MD
LG