ລິ້ງ ສຳຫລັບເຂົ້າຫາ

ອີໂບລາ ລ້າງຜານ ພົນລະເມືອງ ໃນອາຟຣິກາຕາເວັນຕົກ ແລະ ສ້າງຄວາມຢ້ານກົວ ໃຫ້ແກ່ປະຊາຄົມໂລກ


ໃນ​ປີ 2014 ​ເຊື້ອ​ໄວຣັສອີ​ໂບລາ​ໄດ້​ເລີ້ມລະບາດ​ຢູ່​ໃນເຂດ
ອາ​ຟຣິກາຕາ​ເວັນ​ຕົກ. ການ​ລະ​ບາດຂອງ​ພະຍາດ​ດັ່ງກ່າວ​ນີ້
ແມ່ນ ຍັງສືບຕໍ່ເປັນ​ວິ​ກິດ​ການດ້ານມະນຸດສະທຳ ທີ່​ມີ​ສັດສ່ວນ
​ອັນ​ໃຫຍ່​ຫຼວງທີ່​ສຸດ​. ຫຼາຍກວ່າ 18,000 ຄົນໄດ້​ຕິດເຊື້ອ​ໄວຣັສ​ນີ້
​ແລະ ​ມາ​ຮອດປັດຈຸບັນ ມັນ​ໄດ້​ເອົາ​ຊີວິດ ປະ​ມານ 7,000 ຄົນ
ໄປແລ້ວ. ຜູ້​ສື່​ຂ່າວວີ​ໂອ​ເອ Carol Pearson ມີລາຍ​ງານ​ກ່ຽວ
ກັບ​ເລື້ອງ​ນີ້ ຊຶ່ງໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ.

ມັນ​ເລີ້ມ​ຕົ້ນຂຶ້ນແບບງຽບໆ ຢູ່​ໃນເຂດທີ່​ຫ່າງ​ໄກສອກ​ຫລີກ​ແຫ່ງໜຶ່ງ ​ໃນ​ປະເທດ​ກີນີ ​ເມື່ອ​ທ້າຍ​ປີ 2013. ​ເຊື້ອ​ໄວຣັສອີໂບລາ ​ຫລັງຈາກນັ້ນ​ກໍໄດ້​ລະບາດ​ຢ່າງ​ບໍ່​ຢຸດ​ຢັ້ງໄປ​ທົ່ວ​ປະ​ເທດ
​ກີ​ນີ ໄລ​ບີ​ເຣຍ ​ແລະ ຊີ​ແອຣາ ​ເລ​ອອນ. ນອກນັ້ນ ມັນ​ຍັງແຜ່ລາມ​ເຂົ້າ​ໄປ​ໃນ​ປະ​ເທດ​ໄນ​ຈີເຣຍ ​ແລະ ມາລີ ຊຶ່ງ​ໄດ້​ເອົາ​ຊີວິດ​ຂອງບັນດາ​ທ່ານໝໍ ​ແພດ​ຜູ້​ຮັກສາຄົນ​ປ່ວຍ ​ແລະ ຫຼາຍກວ່ານຶ່ງ​ສ່ວນ​ສາມ ຂອງບັນດາ​ຜູ້​ຕິດ​ເຊື້ອ​ພະຍາດ​ນີ້. ​ໃນ​ລະຍະ​ທີ່ມີການລະບາດ​ຂອງ​ອີ​ໂບລາ​ເກີດ​ຂຶ້ນ ຢ່າງ​ກວ້າງຂວາງ​ນັ້ນ ມັນ​ໄດ້​ປະປ່ອຍໄວ້​ ແຕ່​ຄວາມ​ເປັນ​ກຳພ້າ ກຳພອຍ ​ໃຫ້​ແກ່​ພວກ​ເດັກນ້ອຍ ຫຼາຍພັນ​ຄົນ.

ບໍ່​ເຄີຍ​ມີ​ການລະບາດທີ່ຮ້າຍແຮງ ຄື​ກັນ​ກັບ​ການລະບາດ​ຂອງ​ພະຍາດ​ອີ​ໂບລາໃນເທື່ອນີ້.

ດຣ. Tom Kenyon ​ ​ຫົວໜ້າພະ​ແນ​ກ​ສູນສຸຂະພາບ​ໂ​ລກ ຂອງສູນກາງຄວບ​ຄຸມ​ ແລະ​
ປ້ອງ​ກັນ​ພະຍາດຂອງສະຫະລັດ ຫຼື CDC ກ່າວ​ວ່າ ການລະບາດ ​ໃນ​ເຂດອື່ນໆ ຂອງ​
ອາ​ຟຣິການັ້ນ ​ແມ່ນ​ສາມາດຄວບຄຸມ​ໄດ້​ ​ຢ່າງງ່າຍດາຍກວ່ານີ້.

ສຳນັກງານໃຫຍ່ ສູນກາງຄວບ​ຄຸມ​ ແລະ​ ປ້ອງ​ກັນ​ພະຍາດຂອງສະຫະລັດ ຫຼື CDC ໃນນະຄອນແອດແລນຕາ ລັດຈໍເຈຍ.
ສຳນັກງານໃຫຍ່ ສູນກາງຄວບ​ຄຸມ​ ແລະ​ ປ້ອງ​ກັນ​ພະຍາດຂອງສະຫະລັດ ຫຼື CDC ໃນນະຄອນແອດແລນຕາ ລັດຈໍເຈຍ.

ດຣ. Kenyon ​ເວົ້າວ່າ “ປະຊາ​ຊົນ​ຢູ່​ທ້ອງ​ຖິ່ນ ຮູ້​ວ່າ ມັນ​ແມ່ນ​
ພະຍາດ​ອີ​ໂບລາ ​ແລະ ​ໄດ້​ເອົາ​ມາດ​ຕະການ​ຕ່າງໆ ເພື່ອ​
ຢຸດ​ຢັ້ງມັນ. ພວກ​ເຂົາ​ເຈົ້າ ຢຸດ​ສຳຜັດກັບ​ຕົນ​ໂຕ​ຂອງ​ຄົນ
ປ່ວຍ. ພວກ​ເຂົາ​ເຈົ້າ ຢຸດສຳຜັດກັບສົບຂອງ​ພວກທີ່ຕາຍ​
ແລະໄດ້​ຝັງ​ພວກ​ເຂົ້າ​ເຈົ້າ ຢ່າງ​ປອດ​ໄພ. ພວກ​ເຂົາ​ເຈົ້າ
ລ້າງ​ມື​ຂອງ​ເຂົາ​ເຈົ້າ ດ້ວຍ​ນ້ຳປະສົມ​ຢາຂ້າ​ເຊື້ອ​ພະຍາດ
ແລະ ຫລີກ​ເວັ້ນການສຳຜັດ​ກັນ. ອັນ​ນັ້ນ ຈະ​ຢຸດການ
ລະບາດ​ໄດ້.”

ແຕ່​ຢູ່​ທີ່ເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ແມ່ນ​ກະ​ທັງ ​ບັນດາ​ທ່ານໝໍ
ເອງກໍ​ຍັງ​ຕິດພະຍາດ​ ໂດຍລືມປ້ອງ​ກັນ​ໂຕ​ເອງ.

ຜູ້​ຊາຍ​ຄົນ​ໜຶ່ງ ​ໃຊ້​ໂທລະ​ໂຄ່ງ ປະກາດ​ໃນ​ພາສາ​ທ້ອງ​ຖິ່ນ.

ດຣ. Leisha Nolan ​ແມ່ນ​ນັກ​ສືບສວນກ່ຽວກັບ​ພະຍາດ ຢູ່​ທີ່ CDC. ດຣ. Nolan ກ່າວ​
ວ່າ ສົງຄາມ​ໄດ້​ເຮັດ​ໃຫ້​ຄົນ​ທັງຫຼາຍ ຢ້ານ​ກົວພວກ ຄົນພາຍ​ນອກ ​ແລະ ບໍ່​ຍິນ​ຍອມ​ທີ່​ຈະ
ເຮັດວຽກກັບ​ພວກ​ເຂົາ​ເຈົ້າ ຫຼື ປ່ຽນ​ແປງ​ພຶດຕິ​ກຳ​ຕ່າງໆຂອງ​ຕົນ ທີ່ຈະເຮັດໃຫ້​ພະຍາດ
ດັ່ງກ່າວ​ ແຜ່ລະບາດອອກໄປ.

ດຣ. Nolan ​ເວົ້າ​ວ່າ “ມັນ​ມີ​ຄວາມ​ເ​ຊື່​ອ​ກັນ​ ຢ່າງ​ກວ້າງຂວາງວ່າ ມັນ​ເປັນຄຳ​ສາບ
ທີ່ແມ່ມົດ​ໄດ້​ນຳ​ອອກ​ມາ ​ແລະ ​ກໍ່​ໃຫ້​ເກີດສິ່ງຕ່າງໆ​ ຕໍ່​ພວກ​ຄົນ​ເຫຼົ່ານັ້ນ.”

ບໍ່​ຄື​ກັບ​ບໍລິ​ເວນ​ຫ່າງ​ໄກສອກຫລີກ​ຂອງ​ອາ​ຟຣິກາ​ກາງ ພວກ​ຄົນ​ຢູ່​ໃນ​ເຂດອາ​ຟຣິກາ​
ຕາ​ເວັນ​ຕົກ ​ເດີນທາງຂ້າມ​ຊາຍ​ແດນໄປມາຢ່າງ​ອິດສະລະ ​ແລະ ຈາກ​ເຂດຊົນນະບົດ
ໄປສູ່ເມືອງຕ່າງໆ ​ທີ່​ມີປະຊາຊົນອາໄສຢູ່ ຢ່າງໜາ​ແໜ້ນ. ດຣ. Nolan ກ່າວ​ວ່າ ອັນ​ນັ້ນ
ມັນ​ເຮັດ​ໃຫ້​ຍາກ ທີ່​ຈະ​ຄວບ​ຄຸມເຊື້ອ​ໄວຣັສໄວ້ໄດ້.

ບັນດາພະນັກງານແພດ ໃນຊຸດປ້ອງກັນພະຍາດອີໂບລາ ກຳລັງເຄື່ອນ ຍ້າຍສົບຜູ້ຊາຍຄົນໜຶ່ງທີ່ສົງໄສວ່າ ເສຍຊີວິດຍ້ອນເຊື້ອໄວຣັສອີໂບລາ ຢູ່ສູນປິ່ນປົວອີໂບລາ ຊຶ່ງເປັນໂຄງການໆຊ່ວຍເຫຼືອແຫ່ງໜຶ່ງຂອງ USAID ທີ່ຕັ້ງຢູ່ນອກເຂດ ນະຄອນຫລວງມອນໂຣເວຍ ປະເທດໄລບີເຣຍ, ວັນທີ 28 ພະຈິກ 2014.
ບັນດາພະນັກງານແພດ ໃນຊຸດປ້ອງກັນພະຍາດອີໂບລາ ກຳລັງເຄື່ອນ ຍ້າຍສົບຜູ້ຊາຍຄົນໜຶ່ງທີ່ສົງໄສວ່າ ເສຍຊີວິດຍ້ອນເຊື້ອໄວຣັສອີໂບລາ ຢູ່ສູນປິ່ນປົວອີໂບລາ ຊຶ່ງເປັນໂຄງການໆຊ່ວຍເຫຼືອແຫ່ງໜຶ່ງຂອງ USAID ທີ່ຕັ້ງຢູ່ນອກເຂດ ນະຄອນຫລວງມອນໂຣເວຍ ປະເທດໄລບີເຣຍ, ວັນທີ 28 ພະຈິກ 2014.

ດຣ. Nolan ​ເວົ້າ​ວ່າ “ການ​ເຄື່ອນ​ຍ້າຍ ​ແມ່ນ​ເປັນ​ບັນຫາ​
ໃຫຍ່ຕົວ​ຈິງ​ໃນ​ການລະບາດຄັ້ງນີ້ ທີ່ພວກ​ຄົນ​ເຫຼົ່າ​ນັ້ນ ​ຍັງ​
ສືບ​ຕໍ່​ເຄື່ອນ​ຍ້າຍ ​ແລະສືບ​ຕໍ່ແຜ່​ກະຈາຍເຊື້ອພະຍາດ​ໃສ່
ພົນລະ​ເມືອງ​ຈຸໃໝ່ ໃຫ້ຕິດ​ແປດ​ນັ້ນ.”

​ໃນ​ທ້າຍ​ເດືອນ​ມີ​ນາຜ່ານມາ ອົງການແພດ​ບໍ່​ມີ​ພົມ​ແດນ ​ໄດ້​ເຕືອນ
ເຖິງ​ການລະບາດ​ ຂອງ​ພະຍາດ​ອີ​ໂບລາ ​ແມ່ນ​ບໍ່​ສາມາດຄວບ​ຄຸມ​
ໄດ້. ​ໃນ​ເດືອນ​ສິງຫາ ອົງການ​ອະນາ​ໄມໂລກ ຫຼື WHO ​ເອີ້ນ​ການ
ລະບາດ​ນັ້ນ ​ວ່າເປັນ​ພາວະສຸກ​ເສີນ ໃນດ້ານສາທາລະນະສຸກ
ຂອງນາໆ​ຊາດ. ການ​ຊ່ວຍ​ເຫຼືອ ​ໃນ​ທີ່​ສຸດ ກໍ​ເລີ້ມ​ໄປເຖິງ. ກອງ​ທັບ​
ສະຫະລັດ ​ໄດ້​ສົ່ງ​ກຳລັງ​ທະຫານ​ເກືອບ 3,000 ຄົນ​ ໄປກໍ່ສ້າງ​ສູນ
​ປິ່ນປົວຕ່າງໆ ​ໃນ​ໄລບີ​ເຣຍ. ບັນດາປະ​ເທດ​ອື່ນໆ ​ແລະ​ອົງການ​
ຕ່າງໆ ​ແມ່ນ​ກະ​ທັງສ່ວນບຸກຄົນ ກໍ​ໄດ້​ສົ່ງ​ການ​ຊ່ວຍ​ເຫຼືອ​ໄປໃຫ້​.​

ຕົກມາ​ເຖິງ​ກາງ​ເດືອນ​ທັນວາ ຫົວໜ້າອົງການ WHO ດຣ. Margaret Chan ກ່າວ​ວ່າ ມີ​
ຮ່ອງຮອຍຂອງ​ຄວາມ​ຫວັງ ​ຢູ່ໃນບາງ ເຂດ ແຕ່ພ້ອມກັນນັ້ນ ກໍມີການລະບາດໃໝ່​ເກີດຂຶ້ນ ​ຢູ່ໃນ​ເຂດ​ອື່ນໆ ​ໂດຍ​ສະເພາະ​ແລ້ວ ​ຢູ່​ປະ​ເທດ​ຊີ​ແອຣາ ​ເລ​ອອນ.

ດຣ. Chan ​ເວົ້າ​ວ່າ “ພວກ​ເຮົາ ຕ້ອງ​ໄດ້ສືບຕໍ່ ເຝົ້າລະວັງ​ຢູ່​ສະ​ເໝີ. ຄວາມເພິ່ງ​ພໍ
​ໃຈ​ນັ້ນ ​ເປັນ​ສັດຕູ​ຂອງ​ພວກ​ເຮົາ ​ແລະເພື່ອ​ຈະ​ເຮັດ ໃຫ້​ມັນໄປ​ສູ່​ຈຸດສູນ​ນັ້ນ ພວກ​
ເຮົາ​ຕ້ອງໄດ້ປະສົບຄວາມ​ສຳ​ເລັດ​ ໃນ​ການ​ຫຼຸດຜ່ອນມັນລົງ ​ແຕ່​ພວກ​ເຮົາ​ຕ້ອງ​
ສືບ​ຕໍ່ ​ທຳ​ງານຫຼາຍຂຶ້ນຕື່ມ ​ເພື່ອ​ໃຫ້​ໄປ​ເຖິງ​ຈຸດ​ສູນ​ນັ້ນ.”

ເຖິງແມ່ນມີການ​ປິ່ນປົວ​ພະຍາດ​ອີ​ໂບລາ ​ທີ່​ມີ​ທ່າ​ແຮງເປັນໄປໄດ້ຢ່າງ​ວ່ອງ​ໄວ ​ແລະການ​
ສັກຢາ​ວັກ​ຊີ​ນປ້ອງກັນ ກໍຈິງແຕ່ການ​ປິ່ນປົວ​ແຕ່​ຫົວທີ ​ແລະການ​ຮັກສາ​ຂັ້ນພື້ນຖານຕ່າງໆ ​ເຫຼົ່ານັ້ນ ຍັງ​ຄົງ​ເປັນຄວາມ​ຫວັງ ທີ່​ດີ​ທີ່​ສຸດ ​ສຳ​ຫລັບ​ການ​ລອດ​ຊີວິດ​ໄດ້.

ເບິ່ງວີດີໂອ ລາຍງານກ່ຽວກັບ ພະຍາດອີໂບລາ ພາກພາສາລາວ

In 2014, the Ebola virus erupted in West Africa. The epicdemic was, and still remains, a humanitarian crisis of epic proportion. More then 18,000 people contracted the virus, and so far, it has killed about 7,000 people. VOA Carol Pearson has this report.

It began quietly in rural Guinea in the last days of 2013. The Ebola virus then raged through Guinea, Liberia and Sierra Leone. It made a forays into Nigeria and Mali, killing doctors and caregivers and more than a third of those it infected. In its wake, Ebola left behind thousands of orphans.

There has never been an Ebola epidemic like this one.

Dr. Tom Kenyon heads the Center for Global Health at the Centers for Disease Control and Prevention, the CDC. He says outbreaks in other parts of Africa have been much more easily contained.

Dr. Kenyon says, "the local public knows it is Ebola and takes measures to stop it. They stop touching sick people. They stop touching dead bodies and bury them safely. They wash their hands with bleach solutions and don't touch one another. That will stop the outbreak."

But in West Africa , even doctors were caught off guard.

(Man with megaphone in local language)

Dr. Leisha Nolan is a disease detective at the CDC. She says wars left people fearful of outsiders and unwilling to work with them or to change practices that spread the disease.

Dr. Nolan says, "there's lots of belief that it's a curse, that a witch came and caused these things to happen to people."

Unlike the remote areas of Central Africa, people in West Africa travel freely across borders and from rural areas to populated cities. Dr. Nolan says that makes it hard to contain the virus.

Dr. Nolan says, "movement is actually a big problem in this outbreak in that people continue to move and continue to expose new populations to the infection."

In late March, Doctors Without Borders warned the Ebola epidemic was out of control. In August, the World Health Organization called it an international public health emergency. Aid finally started arriving. The U.S. military sent nearly 3,000 troops to build treatment centers in Liberia. Other countries and organizations--even individuals--also sent aid.

By mid-December, WHO chief Dr. Margaret Chan said there were signs of hope in some areas, as well as new outbreaks in others, especially Sierra Leone.

Dr. Chan says, "we mus maintain our vigilance. Complacency would be our enemy, and, in order to get it to zero, we have been successful in bending the curve a bit, but we need to continue, to do more, to get to zero."

Despite fast-tracking potential Ebola treatments and vaccines, early treatment and basic care remain the best hope for survival.

XS
SM
MD
LG