ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຜູ້ເສຍຊີວິດ ຍ້ອນເຊື້ອອີໂບລາ ກາຍ 7,500 ຄົນແລ້ວ


ບັນດານັກການແພດອັງກິດ ກຳລັງຍົກຄົນເຈັບຈາກເຊື້ອ ອີໂບລາ ເຂົາໃສ່ຕຽງ.
ບັນດານັກການແພດອັງກິດ ກຳລັງຍົກຄົນເຈັບຈາກເຊື້ອ ອີໂບລາ ເຂົາໃສ່ຕຽງ.

ອົງການ​ອະນາ​ໄມ​ໂລກຫຼື WHO ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີ
ວິດ​ຍ້ອນການລະ ບາດ​ເຊື້ອ​ໄວຣັສອີ​ໂບລາ ​ໄດ້​ສູງ​ຂື້ນ​ເປັນ
ຫລາຍ​ກວ່າ 7,500 ຄົນແລ້ວ ​ແລະ​ຈຳນວນຂອງກໍລະ​ນີຕິດ
ເຊື້ອ ແມ່ນມີ​ເກື​ອບ 20,000 ຄົນ.

ໂຕເລກຫ​ລ້າ​ສຸດ ທີ່​ນຳອອກເຜີຍແຜ່ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​
ສະທ້ອນໃຫ້ເຫັນ​ເຖິງ​ທ່າອຽງ ທີ່ວ່າອັດຕາການລະບາດຢູ່
ໄລ​ບີ​ເຣຍ ​ແລະ​ກີ​ນີ ພວມ​ຫລຸດ​ລົງ​ ໃນຂະ ນະທີ່ຢູ່ ຊີ​ແອ​ລາ
ລີ​ອອນ ແມ່ນຍັງສືບຕໍ່​ເພີ້​ມຂື້ນ. ສາມບັນດາ​ປະ​ເທດ ໃນ
ອາ​ຟຣິກາຕາ​ເວັນ​ຕົກ ມີ​ຈຳນວນ​ຜູ້​ເສຍ​ຊີວິດ ປະກອບ
ເປັນເກືອບທັງ​ໝົດ ຈາກອີ​ໂບລາ.

ຈຳນວນ​ຜູ້​ເສຍ​ຊີວິດ​ຢູ່່​ປະ​ເທດ​ອຶ່ນໆ ຍັງຄົງ​ເດີ​ມ ຄືມີ 6 ຄົນ ​ເສຍ​ຊີວິດ​ຢູ່ ປະ​ເທດມາລີ 8
ຄົນ​ຢູ່ ​ໄນ​ຈີ​ເຣຍ ​ແລະ​ນຶ່ງ​ຄົນ​ຢູ່​ໃນສະຫະລັດ. ສະ​ເປ​ນ ​ແລະ​ເຊ​ເນ​ການ ຕ່າງກໍມີຜູ້ຕິດເຊື້ອ​
ນຶ່ງ​ກໍລະ​ນີ ​ແຕ່​ບໍ່​ໄດ້​ເສຍ​ຊີວິດ.

​ໃນ​ວັນ​ຈັນ​ວານ​ນີ້​ເຊັນ​ດຽວ​ກັນ ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban
Ki-moon ກ່າວ​ວ່າ ປະ​ຊາຄົມນາໆ​ຊາດ ຈຳເປັນຕ້ອງກະກຽມ​ໃຫ້​ດີ​ຂື້ນ ເພື່ອຮັບມືກັບ
​ການ​ແຜ່​ລະບາດຢູ່ໃນ​ທົ່ວ​ໂລກຂອງ​ພະຍາດ​ໃນ​ເທື່ອ​ໜ້າ ທີ່​ທ່ານ​ກ່າວ​ວ່າ “​ເປັນ​ການ​ທົດ​
ສອບແນ່ນອນທີ່​ຈະ​ເກີດ​ຂື້ນ.”

ທ່ານ Ban ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ກັບ​ຄື​ນມາ​ຈາກ​ການ​ຢ້ຽມຢາມບັນດາ ອາຟຣິກາ​ຕາ​ເວັນ​ຕົກ
ທີ່​ໄດ້​ຮັບຜົນກະທົບຢ່າງໜັກຈາກ​ເຊື້ອອີ​ໂບລາ. ທ່ານ​ກ່າວ​ວ່າ ​ໂລກ​ຕ້ອງ​ຮຽນ​ຮູ້ເອົາບົດຮຽນ
ຂອງ​ການ​ແຜ່​ລະບາດດັ່ງກ່າວນີ້ ຊຶ່ງ​ທ່ານ​ກ່າວ​ວ່າ ​ເກີນ​ຂອບ​ເຂດ​ຄວາມສາມາດຂອງລະ
​ບົບສາທາລະນະ​ສຸກລັດຖະບານຈະຮັບມືໄດ້.

EBOLA VOSOT
please wait
Embed

No media source currently available

0:00 0:01:57 0:00

XS
SM
MD
LG