ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າ​​ການ​ແພດ ​ຂອງໄລ​ບີ​ເຣຍ​ ເຂົ້າ​​ໄປ​ຢູ່​ໃນ ສະຖານ​ກັກກັນ ​ເພາະ​ອາດ​ໄດ້​ຕິດ​ເຊື້ອ​ອີ​ໂບລາ


ບັນດາພະນັກງານແພດ ຫິ້ວຄຸຢາຂ້າເຊຶ້ອໂຣກ ທີ່ຄລີນິກ ຮັກສາໂຣກອີໂບລາ ທີ່ສ້າງຂຶ້ນໃໝ່ ໃນນະຄອນຫລວງ ມອນໂຣເວຍ ປະເທດໄລບີເຣຍ, ວັນທີ 25 ກັນຍາ 2014.
ບັນດາພະນັກງານແພດ ຫິ້ວຄຸຢາຂ້າເຊຶ້ອໂຣກ ທີ່ຄລີນິກ ຮັກສາໂຣກອີໂບລາ ທີ່ສ້າງຂຶ້ນໃໝ່ ໃນນະຄອນຫລວງ ມອນໂຣເວຍ ປະເທດໄລບີເຣຍ, ວັນທີ 25 ກັນຍາ 2014.

ຫົວໜ້າ​ທາງ​ການ​ແພດ​ຂອງໄລ​ບີ​ເຣຍ ​ໄດ້​ພາ​ຕົວ​ເອງ​ເຂົ້າໄປ​ຢູ່​
ໃນ​ສະຖານ​ກັກກັນ ເປັນ​ເວລາ 3 ອາທິດ ​ເພາະ​ອາດ​ໄດ້​ຕິດ​ເຊື້ອ​
ອີ​ໂບລາ​ ​ ຫຼັງຈາກ​ຜູ້​ຊ່ວຍ​ສ່ວນຕົວ​ຂອງ​ທ່ານນາງ ​ໄດ້​ເສ​ຍຊີວິດ​
ຈາກ​ເຊື້ອ​ໄວຣັສ ອີ​ໂບລາ.

ທ່ານ​ນາງ Bernice Dahn ​ໄດ້​ຖະ​ແຫລ​ງຕໍ່ໍຜູ້​ສື່​ຂ່າວ​ ​ໃນ​ວັນ​ເສົາ
​ວານ​ນີ້ວ່າ ທ່ານ​ນາງບໍ່ມີ​ອາການ​ໃດໆ ​ແຕ່​ຕ້ອງການ​ຢາກ​ໃຫ້​ແນ່​ໃຈ
ວ່າ ທ່ານ​ນາງ​ບໍ່​ໄດ້​ຕິດ​ເຊື້ອ​ອີ​ໂບລາ. ທ່ານ​ນາງ Dahn ຍັງ​ຂໍ​ຮ້ອງ
ບັນດາພະນັກງານ​ຂອງ​ທ່ານ​ນາງ ໃຫ້ຢູ່​ເຮືອນ​ເປັນ​ເວລາ 21 ມື້ ຊຶ່ງ​
ເປັນ​ລະຍະ​ເວລາ​ສູງ​ສຸດ ​ສຳ​ຫລັບ​ການ​ບົ່ມ​ຕົວ​ຂອງ​ເຊື້ອອີ​ໂບລາ.

ໃນ​ວັນ​ສຸກ​ຜ່ານ​ມາ​ ອົງການ​ອະນາ​ໄມ​ໂລກ ​ລາຍ​ງານ​ວ່າ ມີ 150 ຄົນ ເສຍ​ຊີວິດຍ້ອ​ນ​ເຊື້ອ​ໄວຣັສນີ້ ຢູ່​ໄລ​ບີ​ເຣຍ ​ໃນລະຍະພຽງ 2 ມື້​ເທົ່າ​ນັ້ນ​ແລະ​ວ່າ ຫຼາຍກວ່າ 1,800 ຄົນ ​ໄດ້​ເສຍ
ຊີວິດ​ຢູ່​ໄລ​ບີ​ເຣຍ ຕັ້ງ​ແຕ່​ການລະບາດນີ້ ເລີ້ມ​ຕົ້ນຂຶ້ນ. ​ໂຕ​ເລກ​ດັ່ງ​ກ່າວ ​ແມ່ນ​ຫລາຍ​ກ່ວາ​ເຄິ່ງນຶ່ງຂອງ​ຈຳນວນຄົນ​ທີ່​ເສຍ​ຊີວິດທັງ​ໝົດ ເກືອບ 3,100 ຄົນ ​ຢູ່ ກີ​ນີ ​ໄລ​ບີ​ເຣຍ ​ແລະ
ຊີແອຣາ ​ລີອອນ.

ໄລບີເຣຍຟ້າວມ້ຽນມັດ ສົບຄົນຕາຍ ເພື່ອຄວບຄຸມການລະບາດ ຂອງອີໂບລາ:

Ebola Safety Measures Disrupt Traditional Expressions of Grief
please wait

No media source currently available

0:00 0:03:03 0:00

ອົງການ WHO ຍັງ​ໄດ້​ເຕືອນ​ວ່າ​ ຂໍ້​ມູນ​ໃໝ່​ນີ້ ອາດບໍ່​ໄດ້​ສະທ້ອນ​ໃຫ້​ເຫັນ​ ເຖິງຂອບ​ເຂດ​
ຜົນ​ກະທົບຂອງ​ໂຣກລະບາດ​ນີ້ ຊຶ່ງ​ເຊື່ອ​ກັນ​ວ່າ​ ໄດ້​ຕິດ​ແປດ​ຢ່າງ​ນ້ອຍ 6,500 ຄົນ. WHO
ບັນ​ລະ​ຍາຍ​ວ່າ ພວກ​ທີ່​ປ່ວຍ ຫຼາຍໆ​ຄົນ ຢ້ານ​ແລະ​ບໍ່​ກ້າ​ໄປ​ໂຮງໝໍ ຫຼືບໍ່​ກໍຖືກທາງໂຮງໝໍ
ປະຕິ​ເສດ ​ບໍ່​ຮັບ​ເອົາ​ເຂົາ​ເຈົ້າ ເພາະ​ມີ​ຄົນ​ປ່ວຍ​ເຕັມ​ເກີນ​ໄປ.

ອົງການ ກອງ​ທຶນສາກົນ ຫຼື IMF ທີ່​ມີ​ສຳ​ນັກ​ງານ​ຢູ່​ວໍ​ຊິງ​ຕັນ ​ໄດ້ອະນຸມັດການ​ຊ່ວຍ​ເຫລືອ
​ສຸກ​ເສີນ ​ໃນ​ວົງ​ເງິນ​ 130 ລ້ານ​ດອນ​ລ່າ ​ໃຫ້​ແກ່ 3 ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ​ເຫລົ່ານັ້ນ ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ.

ໃນ​ການ​ປະກາດການ​ເຄື່ອນ​ໄຫວນີ້ ຫົວໜ້າ​ ອົງການ IMF ທ່ານນາງ Christine Lagarde ​ກ່າວ​ວ່າ ທາງອົງການ​ກຳລັງດຳ​ເນີນ​ງານ ກັບ​ບັນດາ​ເຈົ້າໜ້າ​ທີ່​ໃນ​ຂົງ​ເຂດ ​ເພື່ອ​ຮັບປະກັນ​ໃຫ້​ມີ​ການ​ຄວບ​ຄຸມການລະບາດ​ນີ້ ​ໃຫ້​ໄດ້ໂດ​ຍໄວ ​ແລະເພື່ອ​ຊ່ວຍ​ເຫຼືອ​ໃນການຟື້ນ​ຟູເສດຖະກິດ.

XS
SM
MD
LG