ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກິດແຜ່ນດີນໄຫວ ທີ່ພາກຕາເວັນຕົກສຽງໃຕ້ ຂອງຈີນ (ສະໄລດ໌)


ລົດບັສສອງຄັນ ກໍາລັງແລ່ນໄປບົນຖະໜົນ ທີ່ມີກ້ອນຫີນຕົກລົງມາ ຈາກຄວາມສັ່ນສະເທື່ອນ ຂອງແຜ່ນດີນໄຫວ.
ລົດບັສສອງຄັນ ກໍາລັງແລ່ນໄປບົນຖະໜົນ ທີ່ມີກ້ອນຫີນຕົກລົງມາ ຈາກຄວາມສັ່ນສະເທື່ອນ ຂອງແຜ່ນດີນໄຫວ.
ສື່​ມວນ​ຊົນ​ລັດຖະບານ​ຈີນ​ກ່າວ​ວ່າ ​ເກິດ​ແຜ່ນ​ດີ​ນ​ໄຫວຕິດ​ຕໍ່​ກັນ
ຫຼາຍຄັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງໃຕ້ຂອງ​ປະ​ເທດ​ ເຮັດ​ໃຫ້​ມີ​ຜູ້
​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ 43 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຈຳ
ນວນ​ນຶ່ງ​.

ອົງການ​ຂ່າວ​ຊິນຫົວ​ຂອງທາງ​ການຈີນ ກ່າວ​ວ່າ ​ແຜ່ນ​ດີ​ນ​ໄຫວທີ່​ມີ​ຄວາມ​ແຮງ 5.7 ຣິກ​ເຕີ້​ ແລະແຜ່ນດິນ​ໄຫວ​ຂະໜາດ​ນ້ອຍ​ທີ່​ຕິດຕາມ​ມາຫຼາຍໆ​ຄັ້ງໄດ້ເກີດ ​ຂຶ້ນ​ທີ່​ແຂວງ Yunnan ​ແລະ​ແຂວງ Guizhou ​ໃນ​ວັນ​ສຸກ​ມື້​ນີ້​ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່​ເຮືອນຊານປະ​ມານ 40.000 ຫລັງຢູ່​ໃນ​ຂົງ​ເຂດດັ່ງກ່າວ. ມີລາຍ​ງານ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍຕິດຕາມ​ມາ​ອີກ​ ຢ່າງ​ນ້ອຍ 16 ​ເທື່ອ.

ລາຍ​ງານ​ຂ່າວ​ຂອງ​ໂທລະພາບ ​ໄດ້​ສະ​ແດງ​ໃຫ້​ເຫັນຜູ້​ຄົນ​ຫລາຍ​ໆຮ້ອຍ ພາກັນ​ອອກ​ໄປຢືນ​ຢູ່​ຕາ​ມຖະໜົນ​ຫົນ​ທາງ ທີ່​ມີ​ຊາກ​ຫັກ​ພັງ​ຂອງ​ດີ​ນຈີ່ ​ແລະ​ກ້ອນ​ຫີນ ຢູ່ໃນ​ເມືອງ Yiliang ​ທີ່​ປາກົດ​ວ່າ​ເປັນ​ບ່ອນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍຮ້າຍ​ແຮງສຸດ ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຊ່ວຍ​ເຫລືອ​ສຸກ​ເສີນ ​ກໍາລັງ​ຖືກ​ສົ່ງ​ໄປ​ຍັງ​ແຂວງ Yunnan ບ່ອນ​ທີ່ 100.000 ກວ່າຄົນ​ ຕ້ອງໄດ້​ພາກັນຍົກຍ້າຍໜີ.

(ຄລິກແຜນທີ່ໃຫ້ຂະຫຍາຍ) ແຂວງທີ່ເກີດແຜ່ນດິນໄຫວຢູ່ຈີນ
(ຄລິກແຜນທີ່ໃຫ້ຂະຫຍາຍ) ແຂວງທີ່ເກີດແຜ່ນດິນໄຫວຢູ່ຈີນ

ອົງການ​ສໍາ​ຫລວດ​ທໍ​ລະ​ນີວິ​ທະຍາສະຫະລັດ ​ໄດ້​ວັດ​ແທກ​ຄວາມ​ແຮງ​ຂອງແຜ່ນ ດິນ​ໄຫວ​ທີ່​ໃຫຍ່​ທີ່​ສຸດ​ແມ່ນ 5.6 ​ຣິກ​ເຕີ້ ແລະ​ກ່າວ​ວ່າ ​ມີ​ຄວາມ​ເລິກ​ຈາກ​ໜ້າດິນ ລົງ​ໄປ 10 ກິໂລ​ແມັດ.

ຂ່າວຫລ້າສຸດຫລັງອອກອາກາດແລ້ວ ແຈ້ງວ່າ ມີຄົນຕາຍ ເພິ່ມຂຶ້ນເປັນ 64 ຄົນ.
XS
SM
MD
LG