ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສູ້ລົບກັນ ເພີ້ມຂຶ້ນ ໃນຢູເຄຣນ ຂະນະທີ່ການເຈລະຈາ ສຸດຍອດ ຍັງບໍ່ເປັນທີ່ຈະແຈ້ງ


ກະບົດນິຍົມຣັດເຊຍ ຢືນຍາມຢູ່ທາງສາຍນຶ່ງ ໃກ້ສະໜາມບິນ ເມືອງ Donetsk ໃນພາກຕາເວັນອອກຢູເຄຣນ (6 ມັງກອນ 2015)
ກະບົດນິຍົມຣັດເຊຍ ຢືນຍາມຢູ່ທາງສາຍນຶ່ງ ໃກ້ສະໜາມບິນ ເມືອງ Donetsk ໃນພາກຕາເວັນອອກຢູເຄຣນ (6 ມັງກອນ 2015)

ທະຫານຢູເຄຣນ 4 ຄົນ ແລະຢ່າງໜ້ອຍມີພົນລະເຮືອນໃນຈຳ
ນວນເທົ່າກັນນີ້ ໄດ້ເສຍຊີວິດໃນວັນສຸກວານນີ້ໃກ້ໆຊາຍແດນ
ຣັດເຊຍໃນການສູ້ລົບກັນທີ່ເພີ້ມທະວີຂຶ້ນກ່ອນໜ້າການພົບປະ
ຂອງພວກນັກການທູດ ຕ່າງປະເທດ ທີ່ພວມຊອກຫາຊ່ອງທາງ
ກອບກູ້ການເຈລະຈາສັນຕິພາບສຸດຍອດ 4 ຝ່າຍ.

ເຈົ້າໜ້າທີ່ຢູເຄຣນເວົ້າວ່າ ການເສຍຊີວິດເຫຼົ່ານີ້ ແມ່ນພົວພັນ
ກັບການຍິງປືນໃຫຍ່ໂຈມຕີ ໂດຍພວກກະບົດ ນິຍົມຣັດເຊຍ.
ນອກນັ້ນຢູເຄຣນຍັງເວົ້າວ່າ ການສູ້ລົບກັນທີ່ເພີ້ມຂຶ້ນນີ້ ແມ່ນ ພົວພັນກັບການໄດ້ຮັບອາວຸດໃໝ່ທີ່ມີການກ່າວຫາວ່າຣັດເຊຍ
ມອບໃຫ້ ໃນອາທິດນີ້ ພາຍໃຕ້ການປິດບັງວ່າ ເປັນການຊ່ອຍ
ເຫລືອທາງດ້ານມະນຸດສະທຳນັ້ນ. ມົສກູຢືນຢັດວ່າຂະບວນລົດບັນທຸກໃຫ້ການຊ່ອຍເຫຼືອ ຫຼ້າສຸດຂອງຕົນ ແມ່ນລຳລຽງປັດໄຈທາງດ້ານພົນລະເຮືອນ.

ຂະນະດຽວກັນ ໃນຢູເຄຣນ ເຈົ້າໜ້າທີ່ກໍປະກາດກ່ຽວກັບການເຈລະຈາລະດັບລັດຖະມົນ ຕີໃນມື້ວັນຈັນຈະມານີ້ ໂດຍຫົວໜ້ານັກການທູດຈາກເຢຍຣະມັນ ຣັດເຊຍ ຢູເຄຣນ ແລະ
ຝຣັ່ງ ເພື່ອພະຍາຍາມໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບກຳນົດເວລາ ແລະ ຫົວຂໍ້ຂອງການ ພົບປະສຸດຍອດທີ່ອາດມີຂຶ້ນນັ້ນ.

ຢູເຄຣນເວົ້າວ່າ ກອງປະຊຸມສຸດຍອດ ທີ່ກຳນົດຈະໄຂຂຶ້ນໃນວັນພະຫັດທີ່ນະຄອນຫລວງ Astana ຂອງ Kazakhstan ນັ້ນ ແມ່ນບາດກ້າວອັນສຳຄັນ ເພື່ອຊຸກຍູ້ໃຫ້ມີການຢຸດຍິງ ແບບຍືນຍົງ ໃນພາກຕາເວັນອອກຂອງຢູເຄຣນ.

ແຕ່ເຢຍຣະມັນ ແລະຝຣັ່ງ ຍັງມີຄຳຖາມຢູ່ວ່າ ການພົບປະສຸດຍອດໃນທຳນອງນີ້ ສາມາດ ມີຂຶ້ນໄດ້ຫລືບໍ່ ໂດຍປາດສະຈາກ ຄວາມກ້າວໜ້າເພີ້ມຕື່ມ ໃນແຜນການສັນຕິພາບກ່ອນ ໜ້ານີ້ ທີ່ລົງນາມໄປແລ້ວໂດຍພວກຜູ້ນຳກະບົດແລະລັດຖະບານຢູເຄຣນ ເມື່ອເດືອນກັນ ຍາປີກາຍນີ້.

UKRAINE CNPK
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG