ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກ CNRT ໄດ້ຮັບໄຊຊະນະ ໃນການເລືອກຕັ້ງສະພາ ທີ່ຕີມໍແລສເຕ


ພວກຜູ້ຍິງ​​ຕີ​ມໍ​ຕາ​ເວັນ​ອອກພາກັນໄປປ່ອນບັດເລືອກ​ຕັ້ງ​​ສະພາ​ແຫ່ງ​ຊາດຂອງ​ຕີ​ມໍ​ຕາ​ເວັນ​ອອກ​ ທີ່ສະຖານທີ່
ປ່ອນບັດໃນນະຄອນຫລວງດີລີ ໃນ​ວັນ​ເສົາ ທີ 7 ກໍລະກົດ, 2012 (AP)
ພວກຜູ້ຍິງ​​ຕີ​ມໍ​ຕາ​ເວັນ​ອອກພາກັນໄປປ່ອນບັດເລືອກ​ຕັ້ງ​​ສະພາ​ແຫ່ງ​ຊາດຂອງ​ຕີ​ມໍ​ຕາ​ເວັນ​ອອກ​ ທີ່ສະຖານທີ່ ປ່ອນບັດໃນນະຄອນຫລວງດີລີ ໃນ​ວັນ​ເສົາ ທີ 7 ກໍລະກົດ, 2012 (AP)

ປາກົດ​ວ່າ ພັກຂອງນາຍົກລັດຖະມົນຕີ Xanana Gusmao ​ໄດ້​ຮັບໄຊຊະນະ​ໃນການ
ປ່ອນ​ບັດເລືອກ​ຕັ້ງສະພາ​ແຫ່ງ​ຊາດຂອງ​ຕີ​ມໍ​ຕາ​ເວັນ​ອອກ​ ຫຼືຕີ​ມໍ​ເລັສເຕ ​ໃນ​ວັນ​ເສົາ​
ວານ​ນີ້​. ແຕ່ຜົນການເລືອກຕັ້ງຂັ້ນຕົ້ນທີ່ອອກມາໃນວັນອາທິດມື້ນີ້ ສະແດງໃຫ້ເຫັນວ່າ
ພັກ ດັ່ງກ່າວບໍ່ໄດ້ຮັບຄະແນນສຽງພຽງພໍທີ່ຈະໄດ້ເປັນພັກທີ່ມີສຽງສ່ວນຫລາຍ ເພື່ອ
ຈະຫລີກລ່ຽງການສ້າງຕັ້ງລັດຖະບານປະສົມນັ້ນ.

ຄະນະກໍາມະການເລືອກຕັ້ງເວົ້າວ່າ ການນັບບັດຄະແນນສຽງທັງໝົດສະແດງໃຫ້ເຫັນ
ວ່າ ພັກ​ສະພາ​ແຫ່ງ​ຊາດ​ເພື່ອບູລະນະ​ສ້າງສາ​ຕີ​ມໍຂອງທ່ານ ​Gusmao ຫລື CNRT ໄດ້
ຮັບຄະແນນສຽງບໍ່ຮອດ 37% ຊຶ່ງຕາມມາດ້ວຍ​ພັກ Fretilin ທີ່ໄດ້ຮັບຄະແນນສຽງ
30%. ພັກປະຊາທິປັດແມ່ນລາກທ້າຍໝູ່ ຊຶ່ງໄດ້ຮັບພຽງແຕ່ 10% ເທົ່ານັ້ນ.

ມີ 21 ພັກ​ການ​ເມືອງ​ ​ສົ່ງ​ຜູ້​ສະມັກ​ເຂົ້າ​ແຂ່ງຂັນ​ເອົາ​ບ່ອນ​ນັ່ງ ຢູ່​ໃນ​ສະພາ​ແຫ່ງຊາດ ທີ່​
ມີ​ທັງ​ໝົດ 65 ບ່ອນ.

ຜົນການເລືອກຕັ້ງຢ່າງເປັນທາງການ ຄາດວ່າຈະປະກາດໃຫ້ຮູ້ໃນຫລາຍມື້ຕໍ່ ໜ້ານີ້.

ຕີ​ມໍ​ຕາ​ເ​ວັນ​ອອກ ຊຶ່ງ​ເປັນ​ອະດີດ​ອານາ​ນິຄົມ​ຂອງ​ປອກຕຸຍ​ກາລ​ ໄດ້​ຮັບ​ເອກ​ກະລາດ ​
ໃນ​ປີ 1975 ​ແຕ່​ໄດ້​ຖືກອິນ​ໂດ​ເນ​ເຊຍ​ເຂົ້າ​ຍຶດຄອງ​ ມາ​ຈົນ​ຮອດ​ເວລາ​ບັນດາ​ຜູ້ມີ​ສິດ​
ປ່ອນ​ບັດ ​ໄດ້​ເລືອກ​ເອົາ​ເອກ​ກະລາດ ​ໃນ​ການ​ລົງ​ປະຊາ​ມະຕິ​ນາໆ​ຊາດໃນປີ 1999.

XS
SM
MD
LG