ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ຂົ່ມຂູ່ ທີ່ຈະທົດລອງ ລູກສອນໄຟ ຂີປະນາວຸດ ຕໍ່ຄະນະ ລັດຖະບານໃໝ່


ກອງປະຊຸມຂັ້ນຕົ້ນຂອງພັກ ລັດ ອົງການເສດຖະກິດ ແລະ ກອງທັບ ໄດ້ຈັດຂຶ້ນທີ່ນະຄອນຫລວງພຽງຢາງ ວັນທີ 7 ແລະ 8 ມັງກອນ.
ກອງປະຊຸມຂັ້ນຕົ້ນຂອງພັກ ລັດ ອົງການເສດຖະກິດ ແລະ ກອງທັບ ໄດ້ຈັດຂຶ້ນທີ່ນະຄອນຫລວງພຽງຢາງ ວັນທີ 7 ແລະ 8 ມັງກອນ.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາ​ຫລີ​ໃຕ້​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ການ​ຂົ່ມຂູ່​ເທື່ອ​ຫລ້າ​ສຸດ​ຂອງ​ພຽງ​ຢາງ ທີ່​ຈະ​ທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບຫລື ICBM ແມ່ນມີ​ຈຸດປະສົງ ທີ່​
ຈະ​ກະກຽມ​ຫ້າງ​ຫາເພື່ອຄວາມ​ສຳພັນ​ໃນ​ອະນາ​ຄົດ​ກັບລັດ ຖະບານຊຸດ​ໃໝ່ສະຫະລັດ
ຂອງ​ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump.

​ໂຄສົກກະຊວງ​ທ້ອນໂຮມ​ຊາດ​ຂອງ​ເກົາຫລີ​ໃຕ້ ທ່ານ Jeong Joon-hee ກ່າວນຶ່ງ​ມື້​ຫລັງ​ຈາກ​ທີ່​ເກົາຫລີ​ເໜືອ​ໄດ້​ປະກາດ​ວ່າ ​ຕົນ​ສາ​ມາດຍິງ​ທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ​ໄດ້ທຸກເວລາ ​ແລະ​ຈາກ​ສະຖານ​ທີ່​ໃດໆກໍ​ໄດ້. ​ໂດຍ​ເວົ້າວ່າ ​“​ໃນ​ການ​ຮັກສາ​ທ່າ​ທີ​ຂອງ​ຕົນ ທີ່​ຈະ​ສືບ​ຕໍ່ຍິງ​ລູກສ​ອນ​ໄຟ ​ແລະ​ການ​ທ້າ​ທາຍ​ເກາະ​ຜິດ​ຂອງ​ເກົາຫລີ​ເໜືອນັ້ນ ​ແມ່ນ​ຕັ້ງ​ໃຈ​ທີ່ຈະພາ​ໃຫ້​ມີການ​ປ່ຽນ​ແປງ​ຂອງ​ທ່າ​ທີ​ຢູ່​ໃນ​ສະຫະລັດ.”

ການ​ກ່າວອ້າງນີ້ ໄດ້ມີ​ການ​ລາຍ​ງານໃນ​ວັນ​ອາທິດ​ແລ້ວ ​ໂດຍ​ອົງການ​ຂ່າວຂອງ ທາງ​ການ​ເກົາຫລີ​ເໜືອ ຫລື KCNA ທີ່ອ້າງ​ຄຳ​ເວົ້າ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ທີ່​ບໍ່​ບອກ​ຊື່.

ຜູ້ຊາຍຄົນນຶ່ງໃນເກົຫລີໃຕ້ ເບິ່ງລາຍການໂທລະພາບ ທີ່ສະແດງໃຫ້ເຫັນ ເກົາຫລີເໜືອກຳລັງຍິງລູກສອນໄຟ ວັນທີ 20 ຕຸລາ 2016.
ຜູ້ຊາຍຄົນນຶ່ງໃນເກົຫລີໃຕ້ ເບິ່ງລາຍການໂທລະພາບ ທີ່ສະແດງໃຫ້ເຫັນ ເກົາຫລີເໜືອກຳລັງຍິງລູກສອນໄຟ ວັນທີ 20 ຕຸລາ 2016.

ທ່ານ Jeong ​ໄດ້​ສະ​ເໜີ​ວ່າ ພຽງ​ຢາງ​ໄດ້​ທຳ​ການ​ຂົ່ມຂູ່​ໃນ​ຄວາ​ມຫວັງ​ເພື່ອ​ຈະບັງຄັບ​ໃຫ້ ລັດຖະບານທ່ານ Trump ​ພົວພັນ​ກັບ​ເກົາຫລີ​ເໜືອ​ ຕາມ​ເງື່ອນ​ໄຂ​ທີ່​ພຽງ​ຢາງ​ກຳນົດ​ໄວ້. ທ່ານ​ກ່າວ​ວ່າ​ ເປົ້າ​ໝາຍ​ໄດ້ແມ່ນ “ການ​ຫັນປ່ຽນຄວາມ​ຮັບ ຜິດຊອບໃຫ້​ສະຫະລັດ ​ເວລາເກົາຫລີ​ເໜືອ​ຍິງ​ລູກ​ສອນ​ໄຟ​ໃນ​ອານາ​ຄົດ.”

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter.

ເກົາຫລີ​ເໜືອ​ໄດ້​ຂົ່ມຂູ່​ເທື່ອທຳ​ອິດ​ໃນ​ອາທິດ​ແລ້ວ​ນີ້ ທີ່​ຈະ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂ້າມ​ທະວີບທີ່​ສາ​ມາດ​ໂຈມ​ຕີ​ສະຫະລັດ​ໄດ້ ​ເຮັດໃຫ້​ທ່ານ Trump ​ໄດ້ ສົ່ງ​ຂໍ້ຄວາມ​ຜ່ານ​ທາງ Twitter ວ່າ “ມັນ​ຈະ​ບໍ່​ເກີດ​ຂຶ້ນ.” ຜູ້​ທີ່​ຈະ​ມາ​ເປັນ​ປະທາ ນາທິບໍດີ​ຄົນ​ໃໝ່ ​ໄດ້​ປ່ອຍ​ຊ່ອງ​ຫວ່າງ​ໄວ້​ຢູ່​ວ່າ ທ່ານ​ອາດ​ຈະ​ເຮັດຫຍັງ​ເພື່ອ​ຢຸດ​ຢັ້ງ ຊຶ່ງ​ພາ​ໃຫ້​ມີ​ການ​ຄາດ​ຄະເນ​ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້​ທີ່ວ່າ​ ກອງທັບສະຫະ ລັດອາດຈະ​ໂຈມ​ຕີ​ ບ່ອນ​ສົ່ງ​ລູກ​ສອນ​ໄຟຂອງ​ເກົາຫລີ​ເໜືອ.

ປະທານາທິບໍດີ ສະຫະລັດ ທີ່ຖືກເລື້ອກໃໝ່ ທ່ານ Donald Trump.
ປະທານາທິບໍດີ ສະຫະລັດ ທີ່ຖືກເລື້ອກໃໝ່ ທ່ານ Donald Trump.

ທ່ານ Chung Sung-yoon ນັກ​ຄົ້ນຄວ້າ​ ທີ່​ສະ​ຖາ​ບັນ​ທ້ອນ​ໂຮມ​ແຫ່ງ​ຊາດ​ເກົາຫລີ​ ໃນ​ນະຄອນ Soul ກ່າວ​ວ່າ ການທົດ​ສອບກ່ຽວ​ກັບ​ຄວາມ​ຕັ້ງ​ໃຈຂອງ​ຄະນະ​ປະຕິບັດ​ງານ ທ່ານ Trump ​ແຕ່​ຫົວທີ ອາດ​ເກີດ​ບັນຫາ​ແກ່​ເກົາຫລີ​ເໜືອ. ຖ້າ​ຫາກ​ເກົາຫລີ​ເໜືອ​ຍິງລູກ​ສອນ​ໄຟ​ຂ້າມ​ທະວີບກ່ອນ​ລັດຖະບານ​ທ່ານ Trump ​ພັດທະນາ​ແຜນ​ຍຸດ​ທະ​ສາ​ດດ້ານ ຄວາມ​ໝັ້ນຄົງ ​ສຳ​ລັບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ສຽງ​ເໜືອ​ແລ້ວ ມັນ​ອາດ​ນຳ​ໄປ​ສູ່​ການ​ເອົາ​ນະ​ໂຍບາຍ​ທີ່​ເດັດດ່ຽວ​ຕື່ມ​ຂຶ້ນ ຂອງ​ສະຫະລັດ ນັ້ນຄື​ຄຳ​ເວົ້າທີ່​ທ່ານ​ໄດ້​ກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG