ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເອເຊຍຕາເວັນອອກ ຍັງງຽບຢູ່ ໃນຂະນະທີ່ ຄວາມເຄັ່ງຕຶງ ລະຫວ່າງ ສຫລ ກັບ ເກົາຫຼີເໜືອ ທະວີຂຶ້ນ

ກອງປະຊຸມ ສະໄໝສາມັນ ຂອງພັກ ລັດ ອົງການຈັດຕັ້ງ ດ້ານເສດຖະກິດ ບັນດາພະນັກງານທະຫານ ໄດ້ຖືກຈັດຂຶ້ນ ໃນນະຄອນຫຼວງພຽງຢາງ ໃນວັນທີ 7 ແລະ 8 ມັງກອນ ເພື່ອຈັດຕັ້ງປະຕິບັດ ພາລະກິດ ກົດໄອຍາການເສີກ ຢ່າງລະອຽດ ທີ່ຜູ້ນຳ Kim Jong Un ໄດ້ນຳສະເໜີ ໃນການກ່າວຄຳປາໄສ ເນື່ອງໃນປີໃໝ່, ໃນພາບນີ້ ທີ່ບໍ່ໄດ້ລະບຸວັນເວລາ.

ຄວາມເຄັ່ງຕຶງທີ່ເພີ້ມຂຶ້ນ ລະຫວ່າງ ສະຫະລັດ ກັບ ເກົາຫຼີເໜືອ ກ່ຽວກັບການທົດລອງ
ຍິງລູກສອນໄຟຂີປະນາວຸດ ຂ້າມທະວີບ ຫຼື ICBM ທີ່ອາດເປັນໄປໄດ້ນັ້ນ ແມ່ນບໍ່ໄດ້ ກະຕຸ້ນ ໃຫ້ປະເທດໃນເອເຊຍຕາເວັນອອກ ມີປະຕິກິລິຍາທີ່ໜັກແໜ້ນເລີຍ.

ຊາຍຄົນນຶ່ງ ໃນເກົາຫຼີໃຕ້ ຊົມ ລາຍການຂ່າວ ສະແດງໃຫ້ເຫັນ ການຍິງລູກສອນໄຟຂີປະນາວຸດ ທີ່ດຳເນີນການໂດຍເກົາຫຼີເໜືອ, ວັນທີ 20 ຕຸລາ 2016.
ຊາຍຄົນນຶ່ງ ໃນເກົາຫຼີໃຕ້ ຊົມ ລາຍການຂ່າວ ສະແດງໃຫ້ເຫັນ ການຍິງລູກສອນໄຟຂີປະນາວຸດ ທີ່ດຳເນີນການໂດຍເກົາຫຼີເໜືອ, ວັນທີ 20 ຕຸລາ 2016.

ໃນວັນອາທິດວານນີ້ ເກົາຫຼີເໜືອ ໄດ້ປະກາດວ່າ ຕົນອາດຈະທົດລອງຍິງ ລູກສອນໄຟ ຂີປະນາວຸດ ຂ້າມທະວີບ ໃນເວລາໃດກໍໄດ້ ຢູ່ສະຖານທີ່ແຫ່ງໃດແຫ່ງນຶ່ງ ອີງຕາມອົງ ການຂ່າວ KCNA ຂອງທາງການເກົາຫຼີເໜືອ ທີ່ໄດ້ອ້າງເຖິງຄຳເວົ້າຂອງເຈົ້າໜ້າທີ່ ຜູ້ເປັນໂຄສົກ ກະຊວງການຕ່າງປະເທດ ທີ່ບໍ່ໄດ້ລະບຸຊື່.

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ໂ້ອລົມ ກັບບັນດານັກຂ່າວ ຢູ່ທີ່ເຮືອນພັກ Mar-a-Lago.
ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ໂ້ອລົມ ກັບບັນດານັກຂ່າວ ຢູ່ທີ່ເຮືອນພັກ Mar-a-Lago.

ທ່ານ Ash Carter ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ໄດ້ຕອບໂຕ້ຄືນ ໂດຍ
ເອີ້ນການຍິງທົດລອງ ICBM ນັ້ນວ່າ ເປັນ “ໄພຂົ່ມຂູ່ຢ່າງຮ້າຍແຮງ” ຕໍ່ສະຫະລັດ
ແລະ ອາດຈະເອົາມາດຕະການທາງທະຫານ ເພື່ອຍິງໃຫ້ຕົກ ລູກສອນໄຟດັ່ງກ່າວ ຖ້າມັນຂ້າມເຂົ້າມາໃນເຂດແດນ ຂອງສະຫະລັດ ຫຼື ບັນດາພັນທະມິດຂອງຕົນ.

ທ່ານ Carter ໄດ້ກ່າວວ່າ “ຖ້າມັນເຂົ້າມາ.....ຖ້າມັນເປັນໄພຂົ່ມຂູ່ຕໍ່ພວກເຮົາ. ຖ້າມັນເປັນຜົນກະທົບດັ່ງທີີ່ໄດ້ຄາດຄະເນໄວ້ ຕໍ່ເພື່ອນມິດໃດນຶ່ງຂອງພວກເຮົາ
ຫຼື ແມ່ນແລ້ວ ພວກເຮົາກໍຈະຍິງມັນໃຫ້ຕົກ.”

ໃນວັນຈັນມື້ນີ້ ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ໄດ້ເອີ້ນ ການເວົ້າຈາທີ່ຈະ ທົດລອງຍິງ ICBM ຂອງເກົາຫຼີເໜືອ ນັ້ນວ່າ “ໜ້າເສຍໃຈ” ແລະ ໄດ້ກ່າວວ່າ ຈະໄດ້ຮັບຜົນຕອບໂຕ້ຄືນດ້ານການລົງໂທດຂອງນານາຊາດ ແຕ່ກະຊວງນີ້ ບໍ່ໄດ້ ມີຄຳເຫັນ ວ່າມາດຕະການດ້ານທາງທະຫານຂອງສະຫະລັດອາດຈະເປັນໄປແນວໃດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG