ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂດເອເຊຍ ສັ່ງຊື້ອາວຸດ ຫຼາຍທີ່ສຸດ ຈາກຣັດເຊຍ


ເຮືອບິນລົບລຸ້ນໃໝ່ໃນອະນາຄົດຂອງຣັດເຊຍ
ເຮືອບິນລົບລຸ້ນໃໝ່ໃນອະນາຄົດຂອງຣັດເຊຍ

ອົງການ​ຂາຍ​ອາວຸດ​ລັດ​ຂອງ​ລັດຖະບານຣັດ​ເຊຍ ກ່າວວ່າພວກ​ປະ​ເທດ​ຂົງເຂດ​ເອ​ເຊຍໄດ້​
ກາຍເປັນ​ຜູ້​ຊື້ເທ​ກ​ໂນໂລ​ຈີ່​ດ້ານ​ການ​ທະຫານ​ອັນ​ດັບ​ສູງ​ສຸດ​ຂອງ​ຣັດ​ເຊຍ ຊຶ່ງ​ເປັນ​ການ​
ເຄື່ອນ​ໄຫວ​ທີ່ພວກ​ຊ່ຽວຊານ​ອາວຸດ​ບາງ​ຄົນ​ຖິ້ມ​ໂທດ​ໃສ່​ຈີນນັ້ນ.

ບໍລິສັດ Rosoboronexport ​ເປັນ​ພາກສ່ວນ​ຕົວ​ແທນ​ບໍລິສັດ​ນຶ່ງ​ຂອງຣັດ​ເຊຍ ທີ່​ສົ່ງ​ໄປ
ຮ່ວມ​ໃນ​ການສະ​ແດງ​ອາວຸດ​ນາໆ​ຊາດ​ທີ່​ມາ​ເລ​ເຊຍ ກ່າວວ່າການ​ສົ່ງ​ອອກ​ອາວຸດ 43 ​ເປີ
ເຊັນຂອງຣັດ​ເຊຍ​ເມື່ອ​ປີຜ່ານມາ​ນີ້ ​ແມ່ນ​ສົ່ງ​ໄປ​ຍັງ​ປະ​ເທດ​ຂົງ​ເຂດ​ເອ​ເຊຍ.

ສະ​ຖາ​ບັນ​ການ​ຄົ້ນຄວ້າ​ສັນຕິພາບ​ນາໆ​ຊາດ​ທີ່ນະຄອນ Stockholm ກ່າວ​ເມື່ອ​ເດືອນ
ຜ່ານ​ມາ​ວ່າ ຂົງ​ເຂດ​ເອ​ເຊຍປາຊິ​ຟິກ ປະກອບ​ເປັນ 44 ​ເປີ​ເຊັນ ​ໃນ​ການ​ນຳ​ເຂົ້າ​ອາວຸດ​
ຂອງ​ໂລກ. ຫ້າປະ​ເທດ​ທີ່ນໍາ​ເຂົ້າອາວຸດ​ຫຼາຍທີ່​ສຸດ​ແຕ່​ປີ 2007 ຫາ ປີ 2011 ນັ້ນ​ແມ່ນ
ປະກອບ​ດ້ວຍອິນ​ເດຍ ​ເກົາຫລີ​ໃຕ້ ປາ​ກີ​ສຖານ ຈີນ ​ແລະສິງ​ຄະ​ໂປ.

ທ່ານ Maksim Pyatushkin ນັກວິ​ເຄາະ​ກິດຈະການ​ທະຫານ​ຂອງຣັດ​ເຊຍ ບອກ​ວີ​ໂອ
ເອ​ອາທິດ​ນີ້​ວ່າ ການ​ເຕີບ​ໂຕ​ເສດຖະກິດ ​ແລະ​ອໍານາດ​ທາງ​ທະຫານທີ່​ມີ​ເພີ່ມ​ຂຶ້ນຂອງ​ຈີນ
ແມ່ນ​ພາ​ໃຫ້​ພວກ​ປະ​ເທດ​ເພື່ອນ​ບ້ານ​ ​ຕ້ອງ​ພາກັນປັບປຸງຄຸນ​ນະພາ​ບອາວຸດ​ຍຸດ​ໂທ​ປະ
ກອນ​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ​ ຊຶ່ງ​ປົກກະຕິແລ້ວ​ພວກ​ເຂົາ​ເຈົ້າ​ແມ່ນ​ເພິ່ງ​ພາ​ອາວຸດ​ຂອງ
ຣັດ​ເຊຍ​ເພື່ອ​ການ​ປັບປຸງ​ດັ່ງກ່າວ​ນັ້ນ.

XS
SM
MD
LG