ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜ່ນດິນໄຫວ ທີ່ແຮງ 6.8 ຣິກເຕີ ສັ່ນສະເທືອນ ມຽນມາ ເຮັດໃຫ້ 3 ຄົນເສຍຊີວິດ


ວັດເກົ່າແກ່ Sulamuni ປົກຄຸຸມໄປດ້ວຍຝຸ່ນ ໃນຂະນະທີ່ ແຜ່ນດິນໄຫວ ແຮງ 6.8 ເກີດຂຶ້ນໃນເມືອງ Bagan ຂອງມຽນມາ, ວັນທີ 24 ສິງຫາ 2016.
ວັດເກົ່າແກ່ Sulamuni ປົກຄຸຸມໄປດ້ວຍຝຸ່ນ ໃນຂະນະທີ່ ແຜ່ນດິນໄຫວ ແຮງ 6.8 ເກີດຂຶ້ນໃນເມືອງ Bagan ຂອງມຽນມາ, ວັນທີ 24 ສິງຫາ 2016.

ແຜ່ນດິນໄຫວຂະໜາດແຮງ ໄດ້ສັ່ນສະເທືອນ ພາກເໜືອຫາພາກກາງ ຂອງມຽນມາ ໃນວັນພຸດວານນີ້ ເຊິ່ງໄດ້ສັງຫານຢ່າງນ້ອຍ 3 ຄົນ ແລະ ເຮັດໃຫ້ ວັດວາ​ອາ​ຮາມ ທີ່ເກົ່າແກ່ ປະມານ 60 ວັດ ໄດ້ຮັບຄວາມເສຍຫາຍ.

ສອງຄົນທີ່ເສຍຊີວິດນັ້ນ ແມ່ນ​ແມ່ຍິງ ອາຍຸ 7 ປີ ແລະ 15 ປີ.

ແຜ່ນດິນໄຫວ ມີຄວາມແຮງຂະໜາດ 6.8 ອີງຕາມ ອົງການສຳຫຼວດທໍລະນີສາດ ສະຫະລັດ ທີ່ຮູ້ສຶກກັນ ​ໄປ​ເຖິງບາງກອກ ປະ​ເທດໄທ ແລະ ເມືອງ Kolkata ໃນ ອິນເດຍ ເຊິ່ງແຕ່ລະແຫ່ງນັ້ນ ແມ່ນໄກອອກໄປປະມານ 1,000 ກິໂລແມັດ.

ຈຸດສູນກາງຂອງແຜ່ນດິນໄຫວ ແມ່ນຢູ່ໃກ້ກັບເມືອງ Chauk ​ໃນແມ່ນ້ຳ Irrawaddy ຢູ່ທີ່ຄວາມເລີກ ປະມານ 84 ກິໂລແມັດ. ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເລິກໆນັ້ນ ທຳມະດາ ແລ້ວ ກໍ່ໃຫ້ເກີດຄວາມເສຍຫາຍຢູ່ເທິງພື້ນດິນ ໜ້ອຍກວ່າ.

ແຜນທີ່ ປະເທດມຽນມາ ສະແດງໃຫ້ເຫັນ ຈຸດສູນກາງຂອງແຜ່ນດິນໄຫວ
ແຜນທີ່ ປະເທດມຽນມາ ສະແດງໃຫ້ເຫັນ ຈຸດສູນກາງຂອງແຜ່ນດິນໄຫວ

ສະມາຊິກສະພາ ທ່ານ U Win Myint Khine ທີ່ເປັນຜູ້ແທນເຂດເມືອງ Chauk ໄດ້ບອກວີໂອເອ ວ່າ ແຜ່ນດິນໄຫວ ໄດ້ທຳລາຍ ໂຄງສ້າງຂອງວັດເກົ່າແກ່ ຢ່າງນ້ອຍ 140 ວັດ ຢູ່ໃນ ເມືອງ Bagan ທີ່​ຄາດ​ວ່າ​ຈະ​ເປັນສະຖານທີ່ມໍລະດົກໂລກນັ້ນ.

ທ່ານ Khine ໄດ້ບອກວີໂອເອ ວ່າ “ມັນໄດ້ຖືກທຳລາຍຢ່າງຮ້າຍ​ແຮງ. ແຜ່ນດິນໄຫວ ຂະໜາດ 6.8 Richter ແມ່ນແຮງແທ້ໆ ເຊິ່ງເທົ່າກັນກັບ ແຜ່ນດິນໄຫວ ເມື່ອປີ 1975 ຢູ່ໃນເມືອງ Bagan. ວັດຕ່າງໆ ບາງສ່ວນ ຫຼື ພວກຈອມພະທາດ ທີ່ຕົບແຕ່ງດ້ວຍ ເພັດພອຍ ກໍ ໄດ້ຕົກລົງສູ່ພື້ນດິນ ແລະ ພວກເຮົາສາມາດເກັບຮັກສາພວກມັນໄວ້.”

ທ່ານ U Aung Kyaw ນັກໂບຮານຄະດີ ຈາກກະຊວງວັດທະນະທຳ ໄດ້ບອກຕໍ່ວີໂອເອ ວ່າ ພະນັກງານຮັກສາຄວາມປອດໄພ ໄດ້ຖືກສົ່ງໄປປົກປ້ອງສະຖານທີ່ຕ່າງໆ ຈາກການ ຖືກ​ລັກຂະ​ໂມ​ຍ ແລະກ່າວວ່າ ກອງປະຊຸມສຸກເສີນ ໄດ້ມີຂຶ້ນເພື່ອປະເມີນຜົນເສຍຫາຍ.

ທ່ານໄດ້ກ່າວອີກວ່າ “ພວກເຮົາກຳລັງປະຊຸມກັນສຸກເສີນ ເພື່ອເອົາມາດຕະການ ຈຳເປັນ ທີ່ເໝາະສົມ. ພາກສ່ວນທີ່ກ່ຽວຂ້ອງທັງໝົດ ແມ່ນກຳລັງໃຫ້ການຮ່ວມມື ໃນການພົນປະກັນນີ້.”

ເມືອງ Bagan ແມ່ນເປັນຖິ່ນຖານຂອງວັດພຸດທະສາສະໜາເກົ່າແກ່ ຫຼາຍກວ່າ 2,000 ວັດ ທີ່ປະກອບດ້ວຍ ວັດວາອາຮາມ ແລະ ພະທາດ ຕ່າງໆ ຈາກ ສັດຕະວັດ ທີ 10 ຫາ ສັດຕະວັດ ທີ 14 ແລະ ເປັນສະຖານທີ່ທ່ອງທ່ຽວ ທີ່ນິຍົມຊົມຊອບ.

ເຖິງແມ່ນວ່າ ແຜ່ນດິນໄຫວ ແມ່ນເກີດຂຶ້ນຢູ່ເລືື້ອຍ ຢູ່ໃນມຽນມາ ກໍຕາມ ປະເທດໃນ ເອເຊຍຕາເວັນອອກສຽງໃຕ້ ນີ້ ກໍ​ບໍ່ມີແຜ່ນດິນໄຫວທີ່ຮ້າຍແຮງເລີຍ ນັບຕັ້ງແຕ່ ​ໄດ້​ເກີດແຜ່ນດິນໄຫວ ຂະໜາດແຮງ 6.8 ໃນເດືອນ ພະຈິກ ປີ 2012 ທີ່ໄດ້ສັງຫານເກືອບ 40 ຄົນ ເປັນຕົ້ນມາ.

ແຜ່ນດິນໄຫວຂະໜາດ 6.9 ເກີດຂຶ້ນໃນມຽນມາ ເມື່ອເດືອນເມສາ ນີ້ ແຕ່ໄດ້ກໍ່ໃຫ້ເກີດ ຄວາມເສຍຫາຍພຽງໜ້ອຍດຽວ ແລະ ບໍ່ມີການເສຍຊີວິດໃດໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Myanmar Earthquake
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG