ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ທີ​ມກູ້​ໄພ​ຂອງ​ຈີນ​ ຍັງ​ສືບ​ຕໍ່​ຂຸດ​ຄົ້ນ​ ຢູ່​ຕາມ​ຊາກ​ຫັກ​ພັງ ຈາກແຜ່ນດິນໄຫວ (ສະໄລດ໌/ວີດີໂອ)


ບັນດາ​ທີ​ມກູ້​ໄພ​ຂອງ​ຈີນ​ຍັງ​ສືບ​ຕໍ່​ຂຸດ​ຄົ້ນ​ຢູ່​ຕາມ​ຊາກ​ຫັກ​ພັງ
​ເພື່ອ​ຊອກ​ຫາ​ຜູ້​ທີ່​ອາດ​ຍັງ​ລອດ​ຊີວິດ​ຢູ່ ຈາກແຜ່ນດິນ​ໄຫວ​
ຮ້າຍ​ແຮ​ງ ທີ່​ປະ​ທະຂົງ ເຂດ​ພູ​ເຂົາ​ສອກຫລີກຫ່າງ​ໄກ​ແຫ່ງ​ນຶ່ງ
​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ ເມື່ອຕອນ​ບ່າຍ​ວັນ​
ອາທິດ​ວານ​ນີ້ ​ເຮັດ​ໃຫ້​ຢ່າງ​ນ້ອຍ 398 ຄົນ​ເສຍ​ຊີວິດ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ຫລາຍ​ກ່ວາ 1.800 ຄົນ ​ໄດ້​ຮັບ​ບາດ​ເຈັບ
​ແລະ ​ຍັງ​ມີ​ອີກ​ຫລາຍຄົນ ​ທີ່ຊອກຫາບໍ່​ພົບ​ເທື່ອ.

ກົມສຳຫຼວດທໍລະນີ​ຂອງ​ສະຫະລັດ ກ່າວ​ວ່າ ​ແຜ່ນດິນ​ໄຫວ​ຄັ້ງ​ນີ້
​ມີ​ຄວາມ​ແຮງຂະໜາດ​ 6.1 ​ຣິກ​ເຕີ.

ອົງການ​ຂ່າວ ຊິນຫົວ ຂອງທາງການຈີນ ກ່າວ​ວ່າ ​ແຮງ​ສັ່ນ​ສະ​ເທືອນ​ໄດ້​ທຳລາຍ​ເຮືອນຊານ​
ຈຳນວນ 12.000 ຫຼັງ ​ແລະ ສ້າງ​ຄວາມ​ເສຍ​ຫາຍ ໃຫ້​ແກ່​ເຮືອນ​ຊານ ອີກ​ 30.000 ຫຼັງ.

ແຜນທີ່ ປະເທດຈີນ ຈຸດເຫດແຜ່ນດິນໄຫວ.
ແຜນທີ່ ປະເທດຈີນ ຈຸດເຫດແຜ່ນດິນໄຫວ.

ຄວາມ​ພະຍາຍາມ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ພວກ​ເຄາະ​ຮ້າຍ
ກຳລັງ​ດຳ​ເນີນໄປ ພ້ອມ​ກັບ​ທີ່​ປັກ​ກິ່ງໄດ້​ຈັດ​ສົ່ງ​ ຕູບ​ຜ້າ​ໃບ
ນ້ຳ​ດື່ມ ອາຫານ ແລະ​ ເຄື່ອງ​ຂອງ​ທີ່​ຈຳ​ເປັນອື່ນໆ ​ໄປ​ຍັງ​ຂົງ
ເຂດດັ່ງກ່າວ ​ບ່ອນ​ທີ່​ພະຍາກອນ​ອາກາດ​ເວົ້າວ່າ ຈະ​ມີ​ຝົນຕົກ
​ໃນ 2-3 ມື້​ ຕໍ່ໜ້າ​ນີ້.​

ສະຖານີໂທລະພາບ CCTV ຂອງລັດ ລາຍງານວ່າ ແຜ່ນ
ດິນໄຫວ ຄັ້ງນີ້ ແມ່ນຄັ້ງຮ້າຍແຮງທີ່ສຸດ ທີ່ໄດ້ປະທະແຂວງ
ຢຸນນ່ານ ໃນຮອບ 14 ປີ.

ພາກຕາເວັນຕົກສຽງໃຕ້ຂອງຈີນ ແມ່ນມັກເກີດແຜ່ນດິນໄຫວຢູ່ເລື້ອຍໆ. ​ໃນ​ປີ 2012 ມີ​ແຜ່ນດິນ​ໄຫວ ​ຢູ່ໃນ​ຂົງ​ເຂດແຂວງ​ຢຸນນ່ານ ທີ່​ໄດ້ເຮັດໃຫ້​ມີ​ຢ່າງ​ນ້ອຍ 80 ຄົນ​ເສຍ​ຊີວິດ.

CHINA EARTHQUAKE VO
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG