ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດແຜ່ນດິນໄຫວທີ່ ພາກຕາເວັນຕົກສຽງໃຕ້ ຂອງຈີນ ເສຍຊີວິດ 1 ຄົນ ແລະບາດເຈັບ 300 ກວ່າຄົນ


ຕຳຫລວດບ້ານ ກຳລັງຕັ້ງຜາມສຸກເສີນ ຢູ່ທີ່ເມືອງ Yongping ຫລັງຈາກເກີດແຜ່ນດິນໄຫວຮ້າຍແຮງ ທີ່ແຂວງ ຢູນານ.
ຕຳຫລວດບ້ານ ກຳລັງຕັ້ງຜາມສຸກເສີນ ຢູ່ທີ່ເມືອງ Yongping ຫລັງຈາກເກີດແຜ່ນດິນໄຫວຮ້າຍແຮງ ທີ່ແຂວງ ຢູນານ.

ແຜ່ນດິນ​ໄຫວ​ຮ້າຍ​ແຮງ ໄດ້​ສັ່ນ​ສະເທືອນຂົງ​ເຂດ​ພູ​ຜາ ທາງ​
ພາກ​ຕາ​ເວັນ​ຕົກ ສຽງໃຕ້ຂອງ​ຈີນ ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ນຶ່ງ​ຄົນ
​ເສຍ​ຊີວິດ ​ແລະ​ອີກ 300 ກວ່າຄົນ​ໄດ້​ຮັບ​ບາດ​ເຈັບ.

ສື່​ລັດຖະບານຈີນ​ກ່າວ​ວ່າ ຢ່າງໜ້ອຍ 50,000 ຄົນ ບໍ່​ມີ​ທີ່​ພັກ
​ພາ​ອາ​ໄສ​ ຍ້ອນ ແຜ່ນດິນ​ໄຫວຕອນ​ເດິກ​ຂອງ​ຄືນ​ວັນ​ອັງຄານ
ທີ່​ມີຈຸດໃຈກາງບໍ່​ເລິກ​ປານ​ໃດ ຢູ່​ໃນ​ເຂດເມື​ອງ Jinggu ຂອງ​
ແຂວງ Yunnan.

ຫ້ອງການສຳ​ຫລວດ​ທໍລະນີວິທະຍາ ສະຫະລັດ ​ໄດ້​ວັດ​ແທກ
ແຜ່ນດິນ​ໄຫວ​ໃນ​ຄັ້ງ​ນີ້​ວ່າ ມີຄວາມ​ແຮງ 6 ຈຸດ ​ຣິກ​ເຕີ້ ​ແລະ​ມີ​
ຄວາມ​ເລິກ​ 10 ກິ​ໂລ​ແມັດປາຍ​ເທົ່າ​ນັ້ນ.

​ແຕ່ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ເວົ້າ​ວ່າ​ ແຜ່ນດິນ​ໄຫວ​ມີຄວາມ​ແຮງ​ສູງ​ກ່ວາ​ນັ້ນ ຄື 6.6 ​ຣິກ​ເຕີ້
​ແລະວ່າ ມັນເກີດ​ຂື້ນ​ຢູ່ໃຕ້​ໜ້າດິນ ​ເລິກ​ລົງ​ໄປ​ພຽງ ຫ້າ​ກິ​ໂລ​ແມັດ.

ອົງການ​ຂ່າວ​ຊິນ​ຫົວຂອງ​ທາງ​ການ​ຈີນ ກ່າວ​ວ່າ ​ຕຶກອາຄານເກືອບ 7,000 ​ຫລັງໄດ້​ພັງ​ລົງ
​ມາ ​ແລະ​ອີກ 14,000 ຫລັງ​ ໄດ້​ຮັບ​ຄວາມ​ເສຍ​ຫາຍ.

​ເຈົ້າ​ໜ້າ​ທີ່​ໂຮງໝໍ​ເຂດ​ເມືອງ Jinggu ທ່ານ Tao Shinkun ກ່າວ​ວ່າ ພວກ​ນາຍ​ແພດ ພາ
ກັນ​ແລ່ນ​ຢ່າງວຸ້ນວາຍ ​ເພື່ອ​ປິ່ນປົວຜູ້​ໄດ້​ຮັບ​ບາດ​ເຈັບ.

ພວກ​ຊາວບ້ານ​ຫລາຍ​ໆຄົນ ​ໄດ້​ພາກັນອອກ​ມານ​ອນ​ຢູ່ເຕ້ນ​ທີ່​ປຸກ​ຂຶ້ນ​ຊົ່ວຄາວ ​ໃນ​ຂະນະ​
ທີ່​ມີແ​ຜ່ນດິນ​ໄຫວ​ຂະໜາດ​ຄ່ອຍໆ ຕິດຕາມ​ມາ​ຢູ່​ໃນ​ຂົງ​ເຂດ.

ທະຫານ​ ​ແລະ​ພະນັກ​ງານ​ກູ້​ໄພ ຫລາຍ​ຮ້ອຍ​ຄົນ ​ໄດ້​ຖືກ​ສົ່ງ​ອອກ​ໄປຍັງ​ຂົງ​ເຂດ​ນັ້ນ ແລະ​
ນາຍົກລັດຖະມົນຕີ Li Keqiang ອອກ​ຄໍ​າສັ່ງ​ວ່າ “​ໃຫ້ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ” ​
ເພື່ອຊ່ວຍຊີວິດ​ຜູ້​ໄດ້​ຮັບ​ເຄາະ.

​ເມືອງ Jinggu ຂອງ​ຈີນຕັ້ງ​ຢູ່​ໃກ້​ກັບຊາຍ​ແດນ​ມຽນມາ ​ແລະ​ລາວ ມີ​ພົນ​ລະ​ເມືອງ​ຢູ່
290,000 ຄົນ ​ແລະ​ສ່ວນ​ຫລາຍແມ່ນ​ບັນດາ​ຊົນ​ເຜົ່າ​ຕ່າ​ງໆ.

CHINA EARTHQUAKE VO
please wait
Embed

No media source currently available

0:00 0:01:10 0:00

n.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG