ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມີຜູ້ເສຍຊີວິດ ເພີ້ມຂຶ້ນ ໃນເຫດ ແຜ່ນດິນໄຫວ ຢູ່ອິນໂດເນເຊຍ


ຜູ້ຊາຍຄົນນຶ່ງ ຍ້າຍແກັດອາຫານ ອອກຈາກຊາກຫັກພັງ ຂອງຕຶກອາຄານ ຫລັງຈາກເກີແຜ່ນດິນໄຫວ ທີ່ເມືອງ Pidie Jaya ໃນແຂວງອາເຈ່ ປະເທດອິນໂດເນເຊຍ. (7 ທັນວາ 2016)​
ຜູ້ຊາຍຄົນນຶ່ງ ຍ້າຍແກັດອາຫານ ອອກຈາກຊາກຫັກພັງ ຂອງຕຶກອາຄານ ຫລັງຈາກເກີແຜ່ນດິນໄຫວ ທີ່ເມືອງ Pidie Jaya ໃນແຂວງອາເຈ່ ປະເທດອິນໂດເນເຊຍ. (7 ທັນວາ 2016)​

ໂຕ​ເລກ​ຜູ້​ເສຍ​ຊີວິດ​ຍັງສືບ​ຕໍ່ມີ​ຈຳນວນ​ເພີ້ມ​ຂຶ້ນ ​ຍ້ອນ​ແຜ່ນດິນ​ໄຫວ ​ຂະໜາດ​ແຮງທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃນ​ຕອນ​ເຊົ້າວັນ​ພຸດ​ມື້ນີ້.

ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ​ກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 97 ຄົນ ​ແລະ​ມີ​ຜູ້​ບາດ​ເຈັບຕື່ມອີກ​ຫຼາຍ​ຮ້ອຍ​ຄົນ ​ໃນ​ເມືອງ Pidie Jaya ຊຶ່ງ​ເປັນ​ເມືອງ​ທີ່​ຕັ້ງຢູ່​ໃກ້​ສຸດ ກັບ​ສູນກາງ​ແຜ່ນດິນ​ໄຫວ ຊຶ່ງ​ຕັ້ງຢູ່​ໃນ​ເຂດ​ເໜືອ​ສຸດ​ຂອງ​ເກາະ​ສຸ​ມາດຕຣາ. ສ່ວນທີ່​ເມືອງ Meureudu ແມ່ນ​ຮວມຢູ່ໃນ​ບັນດາ​ເຂດ​ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ສຸດ.

ສະມາຊິກໃນຄອບຄົວ ຢືນອ້ອມ ສົບຄົນຕາຍ ຍ້ອນແຜ່ນດິນໄຫວ ທີ່ເມືອງປີດີ ຈາຢາ ໃນແຂວງອາເຈ່. (7 ທັນວາ 2016)​
ສະມາຊິກໃນຄອບຄົວ ຢືນອ້ອມ ສົບຄົນຕາຍ ຍ້ອນແຜ່ນດິນໄຫວ ທີ່ເມືອງປີດີ ຈາຢາ ໃນແຂວງອາເຈ່. (7 ທັນວາ 2016)​

ແຜ່ນດິນ​ໄຫວ​ໃນ​ຄັ້ງນີ້ ​ໄດ້​ເຮັດ​ໃຫ້​ຕຶກ​ອາຄານ​ຫຼາຍສິບ​ຫຼັງພັງ​ລົງ ຮວມທັງ​ວັດ​ສາສະໜາ​ອິສລາມ ​ຫ້າງ​ຮ້ານ ​ແລະເຮືອນ​ຊ້ານບ້ານ​ຊ່ອງ​. ພວກ​ກູ້​ໄພ ຊຶ່ງ​ຈຳນວນ​ນຶ່ງ​ມີ​ອຸບປະກອນ​ໜັກ​ຊ່ອຍ​ນັ້ນ ​ໄດ້​ຊອກ​ຄົ້ນຜູ້​ຄົນ ທີ່​ອາດ​ຕົກ​ຄ້າງ ຢູ່​ຕາມ​ຊາກ​ຫັກ​ພັງ.

ທ່ານ Sutopo Nugroho ຫົວໜ້າ​ອົງການ​ຄຸ້ມ​ຄອງ​ໄພ​ພິບາດ ຂອງ​ອິນ​ໂດ​ເນ​ເຊຍກ່າ​ວຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ “​ແຜ່ນດິນ​ໄຫວ ​ໄດ້​ສັ່ນ​ສະ​ເທືອ​ນຢ່າງແຮງ ​ແລະ​ເຮັດ​ໃຫ້​ຜູ້​ຄົນ​ຕື່ນ​ຕົກ​ໃຈ ​ແລະ​ກໍ​ພາກັນ​ແລ່ນ​ອອກໄປ​ຢູ່​ຂ້າງ​ນອກ ​ໃນຂະນະ​ທີ່​ເຮືອນ​ຊານ​ພັງ​.”

ຜູ້ຄົນສຳຫຼວດເບິ່ງ ເຮືອນຊານທີ່ໄດ້ຮັບຄວາມເສຍຫາຍ
ຜູ້ຄົນສຳຫຼວດເບິ່ງ ເຮືອນຊານທີ່ໄດ້ຮັບຄວາມເສຍຫາຍ

ອົງການ​ສຳ​ຫຼວດທໍລະນີ​ສາດ​ຂອງ​ສະຫະລັດ​ ກ່າວ​ວ່າ ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມແຮງ 6.5 ​ແມ່ນ​ມີຈຸດ​ສູນ​ກາງ​ຢູ່​ໃກ້​ກັບ​ເມືອງ Reuleut. ​ອົງການ​ພະຍາກອນອາກາດ​ແລະທໍລະນີ​ຟີ​ກຊິກ ຂອງ​ອິນໂດ​ເນ​ເຊຍ ກ່າວ​ວ່າ ​ແຜ່ນດິນ​ໄຫວ​ນີ້ບໍ່​ໄດ້ພາ​ໃຫ້​ເກີດ​ຟອງ​ຍັກ​ສຸ​ນາ​ມິ.

ອິນ​ໂດ​ເນ​ເຊຍ ​ແມ່ນ​ຕັ້ງຢູ່​ໃນເຂດ​ທີ່​ມັກ​ເກີດ​ແຜ່ນດິນ​ໄຫວ​ຂອງ​ໂລກ. ​ແຜ່ນດິນ​ໄຫວ​ໃນ​ປີ 2004 ຢູ່​ນອກ​ແຄມ​ຝັ່ງ​ຂອງ​ເກາະ​ສຸ​ມາດຕຣາ ​ໄດ້​ພາ​ໃຫ້​ເກີດ​ຟອງຍັກ​ສຸ​ນາ​ມິທີ່​ເຮັດ​ໃຫ້​ມີ ​ຜູ້ເສຍ​ຊີວິດ 230,000 ຄົນ ຢູ່​ໃນ​ອິນ​ໂດ​ເນ​ເຊຍ ​ແລະປະ​ເທດ​ອື່ນໆ.

ເຈົ້າໜ້າທີ່ໂຮງໝໍ ແລະສະມາຊິກ ໃນຄອບຄົວ ຫາມແມ່ຍິງ ທີ່ບາດເຈັບຄົນນຶ່ງ ຍ້ອນແຜ່ນດິນໄຫວ ໄປເຂົ້າໂຮງໝໍ ທີ່ເມືອງປີດີຈາຢາ ໃນແຂວງອາເຈ່ ຂອງອິນໂດເນເຊຍ
ເຈົ້າໜ້າທີ່ໂຮງໝໍ ແລະສະມາຊິກ ໃນຄອບຄົວ ຫາມແມ່ຍິງ ທີ່ບາດເຈັບຄົນນຶ່ງ ຍ້ອນແຜ່ນດິນໄຫວ ໄປເຂົ້າໂຮງໝໍ ທີ່ເມືອງປີດີຈາຢາ ໃນແຂວງອາເຈ່ ຂອງອິນໂດເນເຊຍ

ໄພ​ຂົ່ມຂູ່ໃນ​ການ​ທີ່​ຈະ​ເກີດ​ເຫດການ​ແບບ​ນີ້ຊ້ຳ​ອີກ​ແມ່ນ​ຢູ່​ໃນ​ຈິດ​ໃຈ​ຂອງ​ບາງ​ຄົນ​ທີ່​ຮູ້ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນຂອງ​ແຜ່ນດິນ​ໄຫວ​ໃນ​ວັນ​ພຸດ​ມື້ນີ້.

ທ້າວ Musman Aziz ປະຊາຊົນ​ ໃນ​ເມືອງ Meureudu ກ່າວ​ຕໍ່​ອົງການ​ຂ່າວເອພີ​ວ່າ “ມັນ​ແຮງ​ຫຼາຍ ​ຄວາມ​ສັ່ນ​ສະ​ເທືອ​ນ ​ແມ່ນ​ຮູ້ສຶກ​ແຮງ​ກວ່າ​ແຜ່ນດິນ​ໄຫວ​ ໃນປີ 2004.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Indonesia Earthquake
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG