ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ການປ່ຽນແປງ ຂອງດິນຟ້າອາກາດ ບໍ່ສາມາດປະຕິເສດ ໄດ້ອີກແລ້ວ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນວັນເສົາ
ມື້ນີ້ ໃນຄຳປາໄສປະຈຳສັບປະດາຂອງທ່ານ (weekly address)
ວ່າບໍ່ມີໄພຂົ່ມຂູ່ອັນໃດຕໍ່ໂລກຂອງເຮົາໃຫຍ່ໄປກວ່າການປ່ຽນແປງ
ຂອງດິນຟ້າອາກາດ.

ທ່ານໂອບາມາ ກ່າວວ່າ ການປ່ຽນແປງຂອງດິນຟ້າອາກາດ ບໍ່
ສາມາດໄດ້ຮັບການປະຕິເສດ ຫຼືບໍ່ເອົາຫົວຊາອີກຕໍ່ໄປໄດ້ແລ້ວ ໂດຍທີ່ 14 ຂອງຈຳນວນ
15 ປີທີ່ຮ້ອນທີ່ສຸດເປັນປະຫວັດການແມ່ນເກີດຂຶ້ນໃນໄລຍະ 15 ປີທຳອິດຂອງສັດຕະວັດນີ້.

ປະທານາທິບໍດີເວົ້າວ່າ ອຸນຫະພູມທີ່ສູງຂຶ້ນຂອງໂລກມະນຸດເຮົາ ແມ່ນມີຜົນກະທົບໂດຍ ທາງອ້ອມທີ່ຮ້າຍແຮງ ຮວມທັງລົມພາຍຸທີ່ແຮງຂຶ້ນ ໄພແຫ້ງແລ້ງທີ່ໜັກຂຶ້ນ ແລະລະດູໄຟ ປ່າທີ່ດົນກວ່າເກົ່າ.

ຜູ້ນຳຂອງສະຫະລັດກ່າວວ່າ ທ່ານຈະສະຫຼອງວັນໂລກຫຼື Earth Day ໃນວັນພຸດນີ້ ຢູ່ທີ່ ເຂດບຶງທາມ Everglades ໃນລັດຟລໍຣິດາຊຶ່ງເປັນບ່ອນທີ່ທ່ານກ່າວວ່າ ເປັນນຶ່ງໃນສະ ຖານທີ່ໆພິເສດສຸດຢູ່ໃນປະເທດ ແລະເປັນນຶ່ງໃນບັນດາເຂດທີ່ມີຄວາມບອບບາງທີ່ສຸດ.
ທ່ານກ່າວວ່າ ລະດັບນ້ຳທະເລທີ່ສູງຂຶ້ນ ພວມເຮັດໃຫ້ ຊັບສົມບັດແຫ່ງຊາດດັ່ງກ່າວ ຕົກ ຢູ່ໃນຄວາມສ່ຽງ.

ປະທານາທິບໍດີໂອບາມາກ່າວວ່າ ໂລກກຳລັງເບິ່ງມາຍັງສະຫະລັດເພື່ອໃຫ້ເອົາບົດບາດ ໃນການນຳພາ ເພື່ອຮັບມືຢ່າງສະຫຼາດສ່ອງໃສກັບການປ່ຽນແປງ ຂອງດິນຟ້າອາກາດ. ທ່ານເວົ້າວ່າ ແລະນັ້ນຄືສິ່ງທີ່ພວກເຮົາກຳລັງກະທຳຢູ່ ໃນເວລານີ້ ແລະວ່າ ຊາວອາເມຣິ ກັນພວມໃຊ້ພະລັງງານທີ່ສະອາດຫຼາຍຂຶ້ນກວ່າແຕ່ກ່ອນ ແລະເປັນນ້ຳເບີນຶ່ງໃນການໃຊ້ ພະລັງລົມ. ທ່ານກ່າວວ່າ ສ່ວນມາດຕະການອື່ນໆທີ່ມີ ການນຳໃຊ້ນັ້ນແມ່ນຮວມທັງເພີ້ມ ຈຳນວນລົດທີ່ມີປະສິດທິພາບ ໃນການໃຊ້ພະລັງງານ ແລະຕຶກອາຄານຕ່າງໆ ທີ່ປະຢັດ ເງິນຂອງຜູ້ອຸບປະໂພກບໍລິໂພກ.

There is "no greater threat to our planet than climate change," U.S. President Barack Obama said Saturday in his weekly address.

"Climate change can no longer be denied or ignored," with 14 of the 15 hottest years on record happening in the first 15 years of this century, he said.Last year was the warmest recorded year.

The Earth's rising temperatures are having "very serious implications," the president said, including stronger storms, deeper droughts and longer wildfire seasons.

The U.S. leader said he will observe Earth Day Wednesday at Florida's Everglades, a location he described as "one of the most special places in our country" and "one of the most fragile."He said rising sea levels are putting the "national treasure" at risk.

The world is looking to the U.S. to take a leadership role in dealing intelligently with climate change, President Obama said. "And that's what we're doing," he said, adding that America is using more clean energy than ever before and is number one in wind power.He said other measures taken include an increasing number of energy-efficient cars and buildings that save consumers money.

XS
SM
MD
LG