ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕາຕໍ້ ຖ້າປົວແຕ່ຫົວທີ ອາດພາໃຫ້ລອດພົ້ນ ຈາກຕາບອດ ຖາວອນໄດ້ (ວີດິໂອ ລາວ/ອັງກິດ)


ຕາຕໍ້ ເປັນພະຍາດ ທີ່ເຮັດໃຫ້ຕາບອດ ຢ່າງຖາວອນໄດ້
ຕາຕໍ້ ເປັນພະຍາດ ທີ່ເຮັດໃຫ້ຕາບອດ ຢ່າງຖາວອນໄດ້
ຕາຕໍ້ບໍ່ແມ່ນພະຍາດ ທີ່ໂດດດ່ຽວລຳພັງ ແຕ່ເປັນກຸ່ມພະຍາດ
ທີ່ ເຮັດໃຫ້ຕາບອດຢ່າງຖາວອນໄດ້ ຖ້າຫາກບໍ່ປິ່ນປົວ. ກໍ
ເຊັ່ນດຽວກັນ ເມື່ອມີຕາຕໍ້ຫລາຍປະເພດ ການປິ່ນປົວກໍມີ
ຫລາຍວິທີ.

ພະຍາດຕາຕໍ້ ເປັນພະຍາດທີ່ເອົາສາຍຕາຂອງຄົນໄປ ແລະ
ເຮັດໃຫ້ຄົນຕາບອດ. ມັນເກີດຂຶ້ນ ເມື່ອມັນສ້າງທາດແຫລວຢູ່
ໃນຕາ ຊຶ່ງເຮັດໃຫ້ມີການກົດດັນຫລາຍ ຈົນເຮັດໃຫ້ແຊລຢູ່ໃນ
ເສັ້ນປະສາດຕາຕາຍ. ນາງ ແມຣີ ໄຮແມັນ (Mary Hyman)
ທີ່ຖືກກວດພົບວ່າ ເປັນພະຍາດຕາຕໍ້ຫລາຍກວ່ານຶ່ງທົດສະວັດ
ມາແລ້ວນັ້ນ ກ່າວວ່າ:
“ມັນເປັນສິ່ງນຶ່ງທີ່ເກີດຂຶ້ນມາແລະຂ້ອຍກໍບໍ່ຮູ້ສຶກຕົວເລີຍ.”

ນາງໄຮແມັນຮູ້ວ່າ ມີສິ່ງໃດສິ່ງນຶ່ງຜິດປົກກະຕິ ເມື່ອລາວຫລິ້ນໝາກລີ້ກັບເດັກນ້ອຍຜູ້ນຶ່ງ.
ນາງແມຣີ ໄຮແມັນ ເວົ້າວ່າ “ແລະຂ້ອຍໄດ້ເຮັດອັນນຶ່ງໃນນັ້ນ ແລະຂອ້ຍເວົ້າວ່າ ຕາກໍ້າຊ້າຍ ຂອງຂ້ອຍເປັນມົວໆ.”

ດຣ. ເອຣິກ ຟລີເຊີ (Eric Fleischer) ເວົ້າວ່າ ຕາຕໍ້ບໍ່ສາມາດ ປົວໄດ້ ແຕ່ວ່າ ມັນສາ ມາດຄວບຄຸມໄດ້ ດ້ວຍການຫລຸດຜ່ອນຄວາມກົດດັນໃນຕາລົງ. ດຣ. ເອຣິກ ຟລີເຊີ (Eric Fleischer) ໃຫ້ຄໍາເຫັນວ່າ:

“ບໍ່ມີຕົວເລກທີ່ວິເສດທີ່ຈະບອກວ່າ ປົວຫາຍໄດ້ຫລາຍປານໃດ. ສະນັ້ນລະ ມັນ ເປັນເລື້ອງທີ່ຫຍຸ້ງຍາກ.

ເບິ່ງວີດິໂອເລື້ອງນີ້ເປັນພາສາລາວ
ພະຍາດຕາຕໍ້ ເຮັດໃຫ້ຕາບອດໄດ້
please wait

No media source currently available

0:00 0:02:08 0:00

ຄວາມກົດດັນທີ່ພໍດີ ແມ່ນມີຄວາມແຕກຕ່າງກັນໄປສໍາລັບ ຄົນ ເຈັບໃນແຕ່ລະຄົນ. ການ ປິ່ນປົວກໍເຊັ່ນດຽວກັນ. ການປິ່ນປົວງວດ ທໍາອິດ ປົກກະຕິແລ້ວ ແມ່ນເລີ້ມຕົ້ນດ້ວຍຢາ ຢອດຕາ. ດຣ. ເອຣິກ ໄຟລເຊີ ກ່າວຕໍ່ໄປວ່າ:

ພວກເຮົາຢອດຕາໃຫ້ຄົນເຈັບຢອດນຶ່ງ ພວກເຮົາຈະວັດແທກຄວາມກົດດັນ ຂອງເຂົາເຈົ້າ ແລະພວກເຮົາເຫັນວ່າ ມັນຫລຸດຄວາມກົດດັນລົງ. ຖ້າຫາກວ່າ ມັນບໍ່ຫລຸດລົງ ຂັ້ນຕອນຕໍ່ ໄປກໍຄື ຜ່າຕັດໂດຍໃຊ້ແສງເລເຊີ.”

ປະເພດການປິ່ນປົວແມ່ນຂຶ້ນກັບປະເພດຂອງພະຍາດຕາຕໍ້ ທີ່ຄົນປ່ວຍເປັນ. ດຣ. ອາລັນ
ຣອບບິນ (Alan Robin) ເວົ້າວ່າ ນອກນັ້ນ ມັນຍັງອາດຂຶ້ນກັບບ່ອນຢູ່ຂອງຄົນເຈັບ ອີກດ້ວຍ. ທ່ານກ່າວດັ່ງນີ້:

“ຢາຢອດຕາບາງຊະນິດແມ່ນຕ້ອງເອົາໄວ້ໃນຕູ້ເຢັນ ແລະຢູ່ບາງບ່ອນ ເຊັ່ນພາກ ໃຕ້ອິນເດຍ ບ່ອນທີ່ມີອາກາດຮ້ອນ, ຮ້ອນກວ່າ ແລະຮ້ອນທີ່ສຸດ ຫລືຢູ່ເຂດອາ ກາດຮ້ອນ ເຊັ່ນເຂດເສັ້ນສູນສູດ ອາຟຣິກາ, ບໍ່ມີທາງທີ່ພວກເຮົາຈະສາມາດ ເອົາເຄື່ອງໃສ່ໄວ້ໃນ ຕູ້ເຢັນຕະຫລອດເວລາໄດ້.”

ຄ່າໃຊ້ຈ່າຍກໍເປັນບັນຫາຫຍຸ້ງຍາກອີກອັນນຶ່ງ ສໍາລັບການປິ່ນປົວ ພະຍາດນີ້. ດຣ. ເຣງກາໄຣ ແວນຄາແທັສ (Rengaraj Venkatesh) ທີ່ຢູ່ໂຮງໝໍປົວຕາ ອາຣາວານ ໃນອິນເດຍເວົ້າວ່າ:

“ຢູ່ໃນອິນເດຍ ເມື່ອຜູ້ໃດຜູ້ນຶ່ງໄປ ຊອກຫາປິ່ນປົວຕົວເອງ ເຂົາເຈົ້າບໍ່ໄປຜູ້ດຽວ. ພວກເຂົາເຈົ້າໄປ ກັບຢ່າງໜ້ອຍສະມາຊິກຄອບຄົວຜູ້ນຶ່ງ. ສະນັ້ນຄ່າໃຊ້ຈ່າຍໃນ ການໄປຫາໂຮງໝໍ ກໍແພງຫລາຍ.”

ແຕ່ວ່າສໍາລັບຜູ້ໃດທີ່ໄດ້ຮັບການປິ່ນປົວນັ້ນ ນາງ ນາງແມຣີ ໄຮແມັນ ຄົນເຈັບທີ່ເປັນຕາຕໍ້ ມີຄວາມເຫັນດັ່ງນີ້:

ເວລາທ່ານໄປກວດສຸຂະພາບ ໃຫ້ກວດເບິ່ງສາຍຕາພ້ອມ ເຖິງແມ່ນທ່ານຈະຄິດວ່າ ທ່ານບໍ່ມີບັນຫາຫຍັງກໍຕາມ. ຈົ່ງໄປກວດສາຍຕາຂອງທ່ານ.”

ນາງແມຣີ ໄຮແມັນ ເວົ້າວ່າລາວຮູ້ສຶກບຸນຄຸນຢ່າງລົ້ນເຫລືອ ທີ່ໄດ້ຮັບການປິ່ນປົວສໍາລັບ ພະຍາດຕາຕໍ້ຂອງລາວ. ໃນຂະນະດຽວ ກັນ ອົງການອະນາໄມໂລກ ຫລື (WHO) ເວົ້າວ່າ ພະຍາດຕາ ຕໍ້ ໄດ້ກາຍມາເປັນບັນຫາທີ່ຕ້ອງໄດ້ຮັບການເອົາໃຈໃສ່ ເພາະວ່າ ຈໍານວນກໍ ລະນີຄົນເປັນພະຍາດນີ້ ຄາດວ່າຈະເພີ້ມຂຶ້ນເມື່ອຄົນໃນທົ່ວໂລກມີອາຍຸຍືນຂຶ້ນກວ່າເກົ່າ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

XS
SM
MD
LG