ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄະນະຕຸລາການ ສຫລ ຕັດສິນ ປະຫານຊີວິດ ທ້າວ Dylann Roof


ທ້າວ Dylann Roof ທີ່ປະເຊີນໜ້າກັບໂທດປະຫານຊີວິດ ໃນການຍິງສັງຫານ ພວກຄົນຜິວດຳ 9 ຄົນ ທີ່ໄປທຳກິດຈະກຳ ທາງສາສະໜາ ຢູ່ໂບດ ຍ້ອນຄວາມກຽດຊັງ ໄດ້ກ່າວຖະແຫລງ ເປີດການດຳເນີນຄະດີ ຢູ່ໃນສານ ຕາມພາບແຕ້ມນີ້ ໃນເມືອງ Charleston, ລັດ South Carolina, ວັນທີ 4 ມັງກອນ 2017.
ທ້າວ Dylann Roof ທີ່ປະເຊີນໜ້າກັບໂທດປະຫານຊີວິດ ໃນການຍິງສັງຫານ ພວກຄົນຜິວດຳ 9 ຄົນ ທີ່ໄປທຳກິດຈະກຳ ທາງສາສະໜາ ຢູ່ໂບດ ຍ້ອນຄວາມກຽດຊັງ ໄດ້ກ່າວຖະແຫລງ ເປີດການດຳເນີນຄະດີ ຢູ່ໃນສານ ຕາມພາບແຕ້ມນີ້ ໃນເມືອງ Charleston, ລັດ South Carolina, ວັນທີ 4 ມັງກອນ 2017.

ເມື່ອວັນອັງຄານວານນີ້ ຄະນະຕຸລາການ ​ຂອງລັດຖະບານກາງ ສະຫະລັດ ໄດ້ຕັດສິນ ໂທດປະຫານຊີວິດ ຄາດຕະກອນ ທີ່ຍິງສັງຫານເກົ້າຄົນ ຢູ່ໃນໂບດປະຫວັດສາດ ຂອງ ຄົນຜິວດຳ ທີ່ລັດ South Carolina.

ທ້າວ Dylann Roof ອາຍຸ 22 ປີ ທີີ່ໄດ້ອ້າງຕົນວ່າເປັນຄົນຜິວຂາວຊຶ່ງ​ເປັນ ຜິວ​ພັນ​ທີ່​ດີກວ່າໝູ່ ໄດ້ຖືກພົບເຫັນວ່າ ມີຄວາມຜິດ ​ໃນ​ເດືອນ​ແລ້ວນີ້ ໃນການຍິງສັງຫານໝູ່ ຊາວອາເມຣິກັນເຊື້ອສາຍອາຟຣິກາ ທີ່ໄປສະແຫວງບຸນຢູ່ທີ່ໂບດ Emanuel AME ໃນເມືອງ Charleston.

ຄະນະພິພາກສາ ທີ່ປະກອບດ້ວຍ ແມ່ຍິງ 10 ຄົນ ແລະ ຜູ້ຊາຍ 2 ຄົນ ໄດ້ບັນລຸຄຳຕັດ
ສິນ ຫຼັງຈາກປະມານ 3 ຊົ່ວໂມງ ຂອງການພິຈາລະນາ.

ລັດຖະມົນຕີຍຸຕິທຳ ສະຫະລັດ ທ່ານນາງ Loretta Lynch ໄດ້ອອກຖະແຫລງການ ສະບັບນຶ່ງ ໂດຍກ່າວວ່າ ບໍ່ມີຄຳພິພາສາອັນໃດ ທີ່ສາມາດຟື້ນຊີບຄືນມາໄດ້ ພວກຄົນ ຜູ້ທີ່ເສຍຊີວິດໄປ ຍ້ອນ “ນ້ຳມືອັນຂີ້ຂາດ” ຂອງທ້າວ Roof. ແຕ່ທ່ານນາງ ໄດ້ກ່າວ
ວ່າ ທ່ານນາງຫວັງວ່າ ມັນຈະສະໜອງການປິດຄວາມເລື່ອງລາວ ໃນບາງສ່ວນ ໃຫ້ແກ່ ເມືອງ Charleston ແລະປະເທດ.

US Church Shootings
please wait
Embed

No media source currently available

0:00 0:01:44 0:00

ອ້າຍຂອງຜູ້ເຄາະຮ້າຍທ່ານນຶ່ງ ໄດ້ກ່າວວ່າ ຄຳພິພາກສາ “ໄດ້ສົ່ງຂໍ້ຄວາມອັນແຮງກ້າ” ວ່າ ອາຊະຍາກຳຍ້ອນຄວາມກຽດຊັງທັງຫຼາຍ ຈະບໍ່ຍອມທົນຮັບເອົາ ໄດ້. ທ່ານ
Malcolm Graham ໄດ້ກ່າວວ່າ “ບໍ່ມີແຫ່ງໃດໃນສັງຄົມທີ່ຈະເລີນ ຮັບເອົາຄວາມ
ກຽດຊັງ ການຈຳແນກເຊື້ອຊາດ ແລະຜິວພັນ.”

ທ້າວ Roof ໄດ້ທຳໜ້າທີ່ເປັນທະນາຍຄວາມໃຫ້ແກ່ຕົນເອງ ໃນຂັ້ນຕອນການຕັດສິນ ລົງໂທດ ຂອງການດຳເນີນຄະດີ. ຜູ້ກ່ຽວໄດ້ພັກຄະດີຂອງຕົນ ໃນວັນຈັນຜ່ານມາ ໂດຍ
ບໍ່​ໄດ້ເອີ້ນພະຍານ ຫຼື ນຳສະເໜີຫຼັກຖານ ໃດໆເລີຍ.

ສ່ວນຝ່າຍໄອຍະການ ໄດ້ເອີ້ນພະຍານຫຼາຍເຖິງ 24 ຄົນ ປະກອບດ້ວຍຍາດຕິພີ່ນ້ອງ ຂອງພວກຜູ້ເຄາະຮ້າຍ ທີ່ໄດ້ກ່າວເຖິງຄວາມຮັກຫອມ ຄວາມອົບອຸ່ນ ແລະ ຄວາມເຊື່ອ
ຖື ຂອງພວກສະມາຊິກຄອບຄົວ ຂອງເຂົາາເຈົ້າ ຜູ້ທີ່ໄດ້ຖືກຂ້າຕາຍ.

ໃນລະຫວ່າງການຍິງສັງຫານນັ້ນ ທ້າວ Roof ໄດ້ບອກພວກເຄາະຮ້າຍຂອງລາວ ວ່າ ພວກຄົນຜິວດຳ ແມ່ນກຳລັງຍຶດເອົາ ສະຫະລັດ ແລະ ໄດ້ຂົ່ມຂືນສຳເລົາພວກແມ່ຍິງ ຜິວຂາວ.

Brother of Slain SC Church Member: Death Penalty Is a 'Hollow Victory'
please wait

No media source currently available

0:00 0:01:16 0:00


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG