ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ຟີລິບປິນ ກ່າວວ່າ ທ່ານທຣຳ ຫວັງໃຫ້ທ່ານ ປະສົບຜົນສຳເລັດ ໃນການປາບ ຢາເສບຕິດ


ປະທານາທິບໍດີຟີລິບປິນ ທ່ານ Rodrigo Duterte
ປະທານາທິບໍດີຟີລິບປິນ ທ່ານ Rodrigo Duterte

ປະທານາທິບໍດີ​ຟີ​ລິ​ບ​ປິນ ທ່ານ Rodrigo Duterte ກ່າວ​ວ່າ ປະທານາທິບໍດີ ທີ່ໄດ້​ຮັບ​ເລືອກໃໝ່​ຂອງ​ສະຫະລັດ ທ່ານ Donald Trump ​ໄດ້​ອວຍພອນ​ໃຫ້ທ່ານ​ ປະສົບ​ກັບ​ຄວາມ​ສຳ​ເລັດ ​ໃນ​ການ​ປາບ​ປາມ​ພວກ​ຄ້າ​ຢາ​ເສບ​ຕິດ ຊຶ່​ງເປັນ​ການ​ປຸກລະດົມ ທີ່​ເຮັດ ໃຫ້ມີ​ຜູ້​ເສຍ​ຊີວິດ​ແລ້ວ​ຫລາຍ​ກວ່າ 4,000 ຄົນ ນັບ​ແຕ່ເດືອນ​ກໍລະກົດ​ເປັນຕົ້ນມາ.

ທ່ານ Duterte ກ່າວ​ວ່າ ຜູ້ນຳ​ຄົນ​ໃໝ່​ຂອງ​ສະຫະລັດ ບອກ​ທ່ານ​ວ່າ ທ່ານ​ໄດ້ທຳ​ການ ​ປາບ​ປາມ​ພວກ​ຄ້າ​ຢາ​ເສບ​ຕິດ ​ໃນ​ຖານະທີ່ເປັນ​ປະ​ເທດ​ອະທິປະ​ໄຕ ​ແມ່ນເປັນວິທີ​ທີ່​ຖືກຕ້ອງ.

ທ່ານ Duterte ​ໄດ້​ຊະນະ​ຕຳ​ແໜ່​ງປະທານາທິບໍດີ​ໃນຕົ້ນປີນີ້ ສ່ວນ​ໃຫຍ່​ແລ້ວ ​ແມ່ນ ​ເປັນຍ້ອນ​ການ​ໃຫ້​ຄຳ​ໝັ້ນສັນຍາ​ວ່າຈະ​ສືບຕໍ່ປາບ​ປາມ​ແບບ​ເດັດຂາດຕໍ່ພວກ​ຄ້າ​ຢາ ​ເສບຕິດ ພວກ​ໃຊ້ ​ແລະ​ພວກ​ກະທຳ​ຄວາມ​ຜິດອື່ນໆ.

ທ່ານ Duterte ກ່າວ​ໃນ​ຖະ​ແຫຼງການ​ວ່າ ທ່ານ​ໄດ້​ໂທລະ​ສັບ​ມາ​ຫາ​ທ່ານ Trump ​ໃນ ​ຕອນ​ແລງ​ວັນ​ສຸກ​ວານ​ນີ້​ເພື່ອ​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ທ່ານ​ໄດ້​ຊະນະ​ຕຳ​ແໜ່​ງປະທານາ ທິບໍດີ​ສະຫະລັດ. ປະທານາທິບໍດີ​ຟີ​ລິບ​ປິນກ່າວ​ວ່າ ທ່ານ​ມີ​ຄວາມ​ຮູ້ສຶກວ່າ ມີ​ຄວາມ​ສຳ ພັນທີ່​ດີກັບ​ທ່ານ Trump.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Duterte Trump
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG