ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ປ່ອນບັດ ເນເທີແລນ ປະຕິເສດ ຂໍ້ຕົກລົງ ການຄ້າ ອີຢູ ກັບ ຢູເຄຣນ


Netherlands Ukraine Vote
please wait

No media source currently available

0:00 0:00:20 0:00

ໃນການ​ລົງ​ປະຊາ​ມະຕິ​ແບບ​ບໍ່​ມີຜົນ​ບັງຄັບ​ນັ້ນ ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ຊາວເນ​ເທີ​ແລນ​ໄດ້​ໃຫ້​ສັນຍານ​ວ່າ ​ເຂົາ​ເຈົ້າບໍ່​ເຫັນ​ພ້ອມກັບ​ຂໍ້​ຕົກລົງ​ການ​ຄ້າ​ລະຫວ່າງ​ສະຫະພາບ​ຢູ​ໂຣບ​ຫຼືອີ​ຢູ​ກັບ​ຢູ​ເຄຣນ.

ຈາກ​ບັດ​ຄະ​ແນນ​ສຽງ​ທີ່​ນັບ​ໄປ​ແລ້ວ 99 ​ເປີ​ເຊັນ ​ຫລັງ​ຈາກ​ການ​ລົງ​ປະຊາ​ມະຕິ​ໃນ​ວັນ​ພຸດ​ວານ​ນີ້ 61 ​ເປີ​ເຊັນ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ ໄດ້​ປະຕິ​ເສດ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ ​ໃນ​ຂະນະ​ທີ່ 38 ​ເປີ​ເຊັນ​ເຫັນ​ພ້ອມ​ນຳ. ການ​ລົງ​ປະຊາ​ມະຕິ​ໃນ​ຄັ້ງນີ້ ​ໄດ້ສົ່ງ​ສັນຍານ​ຢ່າງ​ຈະ​ແຈ້ງ​ໄປ​ໃຫ້​ສະ ພາ​ແຫ່ງ​ຊາດເນ​ເທີ​ແລນ ຊຶ່ງ​ຄາດ​ວ່າ​ຈະ​ໃຫ້ສັດຕະຍາບັນ​ຕໍ່​ຂໍ້​ຕົກລົງ​ສະບັບ​ນີ້.

ນາຍົກລັດຖະມົນຕີ Mark Rutte ກ່າວໃນ​ຕອນ​ແລງ​ວັນ​ພຸດ​ນີ້ວ່າ ລັດຖະບານເນ​ເທີ​ແລນ​ຈະ​ປຶກສາ​ຫາລື​ເລື້ອງນີ້​ ກັບ​ສະພາ​ແຫ່ງ​ຊາດ ​ແລະ​ພາຄີ​ຢູ​ໂຣບ ​ເພື່ອ​ຕັດສິນ​ໃຈ​ວ່າ ​ຈະ​ດຳ​ເນີນ​ການ​ແບບ​ໃດ ໃນ​ຂັ້ນຕໍ່​ໄປ. ທ່ານ Rutte ​ເຕືອນ​ວ່າ ຂັ້ນຕອນ​ດັ່ງກ່າວ ​ອາດ​ຈະ​ໃຊ້​ເວ ລາ​ຫຼາຍໆ​ມື້ຫຼືບໍ່​ກໍ​ອາດ​ຈະ​ເປັນຫຼາຍໆ​ອາທິດ​.

​ໃນ​ຂະນະ​ທີ່ ​ການ​ນັບ​ບັດ​ຄະ​ແນນ​ສຽງ​ເກືອບ​ຈະເສັດ​ສິ້ນຢູ່​ແລ້ວ ​ແຕ່ຜົນ​ການ​ນັບ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທາງ​ການ ​ບໍ່​ຄາດ​ວ່າ​ຈະ​ມີ​ການ​ເປີດ​ເຜີຍ​ໃຫ້​ຮູ້ ຈົນ​ເທົ່າວັນ​ທີ ​12 ​ເມສາພຸ້ນ.

ຫລັງ​ຈາກ​ການ​ລົງ​ປະຊາ​ມະຕິ​ ໃນ​ວັນ​ພຸດ​ວານ​ນີ້​ແລ້ວ ການ​ໄປ​ລົງ​ຄະ​ແນນ​ສຽງ ​ຂອງ​ຜູ້​ມີ ສິດ​ປ່ອນ​ບັດ​ຊາວເນ​ເທີ​ແລນ 12 ລ້ານ 5 ​ແສນ​ຄົນ​ແມ່ນ​ນັບ​ໄດ້​ວ່າມີ​ຢູ່ 32.2 ​ເປີ​ເຊັນ​ໂດຍ​ທີ່​ຂອບ​ເຂດ​ຂອງ​ຄວາມ​ຜິດພາດ​ແມ່ນ​ມີ​ 3 ​ເປີ​ເຊັນ. ການ​ໄປ​ປ່ອນບັດ 30 ​ເປີ​ເຊັນ​ແມ່ນ​ຈຳ​ເປັນ​ເພື່ອ​ເຮັດ​ໃຫ້​ຜົນ​ຂອງ​ການ​ລົງ​ປະຊາ​ມະຕິ​ສົມບູນ​ໄດ້

ການ​ລົງປະຊາ​ມະຕິ​ດັ່ງກ່າວ​ນີ້​ແມ່ນ​ສັນຍານ​ຂອງ​ການ​ໃຫ້​ຄວາມ​ສະໜັບສະໜຸນ​ທີ່​ບໍ່​ແຂງ ຂັນ​ປານ​ໃດ​ຕໍ່ສະຫະພາບ​ຢູ​ໂຣບ​ໃນ​ໝູ່​ປະຊາຊົນ​ຊາວເນ​ເທີ​ແລນ ທັງໆ​ທີ່​ເນເທີ​ແລນ​ເປັນ​ສະມາຊິກ​ຜູ້​ກໍ່ຕັ້ງກຸ່ມ​ການ​ຄ້າ​ດັ່ງກ່າວ.

XS
SM
MD
LG