ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການເປີດເຜີຍວ່າ ຖ້ຽວບິນ MH-17 ຂອງມາເລເຊຍ ຖືກຍິງ ໂດຍລູກສອນໄຟ Buk


Dutch MH17 Investigation Leaves Unanswered Questions
please wait

No media source currently available

0:00 0:02:03 0:00

ຄະນະ​ກຳມະການສືບສວນ ພາຍໃຕ້ການນຳພາຂອງເນ​ເທີ​ແລນ
ກ່ຽວກັບຖ້ຽວບິນ MH-17 ​ຂອງສາຍ​ການບິນມາເລເຊຍ ທີ່ຕົກ
ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ບ່ອນ​ທີ່​ມີ​ການສູ້​ລົບກັນ
ລະຫວ່າງພວກ​ກະບົດ​ທີ່​ໜູນ​ຫລັງ​ໂດຍຣັດ​ເຊຍ ​ແລະ​ກຳລັງ​ທະ
ຫານ​ຢູ​ເຄຣນ ກ່າວ​ວ່າ ​ເຮືອບິນ​ຖືກ​ຍິງ​ຕົກ ​ໂດຍລູກ​ສອນ​ໄຟ​
Buk ທີ່ຍິງຈາກພາກພື້ນດິນຫາອາກາດ ຊຶ່ງ​ເຮັດໂດຍຣັດ​ເຊຍ.

ບັນດາ​ເຈົ້າໜ້າ​ທີ່ເນ​ເທີ​ແລນ ປະກາດ​ກ່ຽວກັບການ​ພົບ​ເຫັນ​ຂອງ
​ເຂົາ​ເຈົ້າ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່​ສູ​ນກາງ​ກອງ​ປະຊຸມ​ ໃນນະຄອນ
Hague ພ້ອມ​ດ້ວຍ​ພາກ ສ່ວນຂອງ​ຊາກເຮືອບິນ​ທີ່​ຕັ້ງ​ຢູ່​ທາງ
ຫລັງ. ຊິ້ນສ່ວນ​ແຜ່ນ​ເຫລັກ​ ທີ່​ບິດບ້ຽວເກັບ​ມາ​ຈາກ​ບ່ອນ​ເຮືອບິນ
​ຕົກ ​ໄດ້​ປົກ​ຄຸມຮ່າງ​ເຫລັກ ທີ່ປະກອບ​ເຂົ້າກັນ​ຄື​ນ​ໂດຍ ບັນດາ​ນັກ​ສືບສວນ ​ໃນຄ​ວາມ
ພະຍາຍາມ ​ເພື່ອ​ຈະ​ພິຈາລະນາ​ຢ່າງ​ຈິງ​ຈັງ​ວ່າ ​ເປັນ​ຫຍັງ​ເຮືອບິນຈຶ່ງ​ຕົກ ​ຢູ່​ເຂດ​ຊົນນະບົດ​ຂອງ ປະ​ເທດຢູ​ເຄຣນ.

ທ່ານ Tjibbe Joustra ປະທານ​ຄະນະ​ກຳມະການຄຸ້ມຄອງ​ຄວາມ​ປອດ​ໄພ ເນ​ເທິ​ແລນ ກ່າວ​ຕໍ່​ບັນດາ​ສະມາຊິກ​ຄອບຄົວແລະ​ສື່​ມວນ​ຊົນ​ວ່າ ​ເຮືອບິນ​ຖືກ​ກະທົບຢູ່​ເບື້ອງ​ຊ້າຍດ້ວຍສະເກັດ
ຈາກການລະ​ເບີດ​ຂອງ​ລູກ​ສອນ​ໄຟ ທີ່ຍິງ​ມາ​ຈາກ​ພື້ນ​ດິນ. ທ່ານ​ກ່າວ​ວ່າ​ເຮືອບິນ​ຫັກ​ອອກ​
ຈາ​ກກັນ​ໂດຍ​ທັນທີ ​ໃນ​ຂະນະ​ທີ່​ຍັງ​ຢູ່​ເທິງ ອາກາດ.

ທ່ານ Joustra ກ່າ​ວວ່າ “ຖ້ຽວບິນ MH-17 ​ໄດ້​ຕົກ​ອັນ​ເປັນ​ຜົນ​ມາ​ຈາກ​ການລະ​ເບີດຂອງ
ລູກສອນໄຟຢູ່ນອກເຮືອບິນ, ທາງເທິງຂ້າງຊ້າຍຂອງບ່ອນຄົນຂັບ ຫົວລະເບີດນີ້ແມ່ນ
ຊະນິດ 9N314M ​ແລະລຳລຽງໂດຍລູກ​ສອນ​ໄຟ ທີ່​ຕິດ​ຕັ້ງຢູ່ ລະບົບລູກສອນໄຟ Buk
ທີ່ຍິງ​ຈາກພື້ນດິນຫາອາກາດ. ອັນເປັນຜົນ​ຂອງ​ການ​ ​ລະ​ເບີດ ພາກສ່ວນ​ທາ​ງໜ້າ​ຂອງ​ເຮືອບິນ​ໄດ້​ຂາດ​ອອກ ​ເຮືອບິນ​ໄດ້​ຫັກພັງ​ຢູ່​ເທິງອາກາດ.”

ທ່ານ​ກ່າວ​ວ່າ ຢູ​ເຄຣນ​ໄດ້​ເປັນ​ຜູ້ຮັບຜິດຊອບ​ໃນການປິດ​ນ່ານຟ້າ ຢູ່​ເທິງເຂດທີ່​ມີ​ການ​ສູ້ລົບ
​ກັນ ​ແລະ​ບໍ່ໄດ້​ເລືອກ​ເອົາ​ການ​ປະຕິບັດ​ດັ່ງກ່າວ. ທ່ານເວົ້າວ່າ “ບໍ່​ມີ​ຜູ້​ໃດ​ຄິດເລີຍກ່ຽວກັບ
ຄວາມເປັນໄປໄດ້ທີ່ເຮືອບິນ​ພົນລະ​ເຮືອນ ທີ່​ບິນ​ຜ່ານ​ໃນ​ລະ ດັບ​ຄວາມສູງ​ດັ່ງກ່າວຕົກຢູ່
ໃນອັນຕະລາຍ”.

XS
SM
MD
LG