ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ພັກລັດຖະບານ ແລະ ພັກຊາດນິຍົມ ປະເຊີນໜ້າກັນ ໃນການເລືອກຕັ້ງ ສະພາ ໂຮນລັງ


ນາຍົກລັດຖະມົນຕີ ໂຮນລັງ ທ່ານ Mark Rutte, ຊ້າຍ, ແລະ ຜູ້ນຳພັກ PVV ທ່ານ Geert Wilders, ຂວາ, ລໍຖ້າຜຽນຂອງຕົນ ໃນການໂຕ້ວາທີ ຄັ້ງສຸດທ້າຍ ຢູ່ສະພາແຫ່ງຊາດ ໃນເມືອງ ເຮກ, ປະເທດ ໂຮນລັງ, 14 ມີນາ, 2017.
ນາຍົກລັດຖະມົນຕີ ໂຮນລັງ ທ່ານ Mark Rutte, ຊ້າຍ, ແລະ ຜູ້ນຳພັກ PVV ທ່ານ Geert Wilders, ຂວາ, ລໍຖ້າຜຽນຂອງຕົນ ໃນການໂຕ້ວາທີ ຄັ້ງສຸດທ້າຍ ຢູ່ສະພາແຫ່ງຊາດ ໃນເມືອງ ເຮກ, ປະເທດ ໂຮນລັງ, 14 ມີນາ, 2017.

ປະຊາຊົນໃນປະເທດ ໂຮນລັງ ​ແມ່ນກຳລັງລົງຄະແນນສຽງໃນການເລືອກຕັ້ງສະພາແຫ່ງ
ຊາດ ວັນພຸດມື້ນີ້ ດ້ວຍການເລັງຈຸດສົນໃຈໃສ່ການຕໍ່ສູ້ ລະຫວ່າງບັນດາພັກການເມືອງ ທີ່ນຳພາໂດຍນາຍົກລັດຖະມົນຕີ Mark Rutte ແລະ ທ່ານ Geert Wilders ສະມາຊິກ
ສະພາທີ່ຕໍ່ຕ້ານພວກ​ຄົນ​ເຂົ້າ​ເມືອງ ແລະ ຕໍ່ຕ້ານສະໜາອິສລາມ.

ການຢັ່ງຫາງສຽງກ່ອນການລົງຄະແນນສຽງນັ້ນ ໄດ້ສະແດງໃຫ້ເຫັນວ່າ ພັກ VVD ຂອງ
ທ່ານ Rutte ມີຄະແນນນຳໜ້າພັກ PVV ຂອງທ່ານ Wilder ພຽງໜ້ອຍດຽວ.

ສະພາແຫ່ງຊາດ ໂຮນລັງ ​ແມ່ນ​ປະກອບ​ດ້ວຍ ຫຼາຍພັກການເມືອງ, ດັ່ງນັ້ນບໍ່ວ່າພັກການ
ເມືອງໃດຈະໄດ້ຊະນະບ່ອນນັ່ງຫຼາຍທີ່ສຸດກໍຕາມ, ​ແຕ່ກໍຍັງຈະຕ້ອງໄດ້ຕັ້ງລັດຖະບານປະ
ສົມ​ໃນ​ຂັ້ນຕໍ່​ໄປ. ການເຈລະຈາດັ່ງກ່າວນັ້ນອາດໃຊ້ເວລາຫຼາຍເດືອນ, ແລະ ພັກການ
ເມືອງທີ່ໃຫຍ່ທີ່ສຸດທັງໝົດຕ່າງ​ກໍໄດ້ລະບຸວ່າພວກເຂົາເຈົ້າຈະບໍ່ເຮັດວຽກຮ່ວມກັບທ່ານ Wilders.

ທ່ານ Wilders ໄດ້ໂຄສະນາຫາສຽງ ດ້ວຍການ​ໃຫ້​ຄຳ​ໝັ້ນສັນຍາ ທີ່ຈະຫ້າມພວກຄົນ​
ເຂົ້າ​ເມືອງ​ຊາວມຸສລິມ, ປິດວັດອິສລາມແຫ່ງຕ່າງໆ, ຫ້າມການຂາຍຄຳພີກູຣານ ແລະ ມີຄວາມປາຖະໜາທີ່ຈະຖອນປະເທດອອກຈາກສະຫະພາບ ຢູໂຣບ.

ການລົງຄະແນນສຽງ​ໃນ ໂຮນລັງ ຈະ​ຕິດຕາມ​ດ້ວຍ​ການ​ປ່ອນ​ບັດ​ທີ່ ສຳຄັນຢູ່​ໃນອີກ 2
ປະເທດໃນ ຢູໂຣບ ພາຍ​ໃນ​ປີນີ້ ທີ່ມີພັກ​ຝ່າຍ​ຂວາຊາດນິຍົມ ​ເຂົ້າຮ່ວມ​ນຳ ເຊັ່ນ ຝຣັ່ງ ຈະເລືອກປະທານາທິບໍດີຄົນໃໝ່ໃນເດືອນເມສາທີ່ຈະເຖິງນີ້, ໃນຂະນະທີ່ ເຢຍຣະມັນ
ຈະຈັດ ການເລືອກຕັ້ງໃນກັນຍາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Netherlands Election
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG