ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຳຫຼວດ ໂຮນລັງ ຈັບຜູ້ຕ້ອງ ສົງໄສຄົນ ຝຣັ່ງ ທີ່ວາງແຜນ ກໍ່ການຮ້າຍ


ຕຳຫຼວດ ໂຮນລັງ ໃນນະຄອນຫຼວງ Amsterdam, ປະເທດ Netherlands.
ຕຳຫຼວດ ໂຮນລັງ ໃນນະຄອນຫຼວງ Amsterdam, ປະເທດ Netherlands.

ຄົນສັນຊາດ ຝຣັ່ງ ທີ່ຖືກສົງວ່າ “ມີສ່ວນຮ່ວມໃນການວາງແຜນ ໂຈມຕີກໍ່ການຮ້າຍ” ໄດ້ຖືກຈັບກຸມໃນປະເທດ Netherlands.

ຜູ້ຊາຍອາຍຸ 32 ປີ, ເຊິ່ງຮູບປະພັນຂອງລາວຍັງບໍ່ໄດ້ຖືກເປີດເຜີຍ ເທື່ອ, ໄດ້ຖືກຈັບໃນວັນອາທິດວານນີ້ ທີ່ເມື່ອງທ່າເຮືອ Rotterdam ຕາມການຂໍຮ້ອງຂອງເຈົ້າໜ້າທີ່ ຝຣັ່ງ. ຄາດວ່າຜູ້ຊາຍຄົນດັ່ງກ່າວ ຈະຖືກສົ່ງກັບໄປປະເທດ ຝຣັ່ງ ໃນໄວໆນີ້.

ຄົນອື່ນໆອີກ 3 ຄົນກໍໄດ້ຖືກຄວບຄຸມຕົວໄວ້ໃນການບຸກກວດຄົ້ນ. 2 ຄົນໃນນັ້ນໄດ້ຖືກລະບຸວ່າມີອາຍຸ 43 ປີ ແລະ 47 ປີ ແລະ “ມີປະ ຫວັດເປັນຄົນ Algeria.” ໃນຂະນະທີ່ຄົນທີ 3 ແມ່ນຍັງບໍ່ສາມາດ ລະບຸໄດ້ເທື່ອ.

ເຈົ້າໜ້າທີ່ ໂຮນລັງ ກ່າວວ່າ ຝຣັ່ງ ໄດ້ຂໍຮ້ອງໃຫ້ທຳການຈັບກຸມໃນວັນສຸກທີ່ຜ່ານມາ ຫຼັງຈາກ ຜູ້ຕ້ອງສົງໄສດັ່ງກ່າວໄດ້ຖືກລະບຸຊື່ໃນການສືບສວນສອບສວນກ່ຽວກັບລັດທິ ກໍ່ການຮ້າຍ.

ພວກເຂົາເຈົ້າບໍ່ໄດ້ເປີດເຜີຍຂໍ້ມູນເພີ່ມເຕີມ ກ່ຽວກັບ ຜູ້ຕ້ອງສົງໄສ ຫຼື ການສືບສວນສອບ ສວນແຕ່ຢ່າງໃດ.

XS
SM
MD
LG