ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ​ ສາມາດຈັບ ນັກຄ້າຢາເສບຕິດໄດ້ ຫລາຍກວ່າ 3,700 ຄົນ ໃນ​ 1 ປີ​ ຜ່ານ​ມາ


ນັກຄ້າຢາເສບຕິດຊາວມົ້ງທີ່ຖືກເຈົ້າໜ້າທີ່ຈັບໄດ້ ໃນຂະນະທີ່ດໍາເນການປາບປາມໃນ 1 ປີຜ່ານມາ
ນັກຄ້າຢາເສບຕິດຊາວມົ້ງທີ່ຖືກເຈົ້າໜ້າທີ່ຈັບໄດ້ ໃນຂະນະທີ່ດໍາເນການປາບປາມໃນ 1 ປີຜ່ານມາ

ຮອງລັດຖະມົນຕີ​ລາວ​ຢືນຢັນ​ວ່າ ສາມາດ​ຈັບ​ກຸມ​ສະມາ​ຊິກ​ແກ້ງຄ້າ​ຢາ​ເສບ​ຕິດ​ໄດ້
ຫລາຍ​ກວ່າ 3,700 ຄົນ ພ້ອມ​ທັງ​ຢຶດຢາ​ເສບ​ຕິດ ​ແລະ​ອຸປະກອນ​ຜະຫລິດ​ຢາ​ບ້າ
​ໄດ້​ຫລາຍ​ລາຍການ​ໃນ​ຮອບ 1 ປີ​ທີ່​ຜ່ານ​ມາ.

please wait

No media source currently available

0:00 0:03:35 0:00
ລິງໂດຍກົງ

ພົນ​ຕີ ສິນ​ລະ​ວົງ ​ໄຊ​ຍະ​ກອນ ຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບຖະ
​ແຫລ​ງຢືນຢັນ​ວ່າ ​ໃນ​ຮອບ 1 ປີ ທີ່​ຜ່ານ​ມາ ສາມາດ​ດໍາ​ເນີນ​ຄະດີ​ຢາ​ເສບ​ຕິດ​ໄດ້
2,508 ລາຍ. ​ໃນ​ນັ້ນ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ຫາ ທີ່​ເປັນ​ສະມາຊິກ​ແກ້ງ​ຢາ​ເສບ​ຕິດ​ໄດ້​
ຫລາຍ​ກວ່າ 3,700 ຄົນ ຊຶ່ງ​ໃນ​ນີ້​ເປັນ​ຜູ້​ຕ້ອງ​ຫາ​ເພດ​ຍິງ 588 ຄົນ ​ແລະ​ທຽງບໃສ່​ປີ
2015 ກໍ​ປະກົ​ດວ່າ ການ​ດໍາ​ເນີນຄະດີ ໃນ​ປີ 2016 ​ເພີ້ມຂຶ້ນ​ເຖິງ 250 ຄະດີ​ອີກ​ດ້ວຍ.

ສ່ວນ​ຂອງກາງ​ທີ່ຢຶດ​ໄດ້​ຈາກ​ການ​ຈັບ​ກຸມ​ນັ້ນ ປະກອບ​ດ້ວຍ​ຢາ​ບ້າ 1,862.87 ກິ​ໂລ
ກຣາມ, ​ເຮ​ໂຣອິນ 188.39 ກິ​ໂລກຣາມ, ​ຢາ​ໄອ 144.6 ກິ​ໂລກຣາມ, ກັນຊາ​ແຫ້ງ
425.46 ກິ​ໂລກຣາມ, ​ແປ້ງ​ຝຸ່ນ​ເພື່ອ​ປະສົມ​ຢາ​ເສບ​ຕິດ 6,831 ກິ​ໂລກຣາມ, ແກ່ນ​ຝິ່ນ
25 ກິ​ໂລກຣາມ, ​ເຄື່ອງອັດ​ຢາ​ບ້າ 7 ​ເຄື່ອງ, ​ເຄື່ອງ​ອົບ​ຢາ​ບ້າ 1 ​ເຄື່ອງ, ​ເຄື່ອງ​ຂົ້ວ​ຢາ​ບ້າ
3 ​ເຄື່ອງ, ​ເຄື່ອງ​ບົດ​ຢາ​ບ້າ 1 ​ເຄື່ອງ, ຫົວ​ເຊື້ອນໍ້າ​ຫອມ 560 ຊຸດ, ລົດຍົນ 79 ຄັນ,
ລົດຈັກ 136 ຄັນ ​ແລະ​ອື່ນໆອີກ.

ການ​ທີ່​ສາມາດ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ ​ແລະ​ຢຶດຂອງ​ກາງ​ໄດ້​ຫລາຍ​ຂຶ້ນດັ່ງກ່າວ​ນີ້
ກໍ​ຍ້ອນ​ວ່າ​ທາງ​ການ​ລາວ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ຕາໜ່າງສືບ​ຂ່າວ ​ໃຫ້​ມີ​ປະສິດທິພາບ​
ສູງ​ຂຶ້ນດ້ວຍ​ການ​ຍົກ​ລະດັບ​ພະນັກງານ​ສືບສວນ-ສອບ​ສວນ ​ໃຫ້​ມີ​ຄວາມ​ຮູ້ ຄວາມ​
ສາມາດ ​ແລະ​ຊໍານິ ​ຊໍານານ​ທາງ​ດ້ານ​ວິຊາ​ສະ​ເພາະ ​ແລະ​ດໍາ​ເນີນ​ຄະດີ​ໃຫ້​ຖືກຕ້ອງ
​ຕາມ​ກົດໝາຍ ລວມທັງ​ການ​ປະສານ​ ​ຮ່ວມ​ມືກັບ​ທາງ​ການ​ຕໍາຫລວດ​ຂອງ ປະ​ເທດ​
ເພື່ອນ​ບ້ານ​ຢ່າງ​ໃກ້​ຊິດ​ອີກ​ດ້ວຍ ຊຶ່ງ​ການ​ຮ່ວມ​ມື​ດັ່ງກ່າວ ຍັງ​ເປັນ​ຜົນ​ເຮັດ​ໃຫ້​ທາງ​ການ​ຕໍາຫລວດ​ໄທ ສາມາດ​ຈັບ​ກຸມ​ທ້າວ​ໄຊຊະນະ ​ແກ້ວ​ພິມພາ ນັກ​ຄ້າ​ຢາ​ເສບ​ຕິດ​ລາຍ
​ໃຫຍ່​ໄດ້ ​ທີ່​ສະໜາມບິນສຸວັນນະ​ພູມ​ຂອງ​ໄທ ​ໃນ​ວັນ​ທີ 19 ມັງກອນ 2017 ທີ່​ຜ່ານ​ມາ
ດັ່ງ​ທີ່​ພົນ​ຈັດຕະວາທອງ​ເຫລັກ ມັງໜໍ່​ເມກ ຫົວໜ້າ ກົມ​ໃຫຍ່​ຕໍາຫລວດ​ກະຊວງ​ປ້ອງ​
ກັນ​ສະຫງົບ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ທ່ານພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ
ທ່ານພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ

ການ​ປະສານ​ງານລະ​ຫວ່າງ​ເຈົ້າ​ແລະ​ຕໍາຫລວດໄທ​ນີ້ ຖື​ວ່າ​ໃນ​ໄລຍະ​ຜ່ານ​ມາ ພວກ​
ເຮົາ​ມີ​ກົນ​ໄກ​ປະສານ​ງານ​ກັນ​ລະຫວ່າງແລະ​ຕໍາຫລວດ ແຫ່ງ​ຊາດ​ໄທ ​ໄດ້​ມີກົນ​ໄກ
ປະສານ​ງານ​ແລກປ່ຽນຂໍ້​ມູນ​ຂ່າວສານ​ນໍາ​ກັນ ​ແລະ​ກ່ຽວກັບ​ການຈະ​ນໍາ​ເອົາ​ທ້າວ​ ໄຊ
ຊະນະ ​ແກ້ວ​ພິມ​ພາ ມາ​ພີ້ ຫລືບໍ່ ອັນ​ນັ້ນ ມັນ​ຕອ້ງເພາະວ່າສອງ​ປະ​ເທດ​ພວກ​ເຮົາ​ໄດ້​ມີ​ລະບຽບກົດໝາຍ ​ໂດຍ​ສະ​ເພາະແມ່ນ​ສາທາລະນະລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ​ ​ແລະຣາຊອານາຈັກ​ໄທນີ້ ຕ່າງ​ຝ່າຍຕ່າງ​ມີ​ລະບົບກົດໝາຍຂອງ​ໃຜ ຂອງ​ມັນ​ແລ້ວ ​ແລະ​ນອກຈາກ​ນັ້ນ ມາ​ເຖິງ​ປັດຈຸບັນ​ນີ້ ພວກ​ເຮົາ​ກໍ​ບັນຫາ​ກ່ຽວກັບ​ບັນຫານີ້.

ກ່ອນໜ້ານີ້ ພົນ​ຈັດຕະວາ​ທອງ​ເຫລັກ ​ໄດ້​ຖະ​ແຫລ​ງຜົນ​ການ​ປາບ​ປາມ ການ​ລັກລອບ​ຢາ​
ເສບ​ຕິດ​ໃນ​ລາວ ທີ່​ໄດ້​ປະຕິ​ບັດ​ການ​ນັບ​ແຕ່​ວັນ​ທີ 16 ກັນຍາ 2016 ​ເຖິງ​ວັນ​ທີ 24 ມັງ
ກອນ 2017 ທີ່​ຜ່ານ​ມາວ່າ ​ສາມາດ​ມ້າງ​ແກ້ງ​ຄ້າ​ຢາ​ເສບ​ຕິດລາຍ​ໃຫຍ່​ໄດ້ 5 ​ຄົນ ​ທີ່​ເປັນ​ສະມາຊິກ​ໃນແກ້ງທ້າວ​ໄຊຊະນະ ທັງ​ກໍ​ຍັງ ສາມາດ​ຈັບ​ກຸມທ້າວ​ຄອນ​ປະສົງ ສຸກ​ກະ​ເສີມ
ຫລື ​ຊຽງ​ເທີ່ ທີ່​ຕໍາຫລວດ​ລາວ​ຖື​ວ່າ ​ເປັນ​ນັກ​ຄ້າ​ຢາ​ເສບ​ຕິດ ລາຍ​ໃຫຍ່​ທີ່​ສຸດ​ໃນ​ລາວ ​ໂດຍ​
ຈັບ​ກຸມ​ຕົວ​ໄດ້​ໃນ​ນະຄອນຫລວງ​ວຽງຈັນ ​ເມື່ອ​ວັນ​ທີ 10 ມັງກອນ 2017 ຫລື​ ກ່ອນ​ທີ່​ຕໍາ
ຫລວດ​ໄທ​ຈະ​ສາມາດຈັບ​ກຸມ​ທ້າວ​ໄຊຊະນະ ​ໄດ້​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຫົວໜ້າກົມ​ໃຫຍ່ຕໍາຫລວດ​ລາວ ກໍ​ບໍ່​ໄດ້ເປີດ​ເຜີຍ​ປະລິມານ​ຢາ​ເສບ​ຕິດ ທີ່ຢຶດ​ໄດ້​ໃນ​ການ​ປະຕິບັດ​ການ​ດັ່ງກ່າວ. ນອກຈາກ​ນີ້ ທາງ​ການ​ຕໍາຫລວດ​ລາວ ຍັງ​ໄດ້​ຢຶດອາວຸດ​ປືນ ​ແລະ​ອາ​ຍັດ​ຊັບ​ສິນຂອງ​ຜູ້​ຕ້ອງ​ຫາ​ອີກ​ຫລາຍ​ລາຍການ​ເຊັ່ນ ​ເຮືອນ, ​ໂຮງ​ແຮມ, ຮ້ານ​ອາຫານ, ​ໂຮງ​ເລືອ​ຍ, ​ໂຮງງານ​ເຟີ​ນີ​ເຈີ, ຄໍາ, ​ໂຮງງານ​ສັງກະສີ, ອູ່​ສ້ອມ​ລົດ, ຫ້ອງ​ແຖວ, ປໍ້າ​ນໍ້າ​ມັນ, ລົດຍົນ, ລົດ​ບັນທຸກ, ສາງ​ເກັບ​ສິນຄ້າ, ​ເຈັດ​ສະກີ້, ​ແລະ​ອື່ນໆອີກ ທັງ​ໄດ້​ຄວບ​ຄຸມ​ຕົວ​ຜູ້​ຕ້ອງ​ຫາ​ອີກ​ຫລາຍ​ຄົນ ​ເມື່ອ​ວັນ​ທີ 14 ກຸມພາ 2017 ​ໃນ​ຂໍ້​ຫາ​ພະຍາຍາມ​ໃຫ້​ສິນ​ບົນ​ພະນັກງານ​ລັດ 30 ລ້ານ​ບາດ ຕໍ່ການ​ປ່ອຍ​ຕົວ​ຫົວໜ້າ​ແກ້ງ 1 ຄົນ​ອີກ​ດ້ວຍ.

XS
SM
MD
LG