ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຮືອບິນ ບໍ່ມີຄົນຂັບ ສຫລ ສັງຫານ 8 ຄົນ ຢູ່ປາກິສຖານ


ການໂຈມຕີຂອງເຮືອບິນບໍ່ມີຄົນຂັບ​ຂອງສະຫະລັດ ໄດ້ສັງຫານ 8 ຄົນ ທີ່ສົງໄສວ່າເປັນພວກຫົວຮຸນແຮງ ຢູ່ໃກ້ຊາຍແດນອັຟການິສຖານ
ການໂຈມຕີຂອງເຮືອບິນບໍ່ມີຄົນຂັບ​ຂອງສະຫະລັດ ໄດ້ສັງຫານ 8 ຄົນ ທີ່ສົງໄສວ່າເປັນພວກຫົວຮຸນແຮງ ຢູ່ໃກ້ຊາຍແດນອັຟການິສຖານ
ພວກເຈົ້າໜ້າທີ່ປາກິສຖານ ເວົ້າວ່າ ການໂຈມຕີຂອງເຮືອບິນ
ບໍ່ມີຄົນຂັບ​ຂອງສະຫະລັດ ໄດ້ສັງຫານ 8 ຄົນ ທີ່ສົງໄສວ່າເປັນ
ພວກຫົວຮຸນແຮງ ຢູ່ໃກ້ຊາຍແດນອັຟການິສຖານ ຊຶ່ງເປັນເຂດ
ທີ່ຖືວ່າ ເປັນທີ່ໝັ້ນຂອງກຸ່ມ ຕາລີບັນ.

ພວກເຈົ້າໜ້າທີ່ດັ່ງກ່າວເວົ້າວ່າ ໜ່ວຍ​ປະຕິບັດງານຄົນ​ນຶ່ງ
ຂອງເຄືອຂ່າຍ al-Qaida ເຊື່ອວ່າຮວມຢູ່ໃນຈໍານວນພວກ
ເຄາະຮ້າຍຈາກການໂຈມຕີທີ່ ຢູ່ໃກ້ເມືອງ Mir Ali ໃນເຂດ
Warziristan ເໜືອ.

ການໂຈມຕີໃນເຊົ້າວັນອັງຄານມື້ນີ້ ແມ່ນເປັນການໂຈມຕີ​ຄັ້ງ
ຫລ້າສຸດໃນ ຈຳນວນ​ຫຼາຍໆ​ຄັ້ງ ທີ່​ໄດ້​ມີລາຍງານຢູ່ໃນເຂດ
ຊາຍແດນດັ່ງກ່າວ.

ໃນວັນ ອາທິດຜ່ານມາ ພວກເຈົ້າໜ້າທີ່ປາກິສຖານເວົ້າວ່າ ຢ່າງໜ້ອຍ 9 ຄົນທີ່ ສົງໄສວ່າ ເປັນພວກນັກລົບຂອງກຸ່ມຕາລີບັນໄດ້ຖືກສັງຫານ ໃນການໂຈມ ຕີຂອງເຮືອບິນບໍ່ມີຄົນຂັບ
ໃສ່ບ່ອນທີ່ສົງໄສວ່າເປັນບ່ອນລີ້ຊ່ອນຂອງກຸ່ມ ດັ່ງກ່າວ ຢູ່ໃນເຂດ Warziristan ​ໃຕ້.

​ລັດຖະບານປາ​ກີ​ສຖານ ໄດ້ປະນາມການໂຈມຕີໂດຍເຮືອບິນບໍ່​ມີ​ຄົນ​ຂັບຢ່າງເປີດແປນມາ
ເປັນເວລາດົນນານ​ແລ້ວວ່າ ເປັນການລະເມີດອະທິປະ ໄຕຂອງຕົນ ແຕ່​ເຊື່ອ​ກັນວ່າ ການ
ໂຈມຕີຕ່າງໆຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ ແມ່ນໄດ້ດໍາເນີນໄປໂດຍໄດ້ຮັບການຊ່ວຍເຫລືອ
ຂອງໜ່ວຍສືບ​ລັບ​ຂອງປາ​ກີ​ສຖານ.
XS
SM
MD
LG