ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳກຸ່ມກະບົດ ຊາວຄອງໂກ ນາຍ Bosco Ntaganda ຫຼື ‘The Terminator’ ຖືກສານ ດຳເນີນຄະດີ


ສານອາຍາສາກົນ ຫຼື ICC ກ່າວຫາ ຫຼາຍກະທົງ ຜູ້ນຳກຸ່ມ
ກະບົດ ທີ່ລວມທັງ ຄາດຕະກຳ ການ​ໂຈມ​ຕີ​ຕໍ່​ພົນລະ​ເຮືອນ ຂົ່ມຂືນ​ຊຳເລົາ ການ​ບັງຄັບ​ເປັນຂ້າ​ທາດ​ທາງ​ເພດ ​ແລະ ​ເກນ​ເອົາ​ເດັກນ້ອຍ​ໃຫ້​ເປັນ​ທະຫານ ທີ່ໄດ້ກະທຳໄປ ຢູ່ທີ່ຂົງເຂດເມືອງ Ituri ຂອງຄອງໂກ ຈາກປີ 2002-2003, ໃນນະຄອນ Hague, ປະເທດເນເທີແລນ, ເມື່ອວັນພຸດ ທີ 2 ກັນຍາ 2015.
ສານອາຍາສາກົນ ຫຼື ICC ກ່າວຫາ ຫຼາຍກະທົງ ຜູ້ນຳກຸ່ມ ກະບົດ ທີ່ລວມທັງ ຄາດຕະກຳ ການ​ໂຈມ​ຕີ​ຕໍ່​ພົນລະ​ເຮືອນ ຂົ່ມຂືນ​ຊຳເລົາ ການ​ບັງຄັບ​ເປັນຂ້າ​ທາດ​ທາງ​ເພດ ​ແລະ ​ເກນ​ເອົາ​ເດັກນ້ອຍ​ໃຫ້​ເປັນ​ທະຫານ ທີ່ໄດ້ກະທຳໄປ ຢູ່ທີ່ຂົງເຂດເມືອງ Ituri ຂອງຄອງໂກ ຈາກປີ 2002-2003, ໃນນະຄອນ Hague, ປະເທດເນເທີແລນ, ເມື່ອວັນພຸດ ທີ 2 ກັນຍາ 2015.

ອະດີດ​ຜູ້ນຳ​ກະບົດ​ຊາວ​ຄອງ​ໂກ ທີ່​ຮູ້ຈັກ​ກັນໃນຊື່ “The
Terminator”
ພວມ​ຖືກ​ດຳ​ເນີນ​ຄະດີ ​ໃນ​ວັນ​ພຸດ​ມື້​ນີ້
ຢູ່​ທີ່​ສານ​ອາ​ຍາສາກົນ ຫຼື ICC ​ໃນ​ນະຄອນ Hague
ປະ​ເທດ​ເນ​ເທີ​ແລນ.

ນາຍ Bosco Ntaganda ​ເປັນນຶ່ງໃນຈຳນວນຜູ້ກໍ່ຕັ້ງ
ກຸ່ມກະບົດ M23 ​ໄດ້​ປະຕິ​ເສດ ຕໍ່​ຂໍ້​ກ່າວ​ຫາ 18 ກະ​ທົງ
ທີ່​ລວມມີ 13 ກະທົງ​ ໃນການ​ກໍ່ອາຊາ​ຍະ​ກຳສົງຄາມ ກໍ​ຄື
ການ​ໂຈມ​ຕີ​ຕໍ່​ພົນລະ​ເຮືອນ ຂົ່ມຂືນ​ຊຳເລົາ ການ​ບັງຄັບ​ເປັນ
ຂ້າ​ທາດ​ທາງ​ເພດ ​ແລະ ​ເກນ​ເອົາ​ເດັກນ້ອຍ​ໃຫ້​ເປັນ​ທະຫານ
​ແລະ 5 ກະທົງ ຂອງ​ອາ​ຊະ​ຍາ​ກຳຕ້ານມະນຸດຊາດ ລວມທັງ ​ການ​ຄາດ​ຕະກຳ ພະຍາຍາມ
ທຳ​ການ​ຄາດຕະກຳ ການ​ປະ​ຫັດ​ປະຫານ ​ແລະ ການ​ບັງ​ຄັບ​ໃຫ້ພົນລະ​ເມືອງຍົກຍ້າຍ.

ສານ ICC ກ່າວ​ວ່າ ນາຍ Ntaganda ອາຍຸ 41 ປີ ຖືກ​ກ່າວ​ຫາກ່ຽວ ​ກັບການກະທຳ​ສິ່ງ​ທີ່​ກ່າວ​ມານັ້ນ ທີ່​ເກີດ​ຂຶ້ນ​ໃນຫຼາຍໆ​ບ້ານ​ ຢູ່​ທີ່​ຄອງ​ໂກ ລະຫວ່າງ ປີ 2002 ​ແລະ 2003. ພວກ​ທະຫານ​ບ້ານ​ຂອງ​ຜູ້ກ່ຽວ ​ແມ່ນ​ຖືກ​ກ່າວ​ຫາ​ວ່າ ທຳ​ການ​ໂຈມ​ຕີທີ່​ເຈາະ​ຈົງ ​ແນໃສ່ພວກ​ຊົນ​ເຜົ່າ ​ເຊັ່ນ​ ຊົນ​ເຜົ່າ Lendu, Bira ​ແລະ Nande ​ໃນ​ລະຫວ່າງ​ເກີດ​ການ​ຂັດ​ແຍ້​ງພາຍ​ໃນ​ເມືອງ Ituri ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ສປ ຄອງ​ໂກ.

ສານ ICC ຍັງທຳ​ການ​ສືບສວນ​ສອບ​ສວນ ຂໍ້​ກ່າວ​ຫາຕ່າງໆ ທີ່ກໍ່ໂດຍ​ນາຍ Ntaganda ​
ແລະ ພວກ​ທະຫານ​ບ້ານ​ຂອງ​ຜູ້ກ່ຽວ ຢູ່​ໃນ​ແຂວງ Kivu ທາງ​ພາກ​ເໜືອ​ຂອງຄອງ​ໂກ
​ແຕ່​ບໍ່ໄດ້ຮວມຢູ່ ໃນ​ການ​ດຳ​ເນີນ​ຄະດີ ​ຄັ້ງນີ້.

ນາຍ Ntaganda ຍັງ​ຫລົບ​ໜີຢູ່ ​ເປັນ​ເວລາ 7 ປີ​ແລ້ວ ຫຼັງຈາກ​ທີ່​ສານ​ໄດ້​ທຳການ​ຟ້ອງ​ຮ້ອງ​ ໃນ​ປີ 2006 ​ເຊິ່ງ​ໄດ້​ເຮັດ​ໃຫ້​ບັນດາ​ເຈົ້າໜ້າ​ທີ່​ສານເກີດ​ຄວາມບໍ່ພໍໃຈ ດ້ວຍ​ການ​ອອກ​ມາ​ປາກົດ​ຕົວ ​ໃນ​ທີ່ສາທາລະ ນະ ​ເປັນ​ບາງ​ຄັ້ງບາງ​ຄາວ​ຂອງ​ຜູ້ກ່ຽວ. ​ໃນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ໜ້າ​ເຊື່ອ ຜູ້ກ່ຽວ​ໄດ້​ຍອມ​ຈຳນົນ ໂດຍເຂົ້າມອບ​ຕົວຢູ່​ທີ່​ສະຖານທູດ​ສະຫະລັດ ​ໃນ​ນະຄອນ Kigali ປະ​ເທດ Rwanda ​ເມື່ອ​ປີ 2013.

ບັນດາ​ນັກ​ຊ່ຽວຊານ ກ່າວ​ວ່າ ຜູ້ກ່ຽວ​ອາດ​ເຂົ້າ​ມອບ​ຕົວ ກໍ​ເພາະວ່າ ​ມີ​ການ​ຕໍ່ສູ້​ຢູ່​ພາຍໃນກຸ່ມ ກະບົດ M23 ທີ່​ກໍ່​ໃຫ້​ເກີດ​ຄວາມ​ຢ້ານ​ກົວ​ຕໍ່​ຊີວິດ ​ຂອງ​ຜູ້ກ່ຽວເອງນັ້ນ.

XS
SM
MD
LG