ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກກະບົດ ຄອງໂກ ເຂົ້າຍຶດເອົາ ເມຶອງ Goma (ສະໄລດ໌)


ພວກນັກລົບຂອງກຸ່ມ M23 ບຸກເຂົ້າໃຈກາງເມືອງ Goma ປະເທດ Mali.
ພວກນັກລົບຂອງກຸ່ມ M23 ບຸກເຂົ້າໃຈກາງເມືອງ Goma ປະເທດ Mali.
ພວກນັກ​ລົບ​ກະບົດ​ໃນສາທາລະນະລັດ ​ປະຊາທິປະໄຕ ຄອງ​ໂກ ​
ໄດ້ ບຸກ​ເຂົ້າ​ໄປ​ໃນ​ເມືອງ Goma ​ແລ້ວ ເມືອງ​ຫລວງຂອງ​ແຂວງ
Kivu ​ເໜືອ ທີ່​ຕັ້ງຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ສອງ​
ສາມ​ມື້​ຫຼັງຈາກ​ໄດ້​ຂັບ​ໄລ່ທະຫານ​ລັດຖະບານ ​ແລະ​ກຳລັງຮັກສາ​
ສັນຕິພາບ ຂອງສະ ຫະ​ປະຊາ​ຊາດ​ໃຫ້ແຕກຖອຍ​ໄປ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ພວກ​ນັກ​ລົບ​ຂອງ​ກຸ່ມ M23 ​ໄດ້​ບຸກ​ເຂົ້າ ​ໄປ​ສູ່ເຂດ​ໃຈກາງ​ເມືອງ​ Goma ຈາກ​ສະໜາມ​ບິນຊຶ່ງ​ຕັ້ງຢູ່​ທາງ​ທິດຕາ ເວັນ​ອອກຂອງ​ເມືອງ​ດັ່ງກ່າວ ​ໃກ້ໆ​ຊາຍ​ແດນຣວັນ​ດາ.

ສື່​ມວນ​ຊົນ​ຕາ​ເວັນ​ຕົກໄດ້​ອ້າງ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະ ຊາ​ຊາດ​ທ່ານ​ນຶ່ງ​ທີ່​ກ່າວ​ວ່າ ພວກ​ກະບົດ​ໄດ້​ເຂົ້າຄວບ​ຄຸມ​ສະໜາມ​ບິນ ຂອງ​ເມືອງ​ດັ່ງກ່າວ​ແລ້ວ.

ສາທາລະນະ​ລັດ​ປະຊາທິປະ​ໄຕ​ຄອງ​ໂກ​ແລະ​ພວກ​ນັກ​ຊ່ຽວຊານ​ສະຫະ ປະຊາ​ຊາດ​ກ່າວ​ວ່າ ຣວັນ​ດາ​ໃຫ້ການ​ສະໜັບສະໜຸນກຸ່ມກະບົດ M23 ​ແຕ່ຣວັນ​ດາ​ໄດ້​ປະຕິ​ເສດ​ຊໍ້າ​ແລ້ວ​ຊໍ້າ​ອີກ ວ່າ​ຕົນ​ບໍ່​ໄດ້​ໃຫ້ການ​ສະໜັບ ສະ​ໜຸນ​ພວກ​ກະບົດ​ກຸ່ມ​ນີ້.

ລັດ​ຖະມົນ​ຕີຖະ​ແຫລ​ງຂ່າວ ສາທາລະນະ​ລັດປະຊາທິປະໄຕຄອງ​ໂກ ທ່ານ Lambert Mende ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ວັນ​ອັງຄານ ມື້ນີ້ວ່າ ການ​ລົງ​ໂທດແມ່ນມີ​ຄວາມ​ຈໍາ​ເປັນເພື່ອ​
ຈະ​ຍຸຕິ​ການການ​ສູ້​ລົບ​ກັນ.

ທ່ານ Mende ​ເວົ້າວ່າ “​ເພື່ອ​ຢຸດ​ຕິການ​ລຸກ​ລານ​ພວກ​ເຮົາຕ້ອງ​ໄດ້ຢຸດ ເຊົາ​ການ​ຊ່ວຍ​ເຫຼືອຕໍ່​ຜູ້​ລຸກ​ລານ. ມັນ​ບໍ່​ມີ​ວິທີທາງອື່ນ​ ທີ່​ຈະ​ປະຕິບັດໄດ້. ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຢຸດ​ຢັ້ງ ຣວັນ​ດາ ​ແລະມັນ​ເປັນ​ວິ​ທີ​ດຽວ​ທີຈະ​ຢຸດ​ຕິ ຣວັນ​ດາ​ໄດ້ ກໍ​ຄື​ການ​ລົງ​ໂທດ​ຕໍ່ ຣວັນ​ດາ.”

XS
SM
MD
LG